ໃນໂອກາດເຂົ້າຮ່ວມສົນທະນາໃນກອງປະຊຸມເວທີສາກົນເພື່ອໂຄສະນາການທ່ອງທ່ຽວລາວ ທີ່ຈັດໂດຍກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ(ຖວທ) ໃນວັນທີ 29 ພຶດສະພາ ຜ່ານມາທີ່ແຂວງອຸດົມໄຊ, ທ່ານນາງ ແສງແກ້ວ ຫົວໜ້າວິທະຍຸໂທລະພາບສູນກາງຈີນ CMG ປະຈໍາລາວໄດ້ປະກອບຄຳເຫັນໃນຫົວຂໍ້“ບົດບາດສື່ມວນຊົນໃນການຊຸກຍູ້ການພັດທະນາວຽກງານການທ່ອງທ່ຽວດ້ວຍຄຸນນະພາບສູງ”.
ກ່ອນອື່ນທ່ານນາງ ແສງແກ້ວ ໄດ້ຍົກໃຫ້ເຫັນກ່ຽວກັບບົດຮຽນຂອງCMGໃນການລາຍງານຂ່າວທີ່ມີຕໍ່ເສັ້ນທາງລົດໄຟລາວ-ຈີນ ແລະງານກິລາເຕະບານຊົນນະບົດຄືງານ“ຊຸບເປີລີກຊົນນະບົດ”ທີ່ຈັດຂຶ້ນຢູ່ເມືອງຢົງຈ່ຽງແຂວງກຸ້ຍໂຈວສປຈີນແມ່ນໄດ້ຮັບຜົນສຳເລັດເດັ່ນຢ່າງປະຈັກຕາຕໍ່ຜູ້ຊົມແລະຜູ້ຟັງ ຊຶ່ງເປັນການສະແດງໃຫ້ເຫັນບົດບາດອັນໃຫຍ່ຫຼວງຂອງສື່ມວນຊົນໃນການຊຸກຍູ້ວຽກງານທ່ອງທ່ຽວພັດທະນາດ້ວຍຄຸນນະພາບສູງ.
ທ່ານນາງແສງແກ້ວກ່າວວ່າ: ແນວຄິດໃໝ່ໆຈາກການລາຍງານຂ່າວ ແລະການເຜີຍແຜ່ໂຄສະນາດ້ານສື່ມວນຊົນໃນຍຸກໃໝ່,ຍຸກແຫ່ງສື່ສັງຄົມອອນລາຍມີການຂະຫຍາຍຕົວຄວນສຸມໃສ່ 3 ວຽກງານສຳຄັນນີ້ໃຫ້ດີຄື:ໜຶ່ງ, ຍອມຮັບບົດບາດຂອງວິດີໂອສັ້ນໃນຍຸກໃໝ່ດ້ວຍການດຶງດູດໃຫ້ມີຜູ້ຕິດຕາມຢ່າງຫຼວງຫຼາຍ;ສອງ,ລາຍງານປະເດັນຮ້ອນຫຼືຂ່າວເດັ່ນຈາກຫຼາຍມຸມມອງທີ່ແຕກຕ່າງກັນ ເພື່ອເຮັດໃຫ້ປະເດັນເດັ່ນໄດ້ຮັບຄວາມສົນໃຈເທື່ອແລ້ວເທື່ອອີກ; ແລະສາມ,ການເບິ່ງໂຄສະນາແລະການສື່ສານຈາກທັດສະນະທີ່ສູງກວ່າ, ນຳໃຊ້ຊັບພະຍາກອນຂອງທຸກຝ່າຍໃຫ້ດີ, ສ້າງຮູບແບບການໂຄສະນາແລະການສື່ສານໃຫ້ກວ້າງຂວາງແບບໄຮ້ພົມແດນ.
ທ່ານນາງແສງແກ້ວກ່າວຢໍ້າຕື່ມອີກວ່າ: ໃນຍຸກອິນເຕີເນັດເຄື່ອນທີ່ແລະສື່ສັງຄົມອອນລາຍມີການຂະຫຍາຍຕົວແຮງ, ວິດີໂອສັ້ນແມ່ນມີບົດບາດໂດຍກົງທີ່ສຸດ,ເຜີຍແຜ່ງ່າຍທີ່ສຸດແລະມີປະສິດທິພາບຫຼາຍທີ່ສຸດເມື່ອທຽບກັບປະເພດບົດຂ່າວແລະຮູບພາບນີ້ງ, ເພາະມັນຈະມີຂໍ້ມູນຂ່າວສານຫຼາຍທີ່ສຸດແລະແລກປ່ຽນງ່າຍທີ່ສຸດ. ບໍ່ວ່າຈະເປັນສື່ວິຊາການຫຼືສື່ບຸກຄົນ, ຜູ້ໃດກໍສາມາດຖ່າຍທຳໄດ້ທຸກເວລາແລະສົ່ງເຂົ້າອິນເຕີເນັດໄດ້ທຸກເວລາ,ມັນງ່າຍທີ່ຈະກາຍເປັນຈຸດສຸມຂອງຫາງສຽງແລະງ່າຍທີ່ສຸດໃນການສ້າງຈຸດຮ້ອນອອນລາຍ. ສະນັ້ນ, ສື່ມວນຊົນຄວນນຳໃຊ້ບົດບາດຂອງວິດີໂອສັ້ນຢ່າງເຕັມທີ່, ບໍ່ພຽງແຕ່ຕ້ອງປັບປຸງລະດັບການວາງແຜນວິດີໂອສັ້ນແລະການຜະລິດໂດຍຜ່ານວິທີການມືອາຊີບເທົ່ານັ້ນ,ຫາກຍັງຕ້ອງຖອດຖອນບົດຮຽນນຳວິດີໂອທີ່ດີເດັ່ນຂອງສື່ເອກະຊົນຢ່າງເຕັມທີ່, ຕິດຕາມຈຸດຮ້ອນຢ່າງໃກ້ຊິດ, ເພື່ອເປັນການນຳທາງຫາງສຽງ, ເສີມຂະຫຍາຍທ່າແຮງສື່ສານແບບວິຊາການຂອງຕົນແລະເຕົ້າໂຮມເປັນທ່າແຮງການສື່ສານທີ່ມີອິດທິພົນໃຫ້ດີທີ່ສຸດ.
