ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 23 ພຶດສະພາ ຜ່ານມາ, ບັນດາສະມາຊິກສະພາແຫ່ງຊາດ ຫວຽດນາມ ໄດ້ປຶກສາຫາລືກ່ຽວກັບສະພາບການເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດ ປີ 2023 ແລະ ຊຸມເດືອນຕົ້ນປີ 2024.
ຂ່າວລະບຸວ່າ: ຕີລາຄາສູງຄວາມພະຍາຍາມປ່ອຍເງິນລົງທຶນພາກລັດ ໃນຊຸມເດືອນຕົ້ນປີບັນລຸລະດັບສູງທີ່ສຸດໃນ 4 ປີມານີ້, ບັນດາສະມາຊິກສະພາແຫ່ງຊາດ ໄດ້ສະເໜີຕ້ອງມີວິທີການໂດຍພື້ນຖານເພື່ອຊ່ວຍເຫຼືອວິສາຫະກິດ ພັດທະນາການຜະລິດ, ດຳເນີນທຸລະກິດ. ໂດຍລັດຖະບານ ຕ້ອງມີນະໂຍບາຍບຸກທະລຸກວ່າເກົ່າ ເພື່ອໃຫ້ບັນດາວິສາຫະກິດພັດທະນາ, ທ່ານ ຫງວຽນຍືຊໍ ສະມາຊິກສະພາແຫ່ງຊາດ ແຂວງບັກນິງ ສະເໜີວ່າ: ຕ້ອງສຸມໃສ່ຂຸດຄົ້ນຄວາມສາມາດບົ່ມຊ້ອນຂອງນະໂຍບາຍປີການເງິນຢ່າງສຸດຂີດ, ຊ່ວຍໃຫ້ວິສາຫະກິດເຂົ້າເຖິງນະໂຍບາຍການເງິນຢ່າງວ່ອງໄວ, ທັນການ ແລະ ມີກຳລັງແຜ່ກະຈາຍ. ບັນດານະໂຍບາຍກ່ຽວກັບພາສີອາກອນ, ການຊົມໃຊ້ ໄດ້ຮັບຄວາມເອົາໃຈໃສ່ ເພື່ອກະຕຸກຊຸກຍູ້ການຊົມໃຊ້, ຕ້ອງຕີລາຄາຄືນປະສິດທິຜົນນະໂຍບາຍອາກອນ VAT 2% ໃນໄລຍະຜ່ານມາ ແລະ ເປີດກວ້າງອັດຕາ 4 – 5%.