ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາ, ຫ້ອງການປະຊາສຳພັນຂອງປະທານາທິບໍດີຟີລິບ ໂດຍອ້າງອີງຂໍ້ມູນຈາກກະຊວງການທ່ອງທ່ຽວ ເປີດເຜີຍວ່າ: ຟີລິບປິນ ຕ້ອນຮັບນັກທ່ອງທ່ຽວຈາກຕ່າງປະເທດປະມານ 2 ລ້ານກວ່າຄົນ ໃນລະຫວ່າງ ວັນທີ 1 ມັງກອນ - 24 ເມສາ ນີ້ ມີທັງໝົດ 2.010.522 ຄົນ.
ຂ່າວລະບຸວ່າ: ຟີລິບມີລາຍໄດ້ຈາກການທ່ອງທ່ຽວສູງເຖິງ 1,58 ແສນລ້ານເປໂຊ (ສະກຸນເງິນຟີລິປິນ) ໃນໄລຍະໄຕມາດທຳອິດ (ມັງກອນ - ມີນາ) ຂອງປີນີ້.ໃນຈຳນວນນັກທ່ອງທ່ຽວຈາກຕ່າງປະເທດທີ່ເດີນທາງມາຟີລິບປິນທັງໝົດ ແບ່ງເປັນນັກທ່ອງທ່ຽວຕ່າງປະເທດ 94,21% ຫຼື 1.894.076 ຄົນ ແລະ ເປັນຄົນຟີລິບທີ່ອາໄສຢູ່ຕ່າງປະເທດ 5,79% ຫຼື 116.446 ຄົນ ໂດຍຈຳນວນນັກເດີນທາງຈາກຕ່າງປະເທດໃນປີນີ້ສູງກວ່າໂຕເລກ 1.746.630 ຄົນ ໃນໄລຍະດຽວກັນຂອງປີກ່ອນ 15,11%.
ສ ເກົາຫຼີ ຍັງແມ່ນຕະຫຼາດນັກທ່ອງທ່ຽວອັນດັບຕົ້ນໆຂອງຟີລິບິນ ຄິດເປັນ 27,19% ຫຼື 546.726 ຄົນ, ຮອງລົງມາແມ່ນ ສະຫະລັດ ອາເມຣິກາ315.816 ຄົນ ຫຼື 15,71% ແລະ ຈີນ 130.574 ຄົນ ຫຼື 6,49% ຂອງຈຳນວນນັກທ່ອງທ່ຽວທັງໝົດ.
ຟີລິບປິນວາງເປົ້າໝາຍຕ້ອນຮັບນັກທ່ອງທ່ຽວຈາກຕ່າງປະເທດ 7,7 ລ້ານຄົນໃນປີນີ້. ໂດຍໃນປີ 2023 ມີນັກທ່ອງທ່ຽວຈາກຕ່າງປະເທດໄປຟີລິບປິນຫຼາຍກວ່າ 5 ລ້ານຄົນ.