ໂຮງໝໍແມ່ ແລະ ເດັກເກີດໃໝ່ ໄດ້ຮັບການຊ່ວຍເຫຼືອ ອຸປະກອນການແພດ (ເຄື່ອງຊ່ວຍຫາຍໃຈ  3 ເຄື່ອງ  CPAP) ລ່ວມມູນຄ່າ 13.200 ໂດລາ ຈາກຄອບຄົວການນຳ ຊຶ່ງເຄື່ອງດັ່ງກ່າວແມ່ນໄດ້ຮັບການສະໜັບສະໜູນຂອງ  ບໍລິສັດ ພອນສັກກຣຸບ 2 ເຄື່ອງ ແລະ ບໍລິສັດ ຈະເລີນເຊກອງກຣຸບ 1 ເຄື່ອງ. ພິທີມອບ-ຮັບ ເຄື່ອດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 28 ພຶດສະພາ ນີ້  ທີ່ໂຮງໝໍດັ່ງກ່າວ ໃຫ້ກຽດກ່າວມອບໂດຍ ທ່ານ ນາງ ອາລຸນີ ກົມມະສິດ, ກ່າວຮັບໂດຍ ທ່ານ ສີວັນໄຊ ຈັນທະວົງສັກ ຜູ້ອຳນວຍການໂຮງໝໍແມ່ ແລະ ເດັກເກີດໃໝ່ ມີທ່ານ ນາງ ພອນທິດາ ໄຊຍະສອນ, ທ່ານ  ນາງ ກອງແກ້ວ ວິໄລສັກ ບໍລິສັດພອນສັກກຣຸບ. ທ່ານ ນາງ ດາລັດ  ວັດທະນາ ບໍລິສັດ ຈະເລີນເຊກອງກຣຸບ ພ້ອມດ້ວຍພະນັກງານ ແພດໝໍ ແລະ  ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
  ທ່ານ ນາງ ອາລຸນີ ກົມມະສິດ ໄດ້ກ່າວວ່າ: ເຄື່ອງອຸປະກອນການແພດທີໄດ້ນຳມາມອບໃຫ້ໂຮງໝໍໃນຄັ້ງນີ້ຖືວ່າເປັນການປະກອບສ່ວນ ຊ່ວຍເຫຼືອສັງຄົມ ໂດຍສະເພາະແມ່ນຊ່ວຍເຫຼືອກອບກູ້ເອົາຊີວິດ ເດັກເກີດໃໝ່ ທີ່ມີບັນຫາທາງລະບົບຫາຍໃຈ  ແລະ ເປັນຂອງຂວັນມອບໃຫ້ໂຮງໝໍ ເນື່ອງໃນໂອກາດວັນເດັກນ້ອຍສາກົນ 1 ມີຖຸນາ.
    ທ່ານ ສີວັນໄຊ ຈັນທະວົງສັກ ກ່າວສະແດງຄວາມຂອບໃຈວ່າ: ອຸປະກອນດັ່ງກ່າວ ແມ່ນມີຄວາມສຳຄັນ ແລະ ມີຄວາມຈຳເປັນຫຼາຍຕໍ່ແພດໝໍ ເພາະວ່າເປັນເຄື່ອງມືອັນໜຶ່ງໃນການຊ່ວຍກອບກູ້ເອົາຊີວິດເດັກເກີດໃໝ່, ເດັກເກີດບໍ່ຖ້ວນເດືອນ (ເກີດກ່ອນກຳນົດ ມີບັນຫາທາງລະບົບຫາຍໃຈ). ປັດຈຸບັນນີ້ ພວກເຮົາ ມີວິຊາການທີ່ເຂັ້ມແຂງ ແຕ່ພວກເຮົາຍັງຂາດເຂີນອຸປະກອນການແພດທີ່ຈຳເປັນໃນການຊ່ວຍບົ່ງມະຕິ ແລະ ການປິ້ນປົວທີມີຄຸນນະພາບ ແລະ ໄດ້ມາດຖະຖານ. ເຄື່ອງທີ່ໄດ້ຮັບການຊ່ວຍເຫຼືອໃນຄັ້ງນີ້ ພວກເຮົາຈະນຳໃຊ້ເພື່ອຊ່ວຍເຫຼືອຊີວິດຂອງເດັກເກີດໃໝ່ໃຫ້ໄດ້ປະສິດທິພາບສູງສຸດ. (ຂ່າວ-ພາບ: ຕຸໄລເພັດ )