ກອງປະຊຸມເປີດກວ້າງລະດົມຄຳເຫັນໃສ່ຮ່າງໂຄງການການເມືອງ ສຳລັບ5ແຂວງພາກເໜືອ ໄດ້ຈັດຂຶ້ນໃນອາທິດຜ່ານມາທີ່ແຂວງບໍ່ແກ້ວ ໂດຍການເປັນປະທານຂອງທ່ານກິແກ້ວ ໄຂຄໍາພິທູນກໍາມະການກົມການເມືອງສູນກາງພັກຮອງນາຍົກລັດຖະມົນຕີ,ທ່ານຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ, ທ່ານ ບົວຄົງ ນາມມະວົງກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆບໍ່ແກ້ວ,ບັນດາທ່ານກຳມະການສູນກາງພັກ, ບັນດາສະຫາຍຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ບັນດາແຂວງອ້ອມຂ້າງ ພ້ອມແຂກຖືກເຊີນ ແລະ ຄະນະຜູ້ແທນຈາກບັນດາແຂວງພາກເໜືອ ຊຶ່ງປະກອບມີ 5 ແຂວງຄື: ແຂວງໄຊຍະບູລີ, ຫຼວງພະບາງ, ອຸດົມໄຊ, ຫຼວງນໍ້າທາ ແລະຜົ້ງສາລີເຂົ້າຮ່ວມ.
ທ່ານກິແກ້ວ ໄຂຄຳພິທູນ ໄດ້ກ່າວວ່າ:ໂຄງການການເມືອງຂອງພັກແມ່ນການກຳນົດແນວທາງ, ແຜນນະໂຍບາຍຍາວນານຂອງພັກ; ໂຄງການການເມືອງປຽບເໝືອນເປັນເຂັ້ມທິດຊີ້ບອກທາງໃນການບູລະນະລະບອບປະຊາທິປະໄຕປະຊາຊົນ ຕາມເສັ້ນທາງສັງຄົມນິຍົມໃຫ້ສົມບູນຍິ່ງຂຶ້ນ;ໂຄງການການເມືອງແມ່ນທິດສະດີປະຕິວັດຂອງພັກເຮົາ ແລະປຽບເໝືອນທວນໄຟເຍືອງທາງໃຫ້ແກ່ປະຊາຊົນໃນພາລະກິດປະຕິວັດມີຜົນສຳເລັດຢ່າງມີໄຊ.ຕະຫຼອດໄລຍະຜ່ານມາ, ພັກປະຊາຊົນປະຕິວັດລາວ ເປັນຜູ້ຈັດຕັ້ງ ແລະນໍາພາທຸກໄຊຊະນະຂອງການປະຕິວັດລາວ; ພັກໄດ້ວາງແຜນດໍາເນີນງານ, ໂຄງການການເມືອງຂອງຕົນເພື່ອນໍາພາການປະຕິວັດລາວຈາກໄຊຊະນະນີ້ໄປສູ່ໄຊຊະນະໃໝ່ທີ່ໃຫຍ່ຫຼວງກວ່າເກົ່າ ແຕ່ລະໂຄງການການເມືອງໄດ້ເປັນຂີດໝາຍອັນໃສແຈ້ງທີ່ໄດ້ເປັນການສ່ອງແສງໃຫ້ເຫັນເຖິງການເຕີບໃຫຍ່ຂະຫຍາຍຕົວຂອງພັກເຮົາ. ສະນັ້ນ, ມາເຖິງປັດຈຸບັນ, ການສ້າງໂຄງການການເມືອງ ຂອງພັກ ກໍເປັນສະບັບທີ 3 (ສະບັບທີ 1 ແມ່ນປີ 1955; ສະບັບທີ 2 ແມ່ນປີ 1972) ຊຶ່ງຈະເປັນຂີດໝາຍອັນສຳຄັນຂອງຍຸກສະໄໝໃໝ່ຂອງການປະຕິວັດຢູ່ປະເທດເຮົາ ແລະເປັນຄວາມຮັບຜິດຊອບ ຂອງທົ່ວພັກ ພ້ອມກັນນັ້ນ, ການຈັດຕັ້ງປະຕິບັດສໍາເລັດໂຄງການການເມືອງສະບັບນີ້ຈະສ້າງໄດ້ບາດກ້າວເດີນທີ່ໜັກແໜ້ນ, ເຮັດສຳເລັດພາລະກິດແຫ່ງການສ້າງລະບອບປະຊາທິປະໄຕປະຊາຊົນ ແລະນຳພາປະເທດຊາດກ້າວເດີນຂຶ້ນຕາມເສັ້ນທາງສັງຄົມນິຍົມ.
