ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເວທີປາໄສເສດຖະກິດໂລກ (WEF) ເປີດຂຶ້ນໃນວັນທີ 28 ເມສາ ຜ່ານມາຢູ່ນະຄອນຣີຢາດ ຂອງ ຊາອຸດິດອາຣັບບິ, ໂດຍການເຂົ້າຮ່ວມຂອງ ນັກການເມືອງ, ນັກຊ່ຽວຊານເສດຖະກິດ ຫຼາຍກວ່າ 90 ປະເທດ ແລະ ອົງການຈັດຕັ້ງສາກົນ. ດ້ວຍຫົວຂໍ້ “ການຮ່ວມມືທົ່ວໂລກ, ເຕີບໂຕ ແລະ ພະລັງງານໃຫ້ແກ່ການພັດທະນາ”, ເວທີປາໄສສຸມໃສ່ປຶກສາຫາລືບາງບັນຫາພົ້ນເດັ່ນທົ່ວໂລກ ໃນບັນດາຂົງເຂດເສດຖະກິດ, ການເມືອງ, ການປ່ຽນແປງຂອງດິນຟ້າອາກາດ, ກູ້ໄພກູ້ຊີບມະນຸດສະທຳ.
          ຕາມ WEF ແລ້ວ, ເວທີປາໄສສຸມໃສ່ຊຸກຍູ້ “ຈິນຕະນາການສຳຜັດກ້າວໜ້າ”ສໍາລັບບັນດາວິກິດການທີ່ມີສ່ວນກ່ຽວຂ້ອງ, ພ້ອມທັງຮັກສາການສຳຜັດຕົວຈິງກ່ຽວກັບບັນດາ “ການແລກປ່ຽນໃນໄລຍະສັ້ນ”. ເວທີປາໄສຍັງສຸມໃສ່ຄວາມພະຍາຍາມຮັດແຄບການຈຳແນກນັບມື້ນັບເພີ່ມຂຶ້ນລະຫວ່າງພາກໃຕ້ ແລະ ພາກເໜືອຂອງໂລກ ໃນບາງຂົງເຂດພົ້ນເດັ່ນ ຄື: ນະໂຍບາຍເສດຖະກິດ, ການຫັນປ່ຽນພະລັງງານ ແລະ ບັນດາບັນຫາເກີດຂຶ້ນກ່ຽວກັບດ້ານພູມສາດການເມືອງ. ໃນບົດຖະແຫຼງຂ່າວທາງສື່ມວນຊົນ, ທ່ານ ບໍຣເກ ເບຣນ ປະທານ WEF ເນັ້ນໜັກວ່າ: ດ້ວຍບັນດາຄວາມເຄັ່ງຕຶງດ້ານພູມສາດການເມືອງ ແລະ ຄວາມແຕກຕ່າງກັນດ້ານເສດຖະກິດ - ສັງຄົມ ນັບມື້ນັບເລິກເຊິ່ງໃນຂອບເຂດທົ່ວໂລກ, ການຮ່ວມມືສາກົນ ແລະ ການໂອ້ລົມສົນທະນາແມ່ນຈຸດທີ່ຕ້ອງຮີບດ່ວນທີ່ສຸດ.