ຂ່າວສານຊີອາໄອລາຍງານວ່າ: ທ້າຍອາທິດຜ່ານມາຢູ່ນະຄອນຫຼວງປັກກິ່ງ, ທ່ານ ວາງຢີ້ ກໍາມະການກົມການເມືອງສູນກາງພັກກອມມູນິດຈີນລັດຖະມົນຕີກະຊວງການຕ່າງປະເທດຈີນ ໄດ້ພົບປະເຈລະຈາກັບທ່ານ ອັນໂທນີ ບລິນເຄນ ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາ, ສອງຝ່າຍໄດ້ບັນລຸຄວາມເຫັນທີ່ເປັນເອກະພາບກັນ 5 ຂໍ້ຫຼັງຈາກແລກປ່ຽນຄໍາຄິດຄໍາເຫັນຢ່າງຮອບດ້ານແລ້ວ.
ຂໍ້ທໍາທິດ, ສອງຝ່າຍເຫັນດີສືບຕໍ່ປະຕິບັດຕາມທິດຊີ້ນໍາຂອງປະມຸກລັດສອງປະເທດ, ສຸມຄວາມພະຍາຍາມເຂົ້າໃນການຊຸກຍູ້ສາຍພົວພັນລະຫວ່າງຈີນ-ອາເມຣິກາໃຫ້ໄດ້ຮັບການພັດທະນາ ແລະ ມີຄວາມໝັ້ນທ່ຽງ. ສອງຝ່າຍໄດ້ຕີລາຄາສູງຕໍ່ຄວາມຄືບໜ້າຢ່າງຕັ້ງໜ້າຂອງການສົນທະນາ ແລະ ການຮ່ວມມືໃນຂົງເຂດຕ່າງໆລະຫວ່າງຈີນ-ອາເມຣິການັບແຕ່ປະມຸກລັດຂອງສອງປະເທດພົບປະກັນທີ່ນະຄອນຊານຟຣານຊິສໂກເປັນຕົ້ນມາ, ພ້ອມທັງເຫັນດີເລັ່ງລັດຈັດຕັ້ງປະຕິບັດຄວາມເຫັນທີ່ເປັນເອກະພາບກັນອັນສໍາຄັນຂອງປະມຸກລັດສອງປະເທດທີ່ບັນລຸໄດ້ທີ່ນະຄອນຊານຟຣານຊິສໂກ.
ສອງ, ສອງຝ່າຍເຫັນດີຮັກສາການໄປມາຫາສູ່ກັນລະຫວ່າງການນໍາຂັ້ນສູງ ແລະ ການພົບປະກັນລະຫວ່າງຂັ້ນຕ່າງໆ. ສືບຕໍ່ເສີມຂະຫຍາຍບົດບາດຂອງກົນໄກປຶກສາຫາລືໃນຂົງເຂດຕ່າງໆທີ່ໄດ້ຮັບການຟື້ນຟູຄືນ ແລະ ສ້າງຂຶ້ນໃໝ່ ເຊັ່ນ: ການຕ່າງປະເທດ, ເສດຖະກິດ, ການທະນາຄານ ແລະ ການຄ້າ ເປັນຕົ້ນ. ສືບຕໍ່ດໍາເນີນການໄປມາຫາສູ່ກັນລະຫວ່າງກອງທັບສອງປະເທດ. ສົ່ງເສີມການຮ່ວມມືດ້ານການຕ້ານຢາເສບຕິດ, ການປ່ຽນແປງຂອງດິນຟ້າອາກາດ ແລະ ປັນຍາປະດິດຕື່ມອີກ.
ສາມ, ສອງຝ່າຍປະກາດຈະຈັດກອງປະຊຸມສົນທະນາກ່ຽວກັບປັນຍາປະດິດຂັ້ນລັດຖະບານລະຫວ່າງຈີນ-ອາເມຣິກາຄັ້ງປະຖົມມະລືກ; ສືບຕໍ່ຊຸກຍູ້ການປຶກສາຫາລືຫຼັກການຊີ້ນໍາຕໍ່ສາຍພົວພັນລະຫວ່າງຈີນ-ອາເມຣິກາ; ຈັດການປຶກສາຫາລືວຽກງານອາຊີປາຊີຟິກ ແລະ ວຽກງານທະເລລະຫວ່າງຈີນ-ອາເມຣິກາຮອບໃໝ່; ສືບຕໍ່ດໍາເນີນການປຶກສາຫາລືວຽກງານກົງສູນລະຫວ່າງຈີນ-ອາເມຣິກາ.
 ສີ່, ສອງຝ່າຍຈະນໍາໃຊ້ມາດຕະການຕ່າງໆເພື່ອເປີດກວ້າງການແລກປ່ຽນດ້ານວັດທະນະທໍາລະຫວ່າງສອງປະເທດ, ຍິນດີຕ້ອນຮັບນັກສຶກສາທີ່ສຶກສາຕໍ່ຢູ່ປະເທດຂອງກັນແລະກັນ, ພ້ອມທັງຈັດການເຈລະຈາຂັ້ນສູງດ້ານການທ່ອງທ່ຽວຈີນ-ອາເມຣິກາຄັ້ງທີ 14 ທີ່ຈະຈັດຂຶ້ນຢູ່ນະຄອນຊີອ່ານຂອງຈີນໃນເດືອນພຶດສະພາປີນີ້ໃຫ້ດີ.
   ຂໍ້ສຸດທ້າຍ, ສອງຝ່າຍຈະຮັກສາການປຶກສາຫາລືກັນກ່ຽວກັບບັນຫາຈຸດສຸມໃນພາກພື້ນ