ຂ່າວຕ່າງປະເທດລາຍງານ ໃນວັນທີ 28 ເມສາຜ່ານມາ, ກະຊວງສາລະນະສຸກຂອງກຳປູເຈຍ ໄດ້ຮຽກຮ້ອງໃຫ້ປະຊາຊົນຫຼຸດການສຳຜັດແສງແດດໂດຍກົງ, ຂະນະທີ່ອຸນຫະພູມໃນໄລຍະນີ້ອາດຈະເພີ່ມສູງຂຶ້ນເຖິງ 43 ອົງສາ. ໃຫ້ປະຊາຊົນຄວນຫຼີກລ່ຽງການຢູ່ກາງແຈ້ງເປັນເວລາດົນໂດຍບໍ່ມີການປ້ອງກັນແສງແດດ ແລະ ດື່ມນໍ້າຢ່າງໜ້ອຍ 2 ລິດຕໍ່ມື້ ເຖິງແມ່ນວ່າບໍ່ຮູ້ສຶກຢາກນໍ້າກໍຕາມ.
ການພະຍາກອນອາກາດຈາກກະຊວງຊັບພະຍາກອນນໍ້າ ແລະ ອຸຕຸນິຍົມວິທະຍາ ຂອງກຳປູເຈຍລະບຸວ່າ: ອຸນຫະພູມໃນບາງແຂວງທາງພາກເໜືອ, ພາກຕາເວັນອອກສ່ຽງເໜືອ, ພາກຕາເວັນຕົກສ່ຽງ                    ເໜືອ, ພາກກາງ ແລະ ພາກໃຕ້ຂອງກຳປູເຈຍ ອາດສູງເຖິງ 43 ອົງສາ ໃນລະຫວ່າງວັນທີ 28-30 ເມສານີ້.
ທ່ານ ຈັນ ຍຸດທະ ໂຄສົກກະຊວງຊັບພະຍາກອນນໍ້າ ແລະ ອຸຕຸນິຍົມ ຂອງກຳປູເຈຍ ເປີດເຜີຍວ່າ: ອຸນຫະພູມສູງສຸດຂອງກຳປູເຈຍໃນໄລຍະນີ້ເພີ່ມຂຶ້ນສູງທີ່ສຸດເປັນສະຖິຕິ ໃນຮອບ 170 ປີ ແລະ ອາດຈະເລີ່ມຫຼຸດລົງໃນຕົ້ນເດືອນພຶດສະພາ ເມື່ອມີຝົນຕົກ.