ໂດຍ:ຍຸພິນທອງ
ທ່ານ ວາລີ ຈືນໍເຢັງ ເລຂາພັກເມືອງ ເຈົ້າເມືອງໆໄຊ ແຂວງອຸດົມໄຊ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ໃນວັນທີ 28 ພຶດສະພາ ຜ່ານມາ ທີ່ຫ້ອງວ່າການປົກຄອງເມືອງໄຊ ກ່ຽວກັບວຽກງານການພັດທະນາການທ່ອງທ່ຽວພາຍໃນເມືອງໄຊ ໃຫ້ຮູ້ວ່າ: ເມືອງໄຊ ເປັນເມືອງເທດສະບານຂອງແຂວງອຸດົມໄຊ ມີເນື້ອທີ່ທັງໝົດ 2.817 ກມ, ເຂດພູດອຍກວມ 85% ຂອງເນື້ອທີ່ທັງໝົດ, ເປັນໃຈກາງທາງຜ່ານໄປຍັງບັນດາແຂວງພາກເໜືອ ແລະ ເປັນປະຕູອອກສູ່ ສສ ຫວຽດນາມ, ສປ ຈີນ ແລະ ຣາຊະອານາຈັກໄທ ຊຶ່ງມີຂອບເຂດການປົກຄອງຕິດກັບບັນດາເມືອງພາຍໃນແຂວງ ແລະ ຕ່າງແຂວງຄື:ທິດເໜືອຕິດກັບເມືອງນາໝໍ້ ແລະ ເມືອງຫຼາ; ທິດໃຕ້ຕິດກັບເມືອງແບງ ແລະ ເມືອງງາ; ທິດຕາເວັນອອກຕິດກັບເມືອງນໍ້າບາກ ແຂວງຫຼວງພະບາງ ແລະ ທິດຕາເວັນຕົກຕິດກັບເມືອງນາແລ ແຂວງຫຼວງນໍ້າທາ.
ເມືອງໄຊ ປະກອບມີທັງໝົດ 97 ບ້ານ, ມີ 9ຊົນເຜົ່າ, ມີ 15.307 ຄົວເຮືອນ, ພົນລະເມືອງທັງໝົດ 90.604 ຄົນຍິງ 45.025 ຄົນ, ມີຄອບຄົວພົ້ນທຸກ 11.475 ຄອບຄົວ ກວມເອົາ 74,97%, ມີບ້ານພົ້ນທຸກ 73 ບ້ານ ກວມເອົາ 75,26%, ມີຄອບຄົວພັດທະນາ 8.285 ຄອບຄົວ ກວມເອົາ 54,13%, ມີບ້ານພັດທະນາ 24 ບ້ານ ກວມເອົາ 24,74%. ອາຊີບຕົ້ນຕໍຂອງປະຊາຊົນແມ່ນເຮັດການຜະລິດກະສິກຳ, ການລ້ຽງສັດໃຫຍ່ ແລະ ການບໍລິການເປັນຕົ້ນ.ໂດຍພື້ນຖານເມືອງໄຊ ຍັງສືບຕໍ່ຮັກສາໄດ້ຈັງຫວະການຂະຫຍາຍຕົວຂອງເສດຖະກິດໃນລະດັບ 5,5%, ລວມຍອດຜົນຜະລິດ ແລະ ການບໍລິການພາຍໃນເມືອງໄດ້ ທັງໝົດ 1.273 ຕື້ກີບ, ສະເລ່ຍລາຍຮັບຕໍ່ຄົນຕໍ່ປີເທົ່າກັບ 14.835 ລ້ານກີບ. ການຈັດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 53.212 ລ້ານກີບ ທຽບໃສ່ແຜນການປີ 2023 ປະຕິບັດໄດ້ລື່ນຄາດໝາຍ 7,02%; ໄດ້ກໍ່ສ້າງ ແລະ ບູລະນະສ້ອມແປງເສັ້ນທາງນັບທັງຢູ່ເທດສະບານ ແລະ ຊົນນະບົດຫ່າງໄກສອກຫຼີກເຮັດໃຫ້ມີເສັ້ນທາງເຂົ້າເຖິງທຸກບ້ານ 100% ໃນນີ້ ບ້ານທີ່ມີເສັ້ນທາງທຽວໄດ້ຕະຫຼອດປີ ມີ 67 ບ້ານ ກວມ 69,07% ແລະ ບ້ານທີ່ມີເສັ້ນທາງທຽວໄດ້ລະດູດຽວ ມີ 30 ບ້ານ ກວມເອົາ 30,93% ແລະ ມີເສັ້ນທາງລົດໄຟຜ່ານ ສະດວກໃນການໄປມາຂອງປະຊາຊົນ.; ຂະຫຍາຍຕາຂ່າຍໄຟຟ້າໄປສູ່ເຂດຊົນນະບົດ ປັດຈຸບັນປະຊາຊົນໄດ້ມີການຊົມໃຊ້ໄຟຟ້າຕາຂ່າຍແລ້ວ 95 ບ້ານ ເທົ່າກັບ 98%, ມີ 14.373 ຫຼັງຄາເຮືອນ ແລະ ຊົມໃຊ້ໄຟຟ້ານອກລະບົບທັງໝົດ 1.381 ຫຼັງຄາເຮືອນ; ຂະຫຍາຍຕາໜ່າງໄປສະນີ-ໂທລະຄົມ ແລະ ການສື່ສານອອກສູ່ຊົນນະບົດໄດ້ຢ່າງທົ່ວເຖິງ; ປັດຈຸບັນ ສັນຍານໂທລະສັບແມ່ນປົກຄຸມໃນທົ່ວເມືອງ ສາມາດໃຫ້ການບໍລິການຕິດຕໍ່-ສື່ສານ 97 ບ້ານ ກວມ 100% ຂອງຈໍານວນບ້ານທັງໝົດ. 
