ໃນວັນທີ 26 ເມສາ ນີ້, ທ່ານ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນການພັກເລຂາທິການສູນກາງພັກປະທານຄະນະກວດກາສູນກາງພັກປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ພ້ອມດ້ວຍຄະນະ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງສາລະວັນ ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ດາວວົງ ພອນແກ້ວ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງເຈົ້າແຂວງສາລະວັນ ພ້ອມດ້ວຍຄະນະ.
ການເຄື່ອນໄຫວຢ້ຽມຢາມໃນຄັ້ງນີ້ແມ່ນໄດ້ຮັບຟັງການລາຍງານໂດຍສັງເຂບວຽກງານທີ່ພົ້ນເດັ່ນຂອງແຂວງ ເປັນຕົ້ນແມ່ນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ກໍຄືມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງ ແລະ ແຜນພັດທະນາເສດຖະກິດ - ສັງຄົມຂອງແຂວງ ຕິດພັນກັບການຈັດຕັ້ງປະຕິບັດ  2 ວາລະແຫ່ງຊາດໄລຍະ 1 ປີ 2023 ແລະ 3 ເດືອນຕົ້ນປີ 2024ຈາກທ່ານ ດາວວົງ ພອນແກ້ວ ຊຶ່ງທ່ານໃຫ້ຮູ້ວ່າໄລຍະ 1 ປີຜ່ານມາຄະນະພັກ-ຄະນະນໍາຂອງແຂວງ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ - ປ້ອງກັນຄວາມສະຫງົບຢ່າງແຂງແຮງສາມາດຮັບປະກັນຄວາມສະຫງົບຄວາມປອດໄພໄດ້ໂດຍພື້ນຖານ, ບັນດາເມືອງໄດ້ສືບຕໍ່ໃນການສ້າງບ້ານປ້ອງກັນຊາດເຂັ້ມແຂງ, ບ້ານປ້ອງກັນຄວາມສະຫງົບດີ, ຈັດຕັ້ງຝຶກອົບຮົມກຳລັງປກສກຸ່ມບ້ານແລະປກສເຄິ່ງອາຊີບ; ວຽກງານຂົງເຂດເສດຖະກິດຈັງຫວະການຂະຫຍາຍຕົວທາງເສດຖະກິດຢູ່ໃນລະດັບ 5,9%.  ລວມຍອດຜະລິດຕະພັນພາຍໃນ ບັນລຸ 7.732 ຕື້ກີບ ລື່ນແຜນ 26,31%  ໃນນີ້ຂະແໜງກະສິກໍາ ກວມ 57,03% ຂອງ GDP, ຂະແໜງອຸດສາຫະກໍາ ກວມ 19,60% ຂອງ GDP, ຂະແໜງບໍລິການ ແລະ ພາສີຂາເຂົ້າ ກວມ 23,37% ຂອງ GDP; ການກະກຽມກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ ມາຮອດປັດຈຸບັນຄະນະພັກຮາກຖານບ້ານ, ໜ່ວຍພັກຮາກຖານບ້ານແລະໜ່ວຍພັກຮາກຖານສຳນັກງານອ້ອມຂ້າງເມືອງໃນ 8 ເມືອງໄດ້ເປີດກອງປະຊຸມໃຫຍ່ສໍາເລັດແລ້ວທັງໝົດ 