ໃນວັນທີ 30 ພຶດສະພາ ນີ້ ທີ່ີ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ມາຣິດ ສະຫງ່ຽມພົງ ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ ແລະ ຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.
ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຊົມເຊີຍຕໍ່ ທ່ານ ມາຣິດ ສະຫງ່ຽມພົງ ທີ່ໄດ້ຮັບແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ ຄົນໃໝ່, ພ້ອມທັງໄດ້ຝາກຄວາມຢື້ຢາມຖາມຂ່າວ ເຖິງ ທ່ານ ເສດຖາ ທະວີສິນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ແລະ ໄດ້ແຈ້ງວ່າ ສໍາລັບ ແຜນການເດີນທາງໄປຢ້ຽມຢາມ ຣາຊະອານາຈັກໄທ ນັ້ນ ຄາດວ່າ ຈະເປັນເດືອນສິງຫາ 2024.
ທ່ານ ສອນໄຊ ສີພັນດອນ ໄດ້ຍົກໃຫ້ເຫັນວ່າ ການພົວພັນ ແລະ ການຮ່ວມມື ລາວ-ໄທ ແມ່ນມີມາແຕ່ບູຮານນະການກ່ອນການສ້າງຕັ້ງສາຍພົວພັນການທູດນໍາກັນ. ຍິ່ງໃນໄລຍະ ໃໝ່ແຫ່ງການເຊື່ອມໂຍງ ແລະ ເສດຖະກິດທີ່ເປັນຕ່ອງໂສ້ ຍິ່ງຮຽກຮ້ອງໃຫ້ທຸກປະເທດຕ້ອງຮ່ວມມື ແລະ ເພິ່ງພາຊຶ່ງກັນ ແລະ ກັນຫຼາຍຂຶ້ນ. ສະນັ້ນ, ສອງປະເທດ ລາວ-ໄທ ຊຶ່ງເປັນປະເທດທີ່ມີຊາຍແດນຮ່ວມກັນ ແລະ ຕັ້ງຢູ່ໃນອະນຸພາກພື້ນທີ່ມີຄວາມສໍາຄັນທາງຍຸດທະສາດ ຍິ່ງຈະເພີ່ມທະວີຮ່ວມມືກັນຫຼາຍຂຶ້ນ ບໍ່ວ່າທາງດ້ານການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທໍາ. ໃນໄລຍະຜ່ານມາ ເຫັນວ່າ ທັງສອງລັດຖະບານ ໄດ້ຮ່ວມມືກັນຢ່າງມີໝາກຜົນຢ່າງຕໍ່ເນື່ອງ ໂດຍສະເພາະ ຍຸດທະສາດການເຊື່ອມໂຍງ-ເຊື່ອມຈອດ ເປັນຂົວຕໍ່ນໍາທາງເພື່ອສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດໃນຖານະເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ.
ໃນຂະນະດຽວກັນ, ທ່ານ ມາຣິດ ສະຫງ່ຽມພົງ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບອັນອົບອຸ່ນ  ແລະ ໄດ້ແຈ້ງຈຸດປະສົງຂອງການຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ພ້ອມທັງໄດ້ສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ເຮັດວຽກຮ່ວມກັບຝ່າຍລາວຢ່າງໃກ້ຊິດ ເພື່ອຊຸກຍູ້ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງສອງປະເທດ ໃຫ້ແຕກດອກອອກຜົນ ຍິ່ງໆຂຶ້ນ ເພື່ອນໍາເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງຊາດ ລາວ ແລະ ໄທ.
ໃນໂອກາດດຽວກັນນີ້, ສອງຝ່າຍ ຍັງໄດ້ປຶກສາຫາລືໃນການຊຸກຍູ້ການຈັດຕັ້ງປະຕິບັດບັນດາໂຄງ ການຮ່ວມມືຈໍານວນໜຶ່ງ ໃນຕໍ່ໜ້າ ເຊັ່ນ: ໂຄງການກໍ່ສ້າງຂົວຂ້າມແມ່ນໍ້າຂອງ ເມືອງຈອມເພັດ-ນະຄອນ ຫຼວງພະບາງ, ໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ 6 (ສາລະວັນ-ອຸບົນຣາຊະທານີ) ແລະ ຂົວຂ້າມນໍ້າຂອງສໍາລັບລົດໄຟ, ຊຶ່ງບັນດາໂຄງການດັ່ງກ່າວແມ່ນຢູ່ໃນແຜນປະຕິບັດງານ ວ່າດ້ວຍການເປັນຄູ່ຮ່ວມຍຸດທະສາດ 5 ປີ (2022-2026). ນອກນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນຄວາມຄິດເຫັນໃນດ້ານຕ່າງໆ ເປັນຕົ້ນ: ການສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນ, ການແກ້ໄຂບັນຫາໝອກຄວັນ, ການຂົນສົ່ງສິນຄ້າຜ່ານແດນ, ການທ່ອງທ່ຽວ, ການຮ່ວມມືເພື່ອການພັດທະນາ, ການສະໜັບສະໜູນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ແລະ ການກະກຽມຈັດກິດຈະກໍາ ສະເຫຼີມສະຫຼອງ ຄົບຮອບ 75 ປີ ແຫ່ງ ການສ້າງຕັ້ງສາຍພົວພັນການທູດ ລາວ-ໄທ ໃນປີ 2025. 
(ຂ່າວ: ກຕທ)