ໃນໂອກາດປີທ່ອງທ່ຽວລາວ 2024ສປປ ລາວ ວາງຄາດໝາຍດຶງດູດນັກທ່ອງທ່ຽວຈີນໃຫ້ໄດ້ບໍ່ຫຼຸດ 8 ແສນກວ່າຄົນ ໃນຈໍານວນຄາດໝາຍດຶງດູດນັກທ່ອງທ່ຽວຕ່າງປະເທດໃຫ້ໄດ້ທັງໝົດ 2,7 ລ້ານຄົນ. ໃນນີ້, ສະເພາະໄລຍະ 3 ເດືອນຕົ້ນປີນີ້ (ເດືອນມັງກອນ-ມີນາ)ມີນັກທ່ອງທ່ຽວຈີນເດີນທາງເຂົ້າມາທ່ອງທ່ຽວລາວ 242.139 ຄົນ, ຈັດຢູ່ອັນດັບທີ 3 ຂອງຈໍານວນນັກທ່ອງທ່ຽວຕ່າງປະເທດທີ່ເຂົ້າມາທ່ອງທ່ຽວລາວທັງໝົດ. ໃນປີ 2023 ຜ່ານມາ, ມີນັກທ່ອງທ່ຽວຈີນເດີນທາງເຂົ້າມາທ່ອງທ່ຽວລາວທັງໝົດ 641.314 ຄົນ.
    ທ່ານນາງ ດາລານີ ພົມມະວົງສາຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ກ່ຽວກັບການຮ່ວມມືດ້ານການທ່ອງທ່ຽວລະຫວ່າງລາວ-ຈີນວ່າ:
ເພື່ອບັນລຸຄາດໝາຍດຶງດູດນັກທ່ອງທ່ຽວຕ່າງປະເທດໃຫ້ໄດ້ຕາມຄາດໝາຍທີ່ວາງໄວ້ຂະແໜງການທ່ອງທ່ຽວໄດ້ເຮັດ ວຽກຮ່ວມກັບທຸກຂະແໜງການທີ່ກ່ຽວຂ້ອງຄົ້ນຄວ້າບັນດານະໂຍບາຍແລ້ວສະເໜີຕໍ່ລັດຖະບານ ເພື່ອອໍານວຍຄວາມສະ ດວກໃຫ້ນັກທ່ອງທ່ຽວຕ່າງປະເທດເຊັ່ນ: ນະໂຍບາຍດ້ານວີຊາ, ການເຂົ້າ-ອອກເມືອງ, ເພີ່ມສາຍການບິນ, ການຄົມມະນາຄົມພາຍໃນປະເທດ, ອໍານວຍຄວາມສະດວກໃນການໃຊ້ຈ່າຍຜ່ານລະບົບທະນາຄານ ແລະ ອື່ນໆ, ຄຽງຄູ່ກັນນີ້ໄດ້ເຮັດວຽກຮ່ວມກັບປະເທດເພື່ອນມິດໃນຂອບການຮ່ວມມືຕ່າງໆ ໂດຍສະເພາະໃນຂອບອາຊຽນ.
    ທ່ານກ່າວໃຫ້ຮູ້ຕື່ມວ່າ: ເວົ້າສະເພາະ ສປຈີນນອກຈາກໄດ້ຮ່ວມມືກັນຫຼາຍດ້ານໃນໄລຍະຜ່ານມາ, ລາວມີແຜນເຂົ້າຮ່ວມງານວາງສະແດງຜະລິດຕະພັນການທ່ອງທ່ຽວຢູ່ກຸ້ຍຫຼິນ, ກວາງໂຈວ ແລະ ຄຸນໝິງ ຖືເປັນໂອກາດດີໃນການໂຄສະນາການທ່ອງທ່ຽວລາວສູ່ຕະຫຼາດທ່ອງທ່ຽວຈີນ. ໃນໄລຍະຜ່ານມາ ລາວ-ຈີນ ໄດ້ຮ່ວມກັນຈັດກິດຈະກໍານໍາເອົານັກທ່ອງທ່ຽວຈີນມາທ່ອງທ່ຽວລາວແບບເປັນກຸ່ມໂດຍຜ່ານລົດໄຟລາວ-ຈີນຫຼາຍຄັ້ງ, ຫຼ້າສຸດໃນຕົ້ນເດືອນພຶດສະພານີ້ມີນັກທ່ອງທ່ຽວຈາກເມືອງກຸ້ຍຢາງແຂວງກຸ້ຍໂຈວເດີນທາງມາທ່ອງທ່ຽວລາວ. ນີ້ຖືເປັນກິດຈະກໍາທີ່ດີເພື່ອຊຸກຍູ້ສົ່ງເສີມປີທ່ອງທ່ຽວລາວ 2024 ແລະ ຄວນສືບຕໍ່ຈັດຕັ້ງປະຕິບັດໃນຕໍ່ໜ້າ ເພື່ອກະຕຸ້ນການເດີນທາງໄປ-ມາ ກໍຄື ການທ່ອງທ່ຽວຂອງປະຊາຊົນສອງປະເທດລາວ-ຈີນໃຫ້ນັບມື້ຫຼາຍຂຶ້ນກວ່າເກົ່າ.
    ທ່ານກ່າວເນັ້ນໃຫ້ຮູ້ອີກວ່າ: ເພື່ອເຮັດໃຫ້ການຈັດກິດຈະກໍາດັ່ງກ່າວມີປະສິດທິຜົນກວ່າເກົ່າ, ຂະແໜງການກ່ຽວ ຂ້ອງຂອງສອງຝ່າຍລາວ ແລະ ຈີນ ຕ້ອງໄດ້ວາງແຜນຮ່ວມກັນເພື່ອເຮັດໃຫ້ນັກທ່ອງທ່ຽວຈີນທີ່ເດີນທາງມາທ່ອງທ່ຽວລາວໄດ້ທັງຄວາມປະທັບໃຈ ແລະ ປະສົບການທີ່ດີກັບບ້ານ, ມາທ່ອງທ່ຽວແລ້ວຢາກກັບມາທ່ຽວອີກທັງຮັບປະກັນຜົນປະໂຫຍດຂອງທັງສອງຝ່າຍ. ນອກຈາກນີ້, ຝ່າຍລາວຈະຮ່ວມມືກັບຝ່າຍຈີນຈັດກອງປະຊຸມຮ່ວມກັນເພື່ອສ້າງໂອກາດໃຫ້ຫົວໜ່ວຍທຸລະກິດທ່ອງທ່ຽວຂອງສອງຝ່າຍໄດ້ພົບປະ, ແລກປ່ຽນບົດຮຽນ ແລະ ເຈລະຈາເຮັດສັນຍາດໍາເນີນທຸລະກິດຮ່ວມກັນລວມເຖິງຕ້ອງໄດ້ຈັດກອງປະຊຸມຮ່ວມກັບບໍລິສັດລົດໄຟລາວ-ຈີນ ເພື່ອປັບປຸງສິ່ງອໍານວຍຄວາມສະດວກທີ່ກ່ຽວຂ້ອງກັບການບໍລິການລົດໄຟລາວ-ຈີນໃຫ້ດີຂຶ້ນກວ່າເກົ່າ.
ຂ່າວ-ພາບ: ວສລ