ໂດຍ: ຕະວິນຍານ
ເພື່ອຈັດຕັ້ງຜັນຂະຫຍາຍ ຄໍາແນະນຳ ກ່ຽວກັບ ການວາງແຜນຄຸ້ມຄອງປ່າໄມ້ຂັ້ນບ້ານ ສະບັບເລກທີ 4143/ກປລົງວັນທີ 3 ຕຸລາ 2023;ຂໍ້ຕົກລົງ ຂອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ວ່າດ້ວຍການສ້າງບ້ານພັດທະນາດ້ານປ່າໄມ້ໃນຂອບເຂດທົ່ວປະເທດ;ກົມປ່າໄມ້ ກະຊວງກະສິກໍາປ່າໄມ້ຈະປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນຂອບເຂດທົ່ວປະເທດວາງແຜນຄຸ້ມຄອງປ່າໄມ້ບ້ານໃຫ້ໄດ້ 240 ບ້ານ;ສືບຕໍ່ຈັດຕັ້ງປະຕິບັດໂຄງການຄຸ້ມຄອງປ່າໄມ້ບ້ານທີ່ຈັດຕັ້ງປະຕິບັດຢູ່ 70 ບ້ານ, ໃນນັ້ນ ແຂວງໄຊຍະບູລີ ຈຳນວນ 35 ບ້ານ ແລະ ແຂວງຫຼວງພະບາງ ຈໍານວນ 35 ບ້ານ;ຊຸກຍູ້ບ້ານທີ່ມີແຜນຄຸ້ມຄອງປ່າໄມ້ບ້ານ ຈັດຕັ້ງປະຕິບັດຕາມແຜນ ເພື່ອກ້າວໄປເປັນບ້ານຕົວແບບໃນການປົກປັກຮັກສາປ່າໄມ້ ຫຼື ບ້ານພັດທະນາດ້ານປ່າໄມ້ ໃຫ້ໄດ້ ຈຳນວນ 10 ບ້ານ.
ສົມທົບ ກັບກົມທີ່ດິນ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ,ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ ກະຊວງກະສິກໍາ ແລະ ປ່າໄມ້ ດໍາເນີນໂຄງການທົດລອງ ການຮັບຮູ້ສິດນຳໃຊ້ທີ່ດິນຂອງປະຊາຊົນໃນເຂດທີ່ດິນປ່າໄມ້ ຢູ່ແຂວງໄຊຍະບູລີ, ຫົວພັນ ແລະ ຄໍາມ່ວນ;ຊຸກຍູ້ການສ້າງລາຍຮັບໃຫ້ແກ່ປະຊາຊົນທ້ອງຖິ່ນ ເພື່ອປັບປຸງຊີວິດການເປັນຢູ່ ຈາກຜະລິດຕະພັນເຄື່ອງປ່າຂອງດົງ (ໝາກຈອງບານ ແລະ ໂສມ) ທີ່ໄດ້ຮັບທຶນຊ່ວຍເຫຼືອຈາກອົງການຮ່ວມມືປ່າໄມ້-ອາຊີ (AFoCO) ຢູ່ ເມືອງປະທຸມພອນແຂວງຈໍາປາສັກ ແລະ  ເມືອງດາກຈຶງແຂວງເຊກອງ;ສົມທົບກັບຜູ້ປະກອບການ ໃນການສົ່ງເສີມປະຊາຊົນປູກໄມ້ ແລະ ເຄື່ອງປ່າຂອງດົງ ເປັນສິນຄ້າ ໃນເຂດທີ່ມີທ່າແຮງ ເປັນຕົ້ນ ເມືອງໂພນໄຊ ແຂວງຫຼວງພະບາງ, ເມືອງພຽງ ແຂວງໄຊຍະບູລີ ແລະ ເມືອງວຽງທອງ ແຂວງບໍລິຄໍາໄຊ; ສົມທົບກັບພາກສ່ວນກ່ຽວຂ້ອງ ກະກຽມໂຄງການໃໝ່ ຈຳນວນ 3 ໂຄງການ ຄື: ໂຄງການຄຸ້ມຄອງປ່າໄມ້ບ້ານ ໄລຍະທີ 2  ໃນກອບງົບປະມານ 20 ລ້ານເອີໂຣ, ເປົ້າໝາຍຂອງໂຄງການ ຢູ່ເມືອງຂວາ ແລະ ເມືອງໃໝ່ ແຂວງຜົ້ງສາລີ, ເມືອງໂພນໄຊ ແຂວງຫຼວງພະບາງ ໂດຍໃຫ້ກວມເອົາຄົບທຸກບ້ານ ເພື່ອສືບຕໍ່ໂຄງການຄຸ້ມຄອງປ່າໄມ້ບ້ານໄລຍະທີ 1 ທີ່ຈັດຕັ້ງປະຕິບັດ 35 ບ້ານ, ເມືອງພຽງ ແຂວງໄຊຍະບູລີ ເປົ້າໝາຍໃຫ້ກວມເອົາຄົບທຸກບ້ານ ເພື່ອສືບຕໍ່ໂຄງການຄຸ້ມຄອງປ່າໄມ້ບ້ານໄລຍະທີ 1 ທີ່ຈັດຕັ້ງປະປະຕິບັດ 35 ບ້ານ, ເມືອງສັງທອງ ນະຄອນຫຼວງວຽງຈັນ ເປົ້າໝາຍໃຫ້ກວມເອົາຄົບທຸກບ້ານ ເພື່ອສືບຕໍ່ໂຄງການ AFoCOທີ່ຈັດຕັ້ງປະຕິບັດ ພຽງແຕ່ 7 ບ້ານ ແລະ ເມືອງຫີນເຫີບ ແຂວງວຽງຈັນ (ສູນຝຶກອົບຮົບປ່າໄມ້ ຫ້ວຍປາມ້ອມ);ໂຄງການສ້າງສວນພຶກສາສາດ  ຊຶ່ງເປົ້າໝາຍທີ່ຈະຄັດເລືອກ ມີ 3 ພື້ນທີ່ ຄື: ສວນພຶກສາບ້ານດົງໝາກຄາຍ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ສູນຄົ້ນຄວ້າວິທະຍາສາດປ່າໄມ້ ນໍ້າຊວງເມືອງນາຊາຍທອງນະຄອນຫຼວງວຽງຈັນ ແລະ  ສູນຝຶກອົບຮົມປ່າໄມ້ ຫ້ວຍປາມ້ອມເມືອງຫີນເຫີບແຂວງວຽງຈັນ ແລະ ໂຄງການພັດທະນາການທ່ອງທ່ຽວແບບອະນຸລັກປ່າໄມ້ ຢູ່ບ້ານໂພນສູງເມືອງວັງວຽງແຂວງວຽງຈັນ.