ເນື່ອງໃນໂອກາດວັນເດັກນ້ອຍສາກົນ ຄົບຮອບ 100 ປີ (1/6/1924-1/6/2024), ກະຊວງພະລັງງານ ແລະ ບໍ່ແຮ່ (ພບ) ເຫັນໄດ້ເຖິງຄວາມໝາຍຄວາມສຳຄັນ ແລະ ມີຄວາມເປັນເຈົ້າການປະກອບສ່ວນ ເພື່ອໃຫ້ການຊ່ວຍເຫຼືອແກ່ເດັກນ້ອຍລາວ ໂດຍສະເພາະແມ່ນເດັກເກີດໃໝ່, ຈຶ່ງໄດ້ລະດົມບັນດາບໍລິສັດທີ່ມີເງື່ອນໄຂ ໃຫ້ການຊ່ວຍເຫຼືອ ມອບອຸປະກອນການແພດ ກໍຄືເຄື່ອງຊ່ວຍເຫຼືອ, ເຄື່ອງຊ່ວຍຫາຍໃຈເດັກເກີດໃໝ່ ຈໍານວນ 3 ຊຸດ ໃຫ້ແກ່ໂຮງໝໍແມ່ ແລະ ເດັກເກີດໃໝ່ສູນກາງ ລວມມູນຄ່າ 902 ລ້ານກວ່າກີບ.
    ພິທີມອບ-ຮັບ ອຸປະກອນການແພດ ໃຫ້ແກ່ໂຮງໝໍດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 30 ພຶດສະພາ ນີ້ ທີ່ກະຊວງສາທາລະນະສຸກ; ກ່າວມອບໂດຍ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງ ພບ, ກ່າວຮັບໂດຍ ທ່ານ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ; ມີ ທ່ານ ສີວັນໄຊ ຈັນທະວົງສັກ ຜູ້ອຳນວຍການໂຮງໝໍແມ່ ແລະ ເດັກເກີດໃໝ່ສູນກາງ ພ້ອມດ້ວຍບັນດາພະນັກງານກ່ຽວ ຂ້ອງ ຈາກທັງສອງກະຊວງ ແລະ ບັນດາຜູ້ຕາງໜ້າບໍລິສັດ ທີ່ໃຫ້ການຊ່ວຍເຫຼືອ ເຂົ້າຮ່ວມ.
    ທ່ານ ໂພໄຊ ໄຊຍະສອນ ກ່າວໃຫ້ຮູ້ວ່າ: ຍ້ອນເຫັນໄດ້ເຖິງຄວາມສຳຄັນໃນການປົກປ້ອງເດັກນ້ອຍເກີດໃໝ່ ເພື່ອປະກອບສ່ວນຊ່ວຍໃຫ້ ອັດຕາການຕາຍຂອງເດັກເກີດໃໝ່ ໄດ້ຫຼຸດຕໍ່າລົງອີກ ຊຶ່ງເປັນການປະກອບສ່ວນສຳຄັນໃຫ້ລັດຖະບານ ໄດ້ບັນລຸເປົ້າໝາຍຂອງຕົວຊີ້ບອກດັ່ງກ່າວ ໃນແຜນພັດທະນາເສດຖະ ກິດ-ສັງຄົມ. ສະນັ້ນ, ກະຊວງ ພບ ໄດ້ລະດົມບັນດາບໍລິສັດ ທີ່ເປັນຜູ້ລົງທຶນດ້ານພະລັງງານ ແລະ ບໍ່ແຮ່ ທີ່ມີເງື່ອນໄຂປະກອບສ່ວນຊ່ວຍເຫຼືອ ຊຶ່ງມີກຸ່ມບໍລິສັດ ພົງຊັບທະວີ ຈຳກັດຜູ້ດຽວ, ບໍລິສັດ ຈະເລີນເຊກອງພະລັງງານ ຈຳກັດ ແລະ ບໍລິສັດ ຄຳມ່ວນພັດທະນາ ອະສັງຫາລິມະຊັບ ຈຳກັດຜູ້ດຽວ ມອບອຸປະກອນການແພດ ໃຫ້ໂຮງໝໍແມ່ ແລະ ເດັກເກີດໃໝ່ສູນກາງ ໄດ້ນຳໃຊ້ເຂົ້າໃນວຽກງານວິຊາສະເພາະຂອງຕົນ.