    ໃນໂອກາດດັ່ງກ່າວ, ທ່ານ ກິແກ້ວ ໄຂຄໍາພິທູນ ສະເໜີໃຫ້ບັນດາຄະນະຜູ້ແທນກອງປະຊຸມຈາກບັນດາແຂວງອ້ອມຂ້າງ ແລະຄະນະຜູ້ແທນຈາກແຂວງເຈົ້າພາບຈົ່ງໄດ້ລົງເລິກເນື້ອໃນທີ່ກ່ຽວຂ້ອງ ໂດຍສະເພາະບັນຫາທີ່ມີລັກສະນະກວມລວມທາງດ້ານທິດສະດີ, ພຶດຕິກຳ ພ້ອມກັນນັ້ນ ບັນດາທິດທາງ, ໜ້າທີ່ຈຸດສຸມ ຂອງເນື້ອໃນໂຄງການການເມືອງ ຂອງພັກ,ບັນດາທ່າອ່ຽງຂອງສະພາບການພາກພື້ນແລະສາກົນທີ່ສົ່ງຜົນສະທ້ອນຕໍ່ກັບການຈັດຕັ້ງປະຕິບັດທິດທາງ,ຈຸດໝາຍດັ່ງກ່າວ; ບັນດາຈຸດພິເສດສະພາບການໃນການພັດທະນາປະເທດຊາດ ກໍຄືການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາ. ສະນັ້ນ, ສະເໜີໃຫ້ບັນດາສະຫາຍຄົ້ນຄວ້າສຸມໃສ່ມີຄວາມເຫັນ ຊຶ່ງຫາກມີຈຸດໃດທີ່ຢາກເພີ່ມເຕີມຫຼື ປັບປຸງຊຶ່ງນອກຈາກທີ່ສະເໜີໃນບົດລາຍງານສັງລວມຄວາມຄິດເຫັນຂອງກອງປະຊຸມພາຍໃນແຂວງຕົນແລ້ວ;ກໍຂໍໃຫ້ປະກອບຄຳຄິດເຫັນເພີ່ມເຕີມຍິ່ງເປັນການດີເພື່ອເຮັດໃຫ້ເນື້ອໃນມີຄວາມຄົບຖ້ວນ. 
ໃນນາມປະທານກອງປະຊຸມ, ຂໍຮຽກຮ້ອງມາຍັງບັນດາສະຫາຍປະກອບຄວາມເຫັນຢ່າງກົງໄປກົງມາໃນກອງປະຊຸມ ຫຼືຫາກບໍ່ທັນປະກອບຄຳເຫັນໃນກອງປະຊຸມ, ອາດຈະສົ່ງເປັນລາຍລັກອັກສອນໃຫ້ກອງເລຂາກອງປະຊຸມເພື່ອເປັນທິດໃນການປັບປຸງຮ່າງເນື້ອໃນໂຄງການການເມືອງດັ່ງກ່າວໃຫ້ສົມບູນຂຶ້ນແລະຈະໄດ້ນຳໄປສະເໜີໃນກອງປະຊຸມສູນກາງໃນຄັ້ງຕໍ່ໄປ.
(ຂ່າວ: ສະພາທິດສະດີ)