ໃນຕອນບ່າຍວັນທີ 23 ພຶດສະພານີ້, ທ່ານ ສະເຫຼີມໄຊ ກົມມະສິດຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ມານູເອລາ ວີ.ເຟີໂຣ(Manuela V.Ferro) ຮອງປະທານຫ້ອງການທະນາຄານໂລກ ປະຈໍາພາກພື້ນອາຊີ ແລະ ປາຊີຟິກ. ຈຸດປະສົງ ຂອງການມາຢ້ຽມຢາມໃນຄັ້ງນີ້ ເພື່ອປຶກສາຫາລືແນວທາງການສະໜັບສະໜູນ ສປປ ລາວ ໃນໄລຍະການເປັນປະທານອາຊຽນ 2024, ລວມທັງການໃຫ້ຄຳແນະນຳ ກ່ຽວກັບການປະຕິຮູບເສດຖະກິດ-ການເງິນ ແລະ ບັນຫາອື່ນໆ ທີ່ຕິດພັນກັບໂຄງການຮ່ວມມືຂອງທະນາຄານໂລກ.
ໃນໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ຕໍ່ກັບການມາຢ້ຽມຢາມ ສປປ ລາວ ຄັ້ງທໍາອິດໃນປີ ຂອງທ່ານ ນາງManuela V. Ferro ແລະ ກ່າວສະແດງຄວາມຂອບໃຈ ຕໍ່ທະນາຄານໂລກ ທີ່ໄດ້ໃຫ້ການຮ່ວມມື ແລະ ປະກອບສ່ວນສຳຄັນ ເຂົ້າໃນການແກ້ໄຂບັນຫາ ຄວາມຫຍຸ້ງຍາກທາງດ້ານເສດຖະກິດຂອງ ສປປ ລາວ ໃນໄລຍະ 60 ປີທີ່ຜ່ານມາ. ພ້ອມນີ້,  ກໍໄດ້ຍົກໃຫ້ເຫັນວິໄສທັດ ແລະ ວຽກງານບຸລິມະສິດຂອງ ສປປ ລາວ ກໍຄື: ເພີ່ມທະວີການເຊື່ອມໂຍງ-ເຊື່ອມຈອດ ໂດຍການຫັນປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລ ເປັນປະເທດເຊື່ອມຈອດໃນພາກພື້ນ ແລະ ສາກົນ ລວມທັງຂະແໜງການທີ່ ສປປ ລາວ ຕ້ອງການການສະໜັບສະໜູນຈາກທະນາຄານໂລກ ເປັນຕົ້ນ:ການບອນເຄຣດິດ, ເສດຖະກິດດີຈີຕອນ ແລະ ພະລັງງານສະອາດ ແລະ ອື່ນໆ. ບົນຈິດໃຈດັ່ງກ່າວ,ທ່ານ ນາງManuela V.Ferro ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ຂອງທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຢືນຢັນວ່າ ທະນາຄານໂລກ ຈະສືບຕໍ່ໃຫ້ການຮ່ວມມືຢ່າງໃກ້ຊິດ ລວມທັງການສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໂດຍສະເພາະ ຂໍ້ສະເໜີຂອງຝ່າຍລາວທີ່ໄດ້ຍົກຂຶ້ນນັ້ນ.
ໃນຕອນທ້າຍ, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ກ່າວອວຍພອນ ທ່ານ ນາງManuela V.Ferro ຈົ່ງປະສົບຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານ ແລະ ຫວັງຢ່າງຍິ່ງວ່າ ທະນາຄານໂລກ ຈະສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນ ສປປ ລາວ ໃນຕໍ່ໜ້າຕື່ມອີກ. ພ້ອມດຽວກັນ, ກໍໄດ້ກ່າວເຊື້ອເຊີນໃຫ້ທ່ານຮອງປະທານຫ້ອງການທະນາຄານໂລກ ກັບຄືນມາຢາມ ສປປ ລາວ ໃນໂອກາດໜ້າ ແລະ ຝາກຄວາມຢື້ຢາມຖາມຂ່າວເຖິງທ່ານ ປະທານທະນາຄານໂລກ ແລະ ເຊື້ອເຊີນໃຫ້ມາເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ 2024 ໃນເດືອນຕຸລານີ້.
(ຂ່າວ-ພາບ: ກຕທ)