    ທ່ານ ສະໜອງ ທອງຊະນະ ກ່າວຂອບໃຈຕໍ່ ທ່ານລັດຖະມົນຕີກະຊວງ ພບ ແລະ ບັນດາບໍລິສັດ ທີ່ໄດ້ໃຫ້ການຊ່ວຍເຫຼືອ; ພ້ອມທັງກ່າວໃຫ້ຮູ້ວ່າ: ຂະແໜງສາທາລະນະສຸກ ແມ່ນຢູ່ໃນຂົງເຂດສັງຄົມ ຊຶ່ງຜ່ານມາວຽກງານການແພດເວົ້າລວມ, ເວົ້າສະເພາະກ່ຽວກັບວຽກງານແມ່ ແລະ ເດັກ, ລັດຖະບານ ກໍຄືກະຊວງສາທາລະນະສຸກ ກໍໄດ້ເອົາໃຈໃສ່ຢ່າງຈິງຈັງ ແລະ ເຮັດໃຫ້ໂຕເລກການຕາຍຂອງເດັກລຸ່ມ 5 ປີ, ລຸ່ມ 1 ປີ ແລະ ແມ່ເກີດລູກ ຫຼຸດລົງໄວທີ່ສຸດໃນພາກພື້ນ; ແຕ່ວຽກງານການແພດ ຕ້ອງໄດ້ລົງທຶນຢ່າງໃຫຍ່ຫຼວງ ທັງການພັດທະນາຊັບພະຍາກອນມະນຸດ ທີ່ຮູ້ນໍາໃຊ້ເຕັກໂນໂລຊີ, ອຸປະກອນການແພດທັນສະໄໝ ຊຶ່ງລັດຖະບານກໍໄດ້ມອບເຄື່ອງອຸປະກອນການແພດໃຫ້ ແຕ່ກໍຍັງຂາດເຂີນບໍ່ພຽງພໍ ສະນັ້ນຈຶ່ງຍັງຕ້ອງການ ການຊ່ວຍເຫຼືອຈາກຕ່າງປະເທດ, ການຮ່ວມມືສາກົນ ແລະ ຈາກທຸກພາກສ່ວນໃນສັງຄົມ ທີ່ມີເງື່ອນໄຂ ເພື່ອມາປັບປຸງປະສິດທິພາບ, ຍົກສູງຄຸນນະພາບ ການບໍລິການສາທາລະນະສຸກໃຫ້ດີຂຶ້ນ. ເຄື່ອງຊ່ວຍເຫຼືອທີ່ໄດ້ຮັບຄັ້ງນີ້ ຈະນໍາໃຊ້ໃຫ້ເກີດປະໂຫຍດສູງສຸດ ເພາະການຊ່ວຍເຫຼືອຊີວິດເດັກເກີດໃໝ່ ເປັນສິ່ງສຳຄັນ ຂະນະທີ່ການຕາຍຂອງເດັກກໍຍັງເປັນສິ່ງທ້າທາຍ ຊຶ່ງການຕາຍຂອງເດັກສູງສຸດແມ່ນຢູ່ໃນໄລຍະ 0-7 ວັນ ເນື່ອງຈາກຫຼາຍສາເຫດ ສະນັ້ນເຄື່ອງຊ່ວຍຫາຍໃຈນີ້ຈະກອບກູ້ຊ່ວຍຊີວິດຂອງເດັກເກີດໃໝ່ໄດ້ ແລະ ຊ່ວຍ ຫຼຸດຜ່ອນການຕາຍຂອງເດັກເກີດໃໝ່ ໄດ້ເປັນຢ່າງດີ. (ຂ່າວ-ພາບ: ສຸກສະຫວັນ)