ຂ່າວຕ່າງປະເທດລາຍງານ ໃນວັນທີ 23 ພຶດສະພາຜ່ານມາ, ກະຊວງການຄ້າ ແລະ ອຸດສາຫະກຳຂອງສິງກະໂປ ລາຍງານຜົນການສຳຫຼວດເສດຖະກິດປະຈຳໄຕມາດ ຊຶ່ງລະບຸວ່າ: ເສດຖະກິດສິງກະໂປ ຂະຫຍາຍຕົວ 2,7% ໃນໄຕມາດທຳອິດ (ມັງກອນ - ມີນາ) ຂອງປີນີ້ ເມື່ອທຽບເປັນປີຕໍ່ປີ ແລະ ສູງກວ່າການຂະຫຍາຍຕົວ 2,2% ໃນໄຕມາດກ່ອນໜ້າ.
ລາຍງານລະບຸວ່າ: ການຂະຫຍາຍຕົວໃນໄຕມາດທຳອິດຂອງປີນີ້ ມີແຮງຊຸກຍູ້ຫຼັກຈາກພາກການເງິນ, ປະກັນໄພ, ການຂົນສົ່ງ, ການເກັບຮັກສາ ແລະ ການຂາຍສົ່ງ ລວມເຖິງການຂະຫຍາຍຕົວທາງເສດຖະກິດຂອງສະຫະລັດ ອາເມຣິກາ ແລະ ຈີນທີ່ດີກວ່າການຄາດຄະເນ ຊຶ່ງສ້າງສະພາບແວດລ້ອມທາງເສດຖະກິດພາຍນອກທີ່ແຂງແກ່ງໃຫ້ແກ່ສິງກະໂປ.
ຫຼາຍນະໂຍບາຍສະໜັບສະໜູນຂອງຈີນມີທ່າອ່ຽງເພີ່ມການລົງທຶນທາງການຜະລິດ, ຂະຫຍາຍການໃຊ້ຈ່າຍດ້ານໂຄງສ້າງພື້ນຖານ ແລະ ຮັກສາສະຖຽນລະພາບຂອງຕະຫຼາດອະສັງຫາລິມະຊັບ, ສ່ວນທິດທາງການເຕີບໂຕຂອງສະຫະລັດ ອາເມຣິກາ ພັດທະນາດີຂຶ້ນເລັກນ້ອຍໃນດ້ານຄວາມແຂງແກ່ງຂອງຕະຫຼາດແຮງງານ ແລະ ການລົງທຶນທີ່ນຳໂດຍປັນຍາປະດິດ.
ຫາກພິຈາລະນາຈາກທ່າອ່ຽງຂ້າງເທິງ ພາກການຜະລິດ ແລະ ການຄ້າຂອງສິງກະໂປຈະຂະຫຍາຍຕົວເພີ່ມຂຶ້ນໃນປີນີ້ ແລະ ພາກການບິນ, ການທ່ອງທ່ຽວ ຈະໄດ້ຮັບປະໂຫຍດຈາກການຟື້ນຕົວຂອງຄວາມຕ້ອງການ. ໂດຍກະຊວງການຄ້າ ແລະ ອຸດສາຫະກຳສິງກະໂປ ຍັງຄາດຄະເນການຂະຫຍາຍຕົວຂອງເສດຖະກິດສິງກະໂປໃນປີນີ້ໄວ້ທີ່ 1-3% ຕາມສະພາບການພາຍໃນປະເທດ ແລະ ພາຍນອກ.