ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນຮ່ວມກັບຄະນະສະຖາປັດຕະຍະກຳສາດ (ຄສປ) ມະຫາວິທະຍາໄລແຫ່ງຊາດ (ມຊ)ໄດ້ຈັດກອງປະຊຸມປະຖົມນິເທດກ່ຽວກັບໂຄງການລາງວັນຮອນດ້າ ສຳລັບນັກວິທະຍາສາດແລະວິສະວະກອນໜຸ່ມ (Y-E-S ຫຼື Young Engineer and Scientist’s Award) ຢູ່ ສປປລາວປະຈຳປີ 2024 ໃນວັນທີ 26 ເມສານີ້ທີ່ສະໂມສອນຄະນະດັ່ງກ່າວ ໂດຍການເປັນປະທານຂອງທ່ານພິສິດ ສີຫາລາດຮອງຄະນະບໍດີຄສປຄະນະກຳມະການໂຄງການມູນນິທິຮອນດ້າປະຈຳປີ 2024, ທ່ານພອນແກ້ວຈັນທະມາລີຜູ້ອຳນວຍການສະຖາບັນລາວ-ຍີ່ປຸ່ນ, ມີຄູ-ອາຈານ, ນັກສຶກສາພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.  
ໃນວັນທີ 25 ເມສາ ຜ່ານມາ, ສະຖາບັນດັ່ງກ່າວໄດ້ຮ່ວມກັບຄະນະວິທະຍາສາດທຳມະຊາດ (ຄວທ) ມຊຈັດກອງປະຊຸມປະຖົມນິເທດໂຄງການດັ່ງກ່າວໂດຍການເປັນປະທານຂອງທ່ານແຫຼມທອງລັດດາວົງຄະນະບໍດີຄວທຄະນະກໍາມະການໂຄງການມູນນິທິຮອນດ້າປະຈຳປີ 2024.
ກອງປະຊຸມປະຖົມນິເທດໂຄງການດັ່ງກ່າວ ຈັດຂຶ້ນເພື່ອເປັນການແນະນໍາວິທີການສະໝັກເຂົ້າແຂ່ງຂັນເອົາລາງວັນຈາກມູນນິທິຮອນດ້າປີ 2024 ພ້ອມແນະນໍາວິທີການສອບເສັງ, ລະບຽບໃນການສະໝັກ, ເງື່ອນໄຂຂອງຜູ້ສະໝັກ, ຂັ້ນຕອນການຄັດເລືອກ. ປີນີ້ມີນັກສຶກສາ 40 ຄົນຈະໄດ້ເຂົ້າຮອບເພື່ອໄປຄັດເລືອກໃນຮອບຕ່າງໆ. ໂຄງການດັ່ງກ່າວຈະຄັດເລືອກເອົາພຽງນັກສຶກສາ 2 ຄົນເທົ່ານັ້ນໄດ້ຮັບລາງວັນຊະນະເລີດ, ຜູ້ໄດ້ຮັບລາງວັນຈະໄດ້ຫຼຽນຮອນດ້າ, ໃບຢັ້ງຢືນພ້ອມດ້ວຍເງິນ 3.000 ໂດລາ. ລາງວັນຮອນດ້າສຳລັບນັກວິທະຍາສາດແລະວິສະວະກອນໜຸ່ມແມ່ນເລີ່ມມີຢູ່ ສປປ ລາວ ໃນປີ 2008 ໂດຍມີຈຸດປະສົງເພື່ອເຮັດໃຫ້ຄົນຮຸ່ນໜຸ່ມຫັນມາເອົາໃຈໃສ່ເລື່ອງເຕັກໂນໂລຊີກັບສິ່ງແວດລ້ອມໃຫ້ຫຼາຍຂຶ້ນ ເພື່ອເຊື່ອມໂຍງລະຫວ່າງການເປັນຜູ້ນຳໃນອະນາຄົດ. ກອງປະຊຸມ ຍັງໄດ້ເປີດໂອກາດໃຫ້ນັກສຶກສາຜູ້ເຂົ້າຮ່ວມທີ່ຍັງບໍ່ເຂົ້າໃຈກ່ຽວກັບໂຄງການດັ່ງກ່າວ, ເງື່ອນໄຂຫຼືວິທີການສະໝັກຕ່າງໆ ກໍສາມາດຖາມ-ຕອບກັບທີໄດ້ເລີຍ. ຈາກນັ້ນ, ນັກສຶກສາຜູ້ທີ່ເຄີຍໄດ້ຮັບລາງວັນດັ່ງກ່າວໃນໄລຍະຜ່ານມາກໍໄດ້ຂຶ້ນສະແດງຄວາມຮູ້ສຶກ ພ້ອມຍັງໄດ້ແນະນຳປະສົບການໃນການຮໍ່າຮຽນຕື່ມອີກ.
                      (ຂ່າວ-ພາບ: ວັນເພັງ)