ເສັ້ນທາງຫຼາຍເສັ້ນໃນນະຄອນຫຼວງວຽງຈັນ (ນວ) ກຳລັງໄດ້ຮັບການປັບປຸງແກ້ໄຂຄືນໃໝ່ ເພື່ອຍົກລະດັບການສັນຈອນໃຫ້ມີຄວາມສະດວກສະບາຍຂຶ້ນ ເນື່ອງຈາກຊົມໃຊ້ມາດົນເຮັດໃຫ້ເປ່ເພ ລ່າສຸດໃນວັນທີ 27 ເມສາຜ່ານມາໂຄງການທີ1 ໄດ້ປູຢາງຂົ້ວທັບໜ້າທາງເກົ່າແຕ່ໄຟອຳນາດອາກາດຫາໄຟອຳນາດສີໄຄ.
    ທ່ານ ອຳຄາ ວົງພະຈັນ ຫົວໜ້າຂະແໜງຂົວທາງ ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ນະຄອນຫຼວງວຽງຈັນໄດ້ໃຫ້ສຳພາດໃນວັນທີ 28 ເມສາຜ່ານມາວ່າ: ນວ ໄດ້ມີການວາງແຜນປັບປຸງເສັ້ນທາງຫຼາຍເສັ້ນ ແນໃສ່ເພື່ອຍົກລະດັບການສັນຈອນໃຫ້ມີຄວາມສະດວກສະບາຍ ເພື່ອຕ້ອນຮັບກອງປະຊຸມສຸດຍອດອາຊຽນທີ່ ສປປລາວໄດ້ຮັບກຽດເປັນເຈົ້າພາບຊຶ່ງຈະຈັດຂຶ້ນໃນທ້າຍປີນີ້.ຍ້ອນການຊົມໃຊ້ມາດົນຈຶ່ງເຮັດໃຫ້ເສັ້ນທາງມີການເປ່ເພ, ອີງໃສ່ທິດຊີ້ນຳຂອງ(ນວ)ຈຶ່ງໄດ້ມີການຄົ້ນຄວ້າອະນຸມັດບັນດາໂຄງການຕ່າງໆໂດຍມອບໃຫ້ພະແນກ ຍທຂ ຈັດຕັ້ງປະຕິບັດ ຊຶ່ງມາຮອດປັດຈຸບັນ, ພະແນກ ຍທຂ ໄດ້ເຊັນສັນຍາກັບບໍລິສັດຜູ້ຮັບເໝົາເພື່ອຈັດຕັ້ງປະຕິບັດໃຫ້ທ່ວງທັນກັບຄວາມຮຽກຮ້ອງຕ້ອງການຂອງສັງຄົມ ຊຶ່ງບັນດາໂຄງການດັ່ງກ່າວໃນຈຳນວນ 19 ໂຄງການ, ໃນນີ້ມີວຽກປູຢາງຂົ້ວທັບໜ້າທາງຈຳນວນ 11 ເສັ້ນ, ວຽກປູຄອນກຣີດເກັບເສັ້ນທາງ, ວຽກຕີເສັ້ນ, ແຕ້ມເສັ້ນຈະລາຈອນປ້າຍຂ້າມທາງ. ໃນນັ້ນ, ໂຄງການທີ 1 ກຳລັງຈັດຕັ້ງປະຕິບັດຄືໂຄງການຢາງຂົ້ວທັບໜ້າທາງແຕ່ໄຟອຳນາດອາກາດຫາໄຟອຳນາດສີໄຄມີລວງຍາວ 1,6 ກິໂລແມັດ ແລະ ໂຄງການອື່ນໆທີ່ນອນຢູ່ໃນແຜນຈະເລີ່ມລົງມືຈັດຕັ້ງປະຕິບັດໃຫ້ສຳເລັດໂດຍໄວ, ການຈັດຕັ້ງປະຕິບັດເລີ່ມແຕ່ວັນທີ 27 ເມສາເປັນຕົ້ນມາ. ດັ່ງນັ້ນ, ຈຶ່ງຮຽກຮ້ອງມາຍັງຜູ້ໃຊ້ລົດ, ໃຊ້ຖະໜົນໃຫ້ເພີ່ມສະຕິມີຄວາມລະມັດລະວັງໃນການສັນຈອນໄປມາໃນໄລຍະການປັບປຸງສ້າງເສັ້ນທາງດັ່ງກ່າວ.    
ຂ່າວ-ພາບ: ພູວັນ