572 ໜ່ວຍເທົ່າກັບ 64,26%;ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດໄດ້ແກ້ໄຂບັນຫາຢາເສບຕິດ ສາມາດ ມ້າງຄະດີຄ້າຂາຍຢາເສບຕິດທັງໝົດ 161 ເລື່ອງ, ກັກຕົວຜູ້ຕ້ອງຫາໄດ້ 407 ຄົນ ຍິງ 26 ຄົນ, ຢຶດຂອງກາງຢາບ້າ ຈໍານວນ 1 ລ້ານກວ່າເມັດ, ເຮໂລອິນ 101 ແທ່ງ, ຢາໄອ 3 ກິໂລ, ໂທລະສັບ 226 ໜ່ວຍ, ລົດຈັກ 66 ຄັນ, ລົດໃຫຍ່ 12 ຄັນ, ເງິນກີບ 4 ຮ້ອຍລ້ານກວ່າກີບ, ເງິນບາດ 31 ພັນບາດ, ເງິນຢວນ 150.000 ຢວນ, ວັດຖຸຄ້າຍຄືຄໍໍາໜັກປະມານ 5 ບາດກວ່າ, ໄດ້ສຶກສາອົບຮົມຜູ້ຖືກເຄາະຮ້າຍ 3.655 ຄົນ ແລະ ອື່ນໆ ເຮັດໃຫ້ຂະບວນການຄ້າຂາຍຢາເສບຕິດ ຄ່ອຍຫຼຸດນ້ອຍຖອຍລົງ; ວຽກງານກວດກາພັກ,ກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງໄດ້ເອົາໃຈໃສ່ເປັນເຈົ້າການເຄື່ອນໄຫວປະຕິບັດໜ້າທີ່ໃນການຕິດຕາມ, ກວດກາຕໍ່ການຈັດຕັ້ງພັກ ແລະ ສະມາຊິກພັກ ໃນການຈັດຕັ້ງປະຕິບັດແນວທາງ, ແຜນນະໂຍບາຍ, ມະຕິ, ຄໍາສັ່ງ, ກົດລະບຽບພັກ, ກົດໝາຍ ແລະ ລະບຽບການຂອງລັດ ຊຶ່ງໄດ້ປະກອບສ່ວນສໍາຄັນເຂົ້າໃນການປັບປຸງ-ກໍ່ສ້າງພາຍໃນພັກໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ, ຜ່ານການກວດກາພົບເຫັນ ສະມາຊິກພັກລະເມີດກົດລະບຽບຂອງພັກ, ກົດໝາຍ ຂອງລັດ ຊຶ່ງຖືກປະຕິບັດວິໄນທັງໝົດ 4 ສະຫາຍ, ໃນນັ້ນລືບຊື່ອອກຈາກການເປັນສະມາຊິກພັກ3 ສະຫາຍ, ໂຈະການຮ່ວມຊີວິດພັກ ຊົ່ວຄາວ 1ສະຫາຍ, ໄດ້ສໍາເລັດການດໍາເນີນກວດກາໂຄງການລົງທຶນຂອງລັດທີ່ມີມູນຄ່າ 10 ຕື້ກີບລົງມາຈໍານວນ17 ໂຄງການ; ສໍາເລັດການດໍາເນີນກວດກາການຈັດຕັ້ງປະຕິບັດລາຍຮັບເຂົ້າງົບປະມານ1 ເມືອງ; ກວດສອບໂຄງການກໍ່ສ້າງອ່າງເກັບນໍ້າວັງແຄນເມືອງລະຄອນເພັງ; ກວດສອບເອກະສານລາຍງານການເງິນຂອງລັດວິສາຫະກິດນໍ້າປະປາແຂວງ; ຕິດຕາມ, ກວດກາການຈັດຕັ້ງປະຕິບັດຄໍາສັ່ງເລກທີ 15/ນຍ, ຕິດຕາມ, ຊຸກຍູ້ການປະຕິບັດຜົນການກວດກາ6ເປົ້າໝາຍ, ມູນຄ່າເສຍຫາຍ 15,93 ຕື້ກີບ, ສາມາດເກັບກູ້ຄືນໃຫ້ລັດ 4,85ຕື້ກີບແລະຍັງຄ້າງ11,08ຕື້ກີບ.
