ໃນວັນທີ 20 ພຶດສະພາ ຜ່ານມາ, ຄະນະໂທລະພາບ ແລະ ວິທະຍຸແຫ່ງຊາດຂອງ ສ ເບລາຣຸດຊີ ໄດ້ເດີນທາງມາສໍາພາດ ທ່ານ ທອງສະຫວັນ ພົມວິຫານກໍາມະການສູນກາງພັກຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ທີ່ສໍານັກງານ ຄະນະພົວພັນຕ່າງປະເທດສູນກາງພັກ(ຄຕພ)ຊຶ່ງໃນການສໍາພາດຄັ້ງນີ້ ນັກຂ່າວເບລາຣຸດຊີ ໄດ້ໃຫ້ຄວາມສົນໃຈ ໃນຫຼາຍບັນຫາທີ່ກ່ຽວຂ້ອງກັບບົດບາດການນໍາພາຂອງພັກປະຊາຊົນປະຕິວັດລາວ ຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ການພົວພັນຮ່ວມມື ລະຫວ່າງ ສປປ ລາວ- ສ ເບລາຣຸດຊີ ໃນປັດຈຸບັນ.
ຕໍ່ກັບຄໍາຖາມດັ່ງກ່າວ, ທ່ານ ທອງສະຫວັນ ພົມວິຫານ ໄດ້ແຈ້ງໃຫ້ຊາບ ເລີ່ມຕັ້ງແຕ່ໄລຍະການກໍ່ສ້າງພັກ ປປ ລາວ ປີ 1955 ໂດຍສືບທອດມາຈາກ ພັກກອມມູນິດອິນດູຈີນ ຈົນກ້າວໄປສູ່ຍາດເອົາເອກະລາດ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນປີ 1975. ນັບແຕ່ປີ 1986, ພັກ ປປ ລາວ ໄດ້ດໍາເນີນນະໂຍບາຍປ່ຽນແປງໃໝ່ ແລະ ເປີດກວ້າງການພົວພັນຮ່ວມມືກັບສາກົນ. ຢູ່ພາຍໃນປະເທດ ໄດ້ຖືເອົາມະຕິກອງປະຊຸມໃຫຍ່ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ໃນແຕ່ລະໄລຍະເປັນພື້ນຖານໃນການຈັດຕັ້ງຜັນຂະຫຍາຍ ສອງໜ້າທີ່ຍຸດທະສາດໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ. ປັດຈຸບັນ, ສປປ ລາວ ກໍາລັງສືບຕໍ່ຈັດຕັ້ງປະຕິບັດມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ 11 ຂອງພັກ, ສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 ແລະ ໃນຕົ້ນເດືອນພຶດສະພາ, ພັກຂອງພວກຂ້າພະເຈົ້າ ຫາກໍສໍາເລັດການດໍາເນີນກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກ ປປ ລາວ ຄັ້ງທີ 8 ສະໄໝທີ 11. 
ສໍາລັບການພົວພັນ ລະຫວ່າງ ສປປ ລາວ ແລະ ສ ເບລາຣຸດຊີ,ພັກ-ລັດ ແລະ ປະຊາຊົນລາວ ເວລາໃດກໍຍັງຈົດຈໍາການຊ່ວຍເຫຼືອຂອງລັດຖະບານ ແລະ ປະຊາຊົນໂຊວຽດ ກໍຄື ລັດຖະບານ ແລະ ປະຊາຊົນ ເບລາຣຸດຊີ ໃນໄລຍະການຕໍ່ສູ້ປົດປ່ອຍຊາດລາວ ກໍຄື ໃນໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ. ສປປ ລາວ ແລະ ສເບລາຣຸດຊີ ເຖິງແມ່ນວ່າມີທີ່ຕັ້ງພູມສັນຖານຫ່າງໄກກັນ, ແຕ່ໄດ້ມີມູນເຊື້ອການພົວພັນຮ່ວມມື ຮ່ວມກັນຢ່າງຍາວນານຕັ້ງແຕ່ສະໄໝອະດີດສະຫະພາບໂຊວຽດ. ນັບແຕ່ມື້ສ້າງຕັ້ງສາຍພົວພັນການທູດ ລະຫວ່າງສອງປະເທດໃນວັນທີ 7 ກຸມພາ 1994 ເປັນຕົ້ນມາ, ສອງປະເທດ ໄດ້ສືບຕໍ່ຊຸກຍູ້ສົ່ງເສີມສາຍພົວພັນຮ່ວມມືກັນຢ່າງໃກ້ຊິດ ເປັນຕົ້ນການຮ່ວມມືທາງດ້ານການເມືອງ, ເສດຖະກິດ-ການຄ້າ, ການສຶກສາ, ການທ່ອງທ່ຽວ ແລະ ດ້ານອື່ນໆ ເພື່ອຜົນປະໂຫຍດຂອງ ປະຊາຊົນສອງຊາດ ກໍຄືການພົວພັນສອງຝ່າຍ ສປປ ລາວ- ສ ເບລາຣຸດຊີ. ພ້ອມດຽວກັນ,ຫົວໜ້າ ຄຕພ ຍັງໄດ້ຍົກໃຫ້ເຫັນການພົວພັນ ລະຫວ່າງ ພັກ ປປ ລາວ ກັບ 2 ພັກການເມືອງໃນເບລາຣຸດຊີ ຄື: ພັກ ເບລາຢາຣູດສ ແລະ ພັກກອມມູນິດເບລາຣຸດຊີ; ແລະ ວຽກງານການທູດປະຊາຊົນ ກໍຄືສະມາຄົມມິດຕະພາບ ທີ່ຊ່ວຍຊຸກຍູ້ສົ່ງເສີມສາຍພົວພັນ ລະຫວ່າງປະເທດ ໃຫ້ແຕກດອກອອກຜົນຫຼາຍຍິ່ງຂຶ້ນ.(ຂ່າວ-ພາບ: ຄຕພ)