ຂ່າວສານຊີອາໄອລາຍງານ ເມື່ອບໍ່ດົນມານີ້ວ່າ:ພິທີເປີດງານມະໂຫລານປັນຍາປະດິດ ຈີນ2024 ທີ່ຮ່ວມຈັດຂຶ້ນໂດຍວິທະຍຸໂທລະພາບສູນກາງຈີນ ຫຼື CMG, ຫ້ອງການຂໍ້ມູນຂ່າວສານອິນເຕີເນັດສູນກາງ ແລະ ອົງການປົກຄອງແຂວງກວາງຕຸ້ງຈີນໄດ້ຈັດຂຶ້ນຢູ່ນະຄອນເຊີ່ນເຈີ້ນແຂວງກວາງຕຸ້ງ. ເຂົ້າຮ່ວມພິທີເປີດໂດຍ ທ່ານເຊີ້ນໄຫຊົງ ຮອງຫົວໜ້າຄະນະໂຄສະນາອົບຮົບສູນກາງພັກກອມມູນິດຈີນ ຜູ້ອໍານວຍການໃຫຍ່ວິທະຍຸໂທລະພາບສູນກາງຈີນ.
 ໃນພິທີເປີດໄດ້ລວບລວມເອົາຜົນງານຫຼ້າສຸດດ້ານການນໍາໃຊ້ປັນຍາປະດິດ ຫຼື AI ໃນຫຼາຍຂົງເຂດ, ສະແດງໃຫ້ເຫັນເຖິງ AI ໄດ້ກາຍເປັນພະລັງແຮງຂັບເຄື່ອນອັນສໍາຄັນຕໍ່ການພັດທະນາກໍາລັງການຜະລິດທີ່ມີຄຸນນະພາບໃໝ່ຈາກຫຼາຍດ້ານ ເຊັ່ນ: AI ສົ່ງຜົນດີຕໍ່ການສືບທອດ ແລະ ປະດິດສ້າງໃໝ່ດ້ານວັດທະນະທໍາ, ສ້າງຫຸ່ນ AI, AI ເພີ່ມພະລັງແຮງເຂົ້າໃນວັດທະນະທໍາຕົວເມືອງ, AI ຊຸກຍູ້ການຍົກລະດັບຂອງຂະແໜງການພາບ, ສຽງ ແລະ ອື່ນໆ.