ຖ້າເບິ່ງຈາກງານແຂ່ງຂັນເຕະຊຸບບານເປີລີກຊົນນະບົດແຂວງກຸ້ຍໂຈ່ວແລ້ວເຫັນໄດ້ວ່າ: ເລື່ອງນີ້ກາຍເປັນເຫດການເດັ່ນທີ່ໄດ້ຮັບການຊົມຢ່າງຫຼວງຫຼາຍຕິດຕໍ່ກັນ, ການລາຍງານກ່ຽວກັບງານດັ່ງກ່າວກໍມີຂຶ້ນຕະຫຼອດ, ນອກຈາກມີສາເຫດທີ່ວ່າເປັນງານແຂ່ງຂັນດຸເດືອດທີ່ສຸດທີ່ເກີດຂຶ້ນຢູ່ພື້ນບ້ານແລ້ວ,ອີກເຫດຜົນໜຶ່ງແມ່ນຍ້ອນວ່າສື່ມວນຊົນນອກຈາກລາຍງານຂ່າວດັ່ງກ່າວແລ້ວຍັງໄດ້ສຸມໃສ່ລາຍງານກ່ຽວກັບປະຕິກິລິຍາຂອງຜູ້ໄປຊົມງານແຂ່ງຂັນ, ສຸມໃສ່ລາຍງານໂຄສະນາຜົນຜະລິດກະສິກໍາທ້ອງຖິ່ນທີ່ມີເອກະລັກພິເສດ, ເຜີຍແຜ່ເພງສະໄໝນິຍົມທີ່ຮ້ອງໂດຍພາສາເຜົ່າມົ້ງ, ບົດຟ້ອນພື້ນເມືອງຂອງເຜົ່າມົ້ງກໍຄືລາງວັນທີ່ເປັນຜະລິດຕະພັນທ້ອງຖິ່ນທີ່ຕິດດິນທີ່ສຸດແລະອື່ນໆ.ເຮັດໃຫ້ການລາຍງານຂ່າວໃນແຕ່ລະຫົວຂໍ້ລ້ວນແຕ່ເປັນທີ່ສົນໃຈຂອງຜູ້ຊົມຜູ້ອ່ານ, ສຸດທ້າຍກໍໄດ້ສ້າງເປັນຍີ່ຫໍ້ໜຶ່ງທີ່ດຶງດູດການທ່ອງທ່ຽວໄດ້ດີທີ່ສຸດ.
ທ່ານນາງແສງແກ້ວກ່າວຕື່ມວ່າ:ບໍ່ວ່າຈະເປັນສື່ມວນຊົນສູນກາງ, ສື່ມວນຊົນແຂວງ, ເມືອງຫຼືພາກສ່ວນຂອງແຂວງ, ພະແນກການແລະຫົວໜ່ວຍຕ່າງໆລວມທັງສື່ເອກະຊົນທີ່ສອດຄ່ອງຕາມຄວາມຕ້ອງການຂອງການສົ່ງເສີມການທ່ອງທ່ຽວລ້ວນແລ້ວແຕ່ເປັນກຳລັງແຮງຊຸກຍູ້ການທ່ອງທ່ຽວພັດທະນາໃຫ້ມີຄຸນນະພາບສູງ. ພວກເຮົາຄວນຮຽນຮູ້ວິທີການນຳໃຊ້ທ່າແຮງຂອງຜູ້ອື່ນ, ຮູ້ຈັກໃຊ້ໃຫ້ຖືກບ່ອນ, ຈົນສຸດທ້າຍໄດ້ກາຍເປັນກຳລັງຮ່ວມທີ່ເຂັ້ມແຂງ.
ສຸດທ້າຍ, ທ່ານນາງແສງແກ້ວໄດ້ໃຫ້ທັດສະນະວ່າ:CMG ປະຈຳລາວຍິນດີຮ່ວມມືກັບທຸກພາກສ່ວນດ້ານວັດທະນະທຳ ແລະການທ່ອງທ່ຽວຂອງລາວທຸກຂັ້ນເພື່ອຮ່ວມກັນຊຸກຍູ້ວຽກງານການທ່ອງທ່ຽວປີ 2024 ໃຫ້ກ້າວສູ່ຜົນສໍາເລັດອັນຍິ່ງໃຫຍ່,ທັງຊຸກຍູ້ການພັດທະນາວຽກງານທ່ອງທ່ຽວວັດທະນະທໍາຂອງລາວຂຶ້ນສູ່ລະດັບໃໝ່ ເພື່ອປະກອບສ່ວນເຂົ້າໃນການສ້າງຄູ່ຮ່ວມຊາຕາກໍາຈີນ-ລາວຢ່າງມີຜົນສຳເລັດ.
ຂ່າວ: ຊີອາໄອ