ທ່ານເຈົ້າເມືອງໃຫ້ຮູ້ຕື່ມວ່າ: ເນື່ອງຈາກເມືອງໄຊ ເປັນເມືອງທີ່ມີເສັ້ນທາງລົດໄຟ ລາວ-ຈີນ ແລ່ນຜ່ານ ທັງເປັນໃຈກາງທາງຜ່ານໄປຍັງບັນດາແຂວງພາກເໜືອ ແລະ ເປັນປະຕູອອກສູ່ ສສ ຫວຽດນາມ, ສປ ຈີນ ແລະ ຣາຊະອານາຈັກໄທ. ສະນັ້ນ, ເມືອງໄຊຈຶ່ງເປັນເມືອງທີ່ມີເງື່ອນໄຂເອື້ອອໍານວຍຄວາມສະດວກທຸກດ້ານຕໍ່ການພັດທະນາແຫຼ່ງທ່ອງທ່ຽວ. ດັ່ງນັ້ນ, ຈຶ່ງຈະສຸມໃສ່ວຽກງານການພັດທະນາການທ່ອງທ່ຽວ ຈະພະຍາຍາມຄົ້ນຄວ້າຊອກຫາແຫຼ່ງທຶນ, ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດເພື່ອມາລົງທຶນພັດທະນາແຫຼ່ງທ່ອງທ່ຽວພາຍໃນເມືອງໄຊ ເພື່ອຮອງຮັບເອົານັກທ່ອງທ່ຽວມາໃຊ້ບໍລິການ. ຈະປັບປຸງ ແລະ ພັດທະນາແຫຼ່ງທ່ອງທ່ຽວແຫ່ງເກົ່າໃຫ້ມີປະສິດທິພາບສູງຂຶ້ນກວ່າເກົ່າ ຊຶ່ງມີແຫຼ່ງທ່ອງທ່ຽວທຳມະຊາດ ນໍ້າຕົກຕາດນໍ້າກັດຢໍລະປ່າ, ຖໍ້າຈອມອອງ, ພູຫຍ້າຄາ ແລະ ພູຜາປ່າໄມ້ຂຽວງາມຊຸມເຢັນແລະ ສ້າງແຫຼ່ງທ່ອງທ່ຽວແຫ່ງໃໝ່ຂຶ້ນ ເປັນຕົ້ນແມ່ນ ນໍ້າອອກຮູຫຼັກ 8 ແລະ ຖໍ້າບ້ານມູນເມືອງ. ປັດຈຸບັນ ບັນຫາຫຼັກໆແມ່ນເລັ່ງໃສ່ການປັບປຸງ ແລະ ພັດທະນາຂອດການບໍລິການ, ແຫຼ່ງທ່ອງທ່ຽວໃໝ່ເພື່ອຮອງຮັບ ແລະ ດຶງດູດເອົານັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດເຂົ້າມາເມືອງໄຊໃຫ້ຫຼາຍຂຶ້ນກວ່າເກົ່າ.ມີແຫຼ່ງທ່ອງທ່ຽວທັງໝົດ 14ແຫ່ງ, ໃນນີ້ແຫຼ່ງທ່ອງທ່ຽວທຳມະຊາດ 7 ແຫ່ງ, ວັດທະນະທຳ 5 ແຫ່ງ ແລະ ປະຫວັດຊາດ 2 ແຫ່ງ; ສະຖານທ່ອງທ່ຽວທີ່ພົ້ນເດັ່ນກວ່າໝູ່ໄດ້ພັດທະນາ ແລະ ເປີດໃຫ້ບໍລິການແຫຼ່ງທ່ອງທ່ຽວຕາດນໍ້າກັດ, ຖ້ຳຈອມອອງ, ວັດພູທາດ ເພື່ອດຶງດູດການທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ອງທ່ຽວ ຊຶ່ງແຕ່ລະປີໂດຍສະເລ່ຍມີນັກທ່ອງທ່ຽວເຂົ້າມາໃຫ້ບໍລິການພາຍໃນເມືອງໄຊ ປະມານ 41.880 ກວ່າຄົນ/ປີ ສ້າງລາຍຮັບໄດ້ 901.069 ໂດລາ (ກ່ອນພະຍາດໂຄວິດ-19) ແລະມາຮອດປີ 2019 (ໄລຍະພະຍາດໂຄວິດ-19) ມີນັກທ່ອງທ່ຽວເຂົ້າມາໃຫ້ບໍລິການ ປະມານ 15.960ກວ່າຄົນ/ປີ ສ້າງລາຍຮັບໄດ້ 659.538 ໂດລາ. ໃນປັດຈຸບັນກຳລັງພັດທະນາ ແຫຼ່ງທ່ອງທ່ຽວທຳມະຊາດພູຫຍ້າຄາ (ບ້ານຫຼັກ 32) ເພື່ອຮອງຮັບເອົານັກທ່ອງທ່ຽວຈາກພາຍໃນ ແລະ ຕ່າງປະເທດ ແລະ ຍັງໄດ້ເຊັນ MOU ກັບນັກທຸລະກິດຫຼາຍຫົວໜ່ວຍເພື່ອພັດທະນາແຫຼ່ງທ່ອງທ່ຽວຕ່າງໆໃຫ້ຫຼາຍຂຶ້ນຕື່ມ.