ກອງປະຊຸມເວທີສາກົນ ເພື່ອໂຄສະນາການທ່ອງທ່ຽວລາວ (International Seminar on Lao Tourism Promotion)ໄດ້ຈັດຂຶ້ນໃນວັນທີ 29 ພຶດສະພາ ນີ້ ທີ່ໂຮງແຮມພິມມະຈັນ ເມືອງໄຊ ແຂວງອຸດົມໄຊ,ພາຍໃຕ້ການເປັນປະທານຂອງທ່ານ ໂພສີ ແກ້ວມະນີວົງຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ(ຖວທ) ມີຄະນະພະແນກ ຖວທ ແຂວງອຸດົມໄຊ ແລະ ແຂວງຫຼວງນໍ້າທາ, ພ້ອມດ້ວຍສື່ມວນຊົນພາຍໃນ ແລະ ສາກົນ ເຂົ້າຮ່ວມ.
ທ່ານ ໂພສີ ແກ້ວມະນີວົງ ໄດ້ກ່າວວ່າ:  ຂະເເໜງການທ່ອງທ່ຽວ ເປັນຂະແໜງການເສດຖະກິດໜຶ່ງທີ່ສຳຄັນ ຊຶ່ງມີການຂະຫຍາຍຕົວຢ່າງວ່ອງໄວ ແລະ ຕໍ່ເນື່ອງ. ພັກ ເເລະ ລັດຖະບານຍາມໃດກໍໄດ້ເອົາໃຈໃສ່ ແລະ ຖືເອົາການທ່ອງທ່ຽວເປັນຂະແໜງເສດຖະກິດໜຶ່ງທີ່ສຳຄັນ ເພື່ອພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແນໃສ່ປະກອບສ່ວນເຂົ້າໃນການສ້າງວຽກເຮັດງານທຳ, ສ້າງລາຍຮັບເງິນຕາເຂົ້າສູ່ປະເທດຊາດ, ຊຸກຍູ້ໃຫ້ຂະແໜງ ການອື່ນໆ ມີການພັດທະນາ. ພ້ອມດຽວກັນນັ້ນຍັງສົ່ງເສີມການທ່ອງທ່ຽວຕິດພັນກັບການອະນຸລັກຮິດຄອງປະເພນີ, ວັດທະນະທຳ, ທຳມະຊາດ, ປະຫວັດສາດ ແລະ ກະສິກຳ ໃຫ້ມີຄວາມຍືນຍົງ, ເພີ່ມທະວີການຮ່ວມມື ແລະ ມີສ່ວນຮ່ວມຂອງສັງຄົມ ເພື່ອພັດທະນາໃຫ້ດີຂຶ້ນ.
    ປີ 2024 ເປັນປີທີ່ມີຄວາມໝາຍຄວາມສຳຄັນ ຊຶ່ງ ສປປ ລາວ ເປັນປະທານອາຊຽນ ແລະ ລັດຖະບານໄດ້ປະກາດເປັນປີທ່ອງທ່ຽວລາວ 2024 ເພື່ອເປັນການຈັດຕັ້ງຜັນຂະຫຍາຍວຽກງານດັ່ງກ່າວ. ກະຊວງ ຖວທ ໄດ້ສົມທົບກັບພະແນກ ຖວທ ນະຄອນຫຼວງວຽງຈັນ, ພະແນກ ຖວທ ຂອບເຂດທົ່ວປະເທດ ກຳນົດກິດຈະກຳການທ່ອງທ່ຽວມີ 79 ລາຍການ ໃນນີ້ 14 ລາຍການແມ່ນລະດັບຊາດ ແລະ 65 ລາຍການແມ່ນລະດັບທ້ອງຖິ່ນ ແລະ ໄດ້ຈັດເຂົ້າໃນປະຕິທີນການທ່ອງທ່ຽວລາວປີ 2024 ເພື່ອໃຫ້ນັກທ່ອງທ່ຽວພາຍໃນ ແລະ ສາກົນ ໄດ້ເຂົ້າເຖິງຂໍ້ມູນຂ່າວສານທີ່ກ່ຽວຂ້ອງ ແລະ ຈັດເວລາທີ່ເໝາະສົມ ເພື່ອເດີນທາງມາທ່ຽວ. ຜ່ານການຈັດຕັ້ງປະຕີິບັດກິດຈະກຳທ່ອງທ່ຽວ ສາມາດສະຫຼຸບໄດ້ວ່າ ໃນ 3 ເດືອນຕົ້ນປີ 2024 ມີນັກທ່ອງທ່ຽວສາກົນ 1,3 ລ້ານເທື່ອຄົນ ເພີ່ມຂຶ້ນ 36% ຖ້າທຽບໃສ່ເວລາດຽວກັນ ຂອງປີ 2023ແລະ ຄາດຄະເນວ່າຮອດທ້າຍປີ 2024 ຈະບັນລຸໄດ້ເຖິງ 3,9 ລ້ານເທື່ອຄົນ.ຄຽງຄູ່ກັບວຽກງານຂະແໜງການທ່ອງທ່ຽວ, ວຽກງານສື່ມວນຊົນ ກໍໄດ້ປະຕິບັດພາລະບົດບາດ ແລະ ໜ້າທີ່ຂອງຕົນ ສຳເລັດເປັນຢ່າງດີ, ເປັນກະບອກສຽງໃຫ້ແກ່ພັກ ແລະ ລັດຖະບານ ໃນການໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ ແລະ ຜົນສຳເລັດໃນການພັດທະນາເສດຖະກິດສັງຄົມແຫ່ງຊາດ ໃຫ້ແກ່ສັງຄົມລາວໄດ້ຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ ພ້ອມດຽວກັນນັ້ນຍັງໄດ້ເປັນກຳລັງແຫ່ງທີ່ສຳຄັນ ໃນການໂຄສະນາບັນດາແຫຼ່ງທ່ອງທ່ຽວທາງດ້ານວັດທະນະທຳ, ທຳມະຊາດ, ປະຫວັດສາດ ແລະ ກະສິກຳ ຢ່າງຕໍ່ເນື່ອງ ເພື່ອຕອບສະໜອງໃຫ້ປກ່ການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ 2024.