ຫຼັງຈາກໄດ້ຮັບຟັງການລາຍງານແລ້ວ ທ່ານ ຄຳພັນ ພົມມະທັດ ກໍໄດ້ສະແດງຄວາມຊົມເຊີຍຕໍ່ຄະນະພັກ, ຄະນະນຳຂອງແຂວງທີ່ໄດ້ພ້ອມກັນເອົາໃຈໃສ່ນຳພາ-ຊີ້ນຳວຽກງານໃນແຕ່ລະດ້ານ ພ້ອມມີບາງຄຳເຫັນຊີ້ນຳເປັນຕົ້ນແມ່ນວຽກງານພັດທະນາເສດຖະກິດ-ສັງຄົມແມ່ນໃຫ້ສ້າງເສດຖະກິດຊຸມຊົນໃຫ້ເຂັ້ມແຂງ ແລະ ຍືນຍົງ, ສຸມໃສ່ພັດທະນາການທ່ອງທ່ຽວດ້ານທຳມະຊາດ, ວັດທະນາທຳ ຫຼື ສ້າງແຫຼ່ງທ່ອງທ່ຽວແບບຈຳລອງເພື່ອດຶງດູດນັກທ່ອງທ່ຽວຈາກຕ່າງປະເທດ, ຈັດສັນ ແລະ ຝຶກສີມືແຮງງານໃຫ້ກາຍເປັນແຮງງານທີ່ມີຄຸນນະພາບເພື່ອຕອບສະໜອງແຮງງານໃຫ້ພຽງພໍໃນແຕ່ລະດ້ານ, ອຳນວຍຄວາມສະດວກ ແລະ ສົ່ງເສີມນັກລົງທຶນທີ່ເຂົ້າມາລົງທຶນຕາມຄວາມເປັນຈິງ ແລະ ເບິ່ງທ່າແຮງຂອງແຂວງເພື່ອພັດທະນາດ້ານຕ່າງໆແນໃສ່ສ້າງຄວາມເຂັ້ມແຂງໃຫ້ກຸ້ມຕົນເອງໃນທຸກດ້ານ; ວຽກງານພັກ-ພະນັກງານເພື່ອກະກຽມກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ ໃຫ້ລົງເລິກກວດເບິ່ງບຸກຄົນທີ່ມີຄວາມຮູ້ຄວາມສາມາດ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງ, ມີຄວາມເສຍສະຫຼະ, ຜູ້ທີ່ມີຄວາມກ້າຫານກ້າເຮັດກ້າຮັບຜິດຊອບ, ບໍ່ຫວັງຜົນປະໂຫຍດສ່ວນຕົວ, ພ້ອມກັນນັ້ນ ກໍໃຫ້ເບິ່ງຜົນງານການເຄື່ອນໄຫວຜ່ານມາມີຜົນສໍາເລັດຄືແນວໃດ; ສໍາລັບວຽກງານກວດກາ ປັດຈຸບັນເປັນວຽກທີ່ມີຄວາມສຳຄັນເປັນຄວາມຫວັງຂອງການຈັດຕັ້ງພັກ-ລັດ ແລະ ສັງຄົມໃນການຕີຖອຍປະກົດການຕ່າງໆໃນສັງຄົມສະນັ້ນ ຕ້ອງໄດ້ສ້າງຄວາມເຂັ້ມແຂງເປັນປັດໃຈໃນການຟື້ນຟູຍົກລະດັບບົດບາດເພື່ອຕີຖອຍປະກົດການສວຍໃຊ້ໜ້າທີ່ຕຳແໜ່ງໃນການຫາຜົນປະໂຫຍດສ່ວນຕົວ, ເປັນວຽກແຖວໜ້າເພາະການກົດໜ່ວງຖ່ວງດຶງສາມາດເກີດຂຶ້ນຢູ່ທຸກລະດັບການຈັດຕັ້ງ; ສຳລັບວຽກງານກວດກາແມ່ນໃຫ້ຄະນະພັກ, ຄະນະນຳຂອງແຂວງຍົກລະດັບໃຫ້ກາຍເປັນວຽກແຖວໜ້າຊີ້ນຳຢ່າງເປັນລະບົບປົກກະຕິ ໃຫ້ໃຊ້ໜ້າທີ່ກວດກາຢ່າງເຕັມສ່ວນເອົາໃຈໃສ່ຊີ້ນຳ ແລະ ຊ່ວຍຊຸກຍູ້ໃຫ້ວຽກງານກວດກາຂອງພັກ-ລັດເຮົາໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ ອຳນວຍຄວາມສະດວກດ້ານຕ່າງໆໃຫ້ຄະນະກວດກາແຕ່ລະຂັ້ນໄດ້ເຄື່ອນໄຫວຈັດຕັ້ງປະຕິບັດຕາມພາລະບົດບາດຂອງຕົນຢ່າງເຕັມສ່ວນ.
ຕອນບ່າຍຂອງມື້ດຽວກັນນີ້ທ່ານ ຄຳພັນ ພົມມະທັດ ພ້ອມດ້ວຍຄະນະນຳຂອງແຂວງ ແລະ ຄະນະຕິດຕາມ ຍັງໄດ້ລົງຢ້ຽມຢາມກິດຈະການລ້ຽງປາເປັນສິນຄ້າຂອງຄອບຄົວຕົວແບບຢູ່ບ້ານໜອງຕາໃກ້ ເມືອງເລົ່າງາມ.
ຂ່າວ-ພາບ: ຕູ່ນາ ເລົ່າຖາວອນ