ພະຍາດໝາກແດງໃຫຍ່ບໍ່ມີຢາ ແລະ ການປິ່ນປົວສະເພາະ.
-ທ່ານໝໍຕ້ອງໄດ້ປິ່ນປົວຜູ້ຕິດເຊື້ອໄປຕາມອາການຂອງພະຍາດໝາກແດງໃຫຍ່ ແລະ ຫຼີກລ່ຽງອາການແຊກຊ້ອນທີ່ສາມາດເກີດຂຶ້ນໄດ້. ຜູ້ຕິດເຊື້ອທີ່ມີອາການໜັກຕ້ອງໄດ້ປິ່ນປົວຢູ່ໂຮງໝໍ ແລະ ອາດຈໍາເປັນຕ້ອງໄດ້ປິ່ນປົວພິເສດໃນຫ້ອງມໍລະສຸມ.
* ວິທີທີ່ຈະປ້ອງກັນຕົວທ່ານ ແລະ ຄອບຄົວຈາກພະຍາດໝາກແດງໃຫຍ່ແມ່ນການສັກວັກຊິນໃຫ້ຄົບທຸກຄົນ.
 - ເດັກທຸກຄົນຄວນໄດ້ສັກວັກຊິນປ້ອງກັນພະຍາດໝາກແດງໃຫຍ່ ຈຳນວນ 2 ເຂັມ (MR 1 ແລະ  MR2) ແລະ ພວກເຮົາຍັງສົ່ງເສີມໃຫ້ເດັກອາຍຸລຸ່ມ 5 ປີ ທຸກຄົນໄດ້ຮັບວັກຊິນຕື່ມໃນຂະບວນຊັກວັກຊິນກັນພະຍາດແຫ່ງຊາດ (ວສຊ).
ໂດຍ: ຕຸໄລເພັດ