    ກອງປະຊຸມເວທີສາກົນ ເພື່ອໂຄສະນາການທ່ອງທ່ຽວລາວໃນຄັ້ງນີ້ ເປັນໂອກາດທີ່ດີ ເພື່ອລະດົມແນວຄວາມຄິດຈາກບັນດາສື່ມວນຊົນພາຍໃນ ແລະ ສາກົນ, ຜູ້ປະກອບການທຸລະກິດທ່ອງທ່ຽວ, ໂຮງແຮມ, ແຫຼ່ງທ່ອງທ່ຽວ, ຮ້ານອາຫານ ແລະ ທຸລະກິດປິ່ນອ້ອມ ເພື່ອແລກປ່ຽນຂໍ້ມູນຂ່າວສານ ຊອກຫາວິທີການທີ່ເປັນພື້ນຖານ ແນໃສ່ຍົກລະດັບຄຸນນະພາບການໂຄສະນາຜະລິດຕະພັນທ່ອງທ່ຽວລາວ, ບັນດາລາຍການທ່ອງທ່ຽວໃຫ້ແທດເໝາະກັບສະພາບການຂະຫຍາຍໂຕຂອງຕະຫຼາດທ່ອງທ່ຽວຢູ່ພາກພື້ນ ປລະ ສາກົນ; ສ່ອງແສງໃຫ້ເຫັນຄວາມເປັນຈິງຂອງການພັດທະນາການທ່ອງທ່ຽວລາວ ແນໃສ່ດຶງດູດໃຫ້ນັກທ່ອງທ່ຽວພາຍໃນ ແລະ ສາກົນ ເດີນທາງມາທ່ຽວມີຄວາມສະດວກສະບາຍ ພ້ອມດຽວກັນນັ້ນຍັງເປັນການປະກອບສ່ວນໃຫ້ແກ່ການສ້າງຄວາມເຂັ້ມແຂງ, ການສ້າງລາຍຮັບ, ການມີສ່ວນຮ່ວມຂອງທຸກພາກສ່ວນ ໃນການພັດທະນາເສດຖະກິດ-ສັງຄົມ ເວົ້າລວມ ແລະ ເວົ້າສະເພາະຂະແໜງການທ່ອງທ່ຽວ. ເພື່ອເປັນການເພີ່ມທະວີວຽກງານໂຄສະນາການທ່ອງທ່ຽວລາວ ເຂົ້າສູ່ລວງເລິກ ແລະ ທັນກັບສະພາບການຂອງຄວາມຕ້ອງການຕະຫຼາດທ່ອງທ່ຽວພາຍໃນ ແລະ ສາກົນ; ຈະຕ້ອງຮ່ວມກັນເສີມຂະຫຍາຍບົດບາດຂອງວຽກງານສື່ ໃຫ້ສູງຂຶ້ນຕື່ມ ເພື່ອເປັນກຳລັງແຮງໃນການນຳສະເໜີບັນດາແຫຼ່ງທ່ອງທ່ຽວທີ່ໂດດເດັ່ນ, ກິດຈະກຳການທ່ອງທ່ຽວ, ລາຍການທ່ອງທ່ຽວ ໃຫ້ມີຈຸດສຸມຫຼາຍກວ່າເກົ່າ ເພື່ອໃຫ້ນັກທ່ອງທ່ຽວສາມາດໄດ້ເຂົ້າເຖິງຂໍ້ມູນດັ່ງກ່າວ. ການໂຄສະນາຕ້ອງຕິດພັນກັບຕະຫຼາດທ່ອງທ່ຽວທີ່ເປັນເປົ້າໝາຍ ເພື່ອຍົກບົດບາດການທ່ອງທ່ຽວລາວສູ່ເວທີສາກົນ ນັບມື້ນັບກວ້າງຂວາງ. 
ຂ່າວ-ພາບ: ຍຸພິນທອງ