ໂດຍ : ຕະວິນຍານ
ຕາມການໃຫ້ຂໍ້ມູນ ຂອງ ທ່ານ ບຸນຈັນ ກົມບຸນຍະສິດ ຫົວໜ້າກົມປູກຝັງ ກະຊວງກະສິກໍາ-ປ່າໄມ້ໃຫ້ຊາບວ່າ: ການຜະລິດເຂົ້າເປືອກໃນທົ່ວປະເທດບັນລຸ3,90 ລ້ານໂຕນ ເທົ່າກັບ 102% ຂອງແຜນການ (ແຜນການ 3,81 ລ້ານໂຕນ) ໃນນີ້, ເຂົ້ານາແຊງ 442.000 ໂຕນ, ເຂົ້າໄຮ່ 206.855 ໂຕນ ແລະ ເຂົ້ານາປີ ໄດ້ 3,23 ລ້ານໂຕນ,ສະເລ່ຍໃສ່ພົນລະເມືອງລາວເຮົາ ໄດ້476 ກິໂລກຣາມ/ຄົນ/ປີ (ອັດຕາບໍລິໂພກພົນລະເມືອງລາວ ສະເລ່ຍປະມານ 234 ກິໂລກຣາມ/ຄົນ/ປີ) ຖືວ່າກຸ້ມກິນ ແລະ ມີສ່ວນແຮໄວ້ຂາຍເປັນສິນຄ້າ,ຜົນຜະລິດເຂົ້າແຕ່ລະລະດູການແມ່ນເກັບຮັກສາໄວ້ໃນຄົວເຮືອນ, ບັນດາໂຮງສີເຂົ້າ (ຂະໜາດກາງ, ໃຫຍ່) ເປັນສິນຄ້າສົ່ງອອກຕ່າງປະເທດ ແລະ ເປັນວັດຖຸດິບເພື່ອການປຸງແຕ່ງ.
ແນວໃດກໍຕາມໃນພາບລວມເຖິງວ່າມີເຂົ້າພຽງພໍ ແຕ່ຖ້າໄຈ້ແຍກໃນລາຍແຂວງ ແລະ ເມືອງ ທີ່ພື້ນທີ່ບໍ່ເໝາະສົມກັບການຜະລິດເຂົ້າ ໂດຍສະເພາະທາງພາກເໜືອ ຍັງມີບາງແຂວງບໍ່ສາມາດຜະລິດກຸ້ມຕົນເອງໃນບາງໄລຍະ ຈຶ່ງຕ້ອງໄດ້ຈໍລະຈອນເຂົ້າຈາກແຂວງທາງພາກກາງ ແລະ ພາກໃຕ້ມາດຸ່ນດ່ຽງໃຫ້, ໂດຍສະເພາະໃນ ເດືອນກໍລະກົດ ຫາ ເດືອນຕຸລາ ຂອງທຸກໆປີ.
ສໍາລັບການຜະລິດພືດສະບຽງອາຫານ ສາມາດປະຕິບັດໄດ້ 2,42 ລ້ານໂຕນ, ບັນລຸ 101% ຂອງແຜນການ (ແຜນການ 2,39 ລ້ານໂຕນ) ໃນນັ້ນພົ້ນເດັ່ນໄດ້ແກ່ ສາລີຫວານ 161.000ກວ່າໂຕນ, ເຜືອກມັນລວມ 205.343ກວ່າໂຕນ, ພືດຜັກລວມ 1.422.000 ກວ່າໂຕນ,  ໝາກໄມ້ລວມ 630.000 ກວ່າໂຕນ. ການຜະລິດພືດເປັນສິນຄ້າແມ່ນໄດ້ສຸມໃສ່ຜະລິດບັນດາພືດທີ່ມີທ່າແຮງຂອງແຕ່ລະທ້ອງຖິ່ນ ແລະ ພືດທີ່ໄດ້ຮັບການເຈລະຈາເຕັກນິກເປີດຕະຫຼາດສຳເລັດ ໃນປີ 2023 ສາມາດປະຕິບັດໄດ້ທັງໝົດ 9,73ລ້ານໂຕນ, ເທົ່າກັບ 113% (ແຜນການ 8,56 ລ້ານໂຕນ), ໃນນັ້ນພືດທີ່ພົ້ນເດັ່ນ ໄດ້ແກ່: ມັນຕົ້ນ   6.255.000 ກວ່າໂຕນ, ອ້ອຍ 1.653.000 ກວ່າໂຕນ, ກ້ວຍ 861.000 ກວ່າໂຕນ, ສາລີແຂງ 458.000 ກວ່າໂຕນ, ກາເຟ 183.000 ກວ່າໂຕນ ແລະ ອື່ນໆ.
ທ່ານ ບຸນຈັນ ກົມບຸນຍະສິດ ໃຫ້ຮູ້ຕື່ມວ່າ:ໃນປີ 2024 ນີ້,ເພື່ອໃຫ້ສາມາດຮັບປະກັນການບໍລິ
ໂພກພາຍໃນ ແລະ ເປັນສິນຄ້າສົ່ງອອກຈຳນວນໜຶ່ງ, ກົມປູກຝັງໄດ້ລົງຊຸກຍູ້ພະແນກກະສິກໍາແຂວງໃນທົ່ວປະເທດເພື່ຶອສູ້ຊົນຜະລິດເຂົ້າເປືອກ ໃຫ້ໄດ້ 3.860.800 ໂຕນ, (ໃນນັ້ນ, ເຂົ້ານາປີ 3.234.500 ໂຕນ, ເຂົ້ານາແຊງ 448.700ໂຕນ ແລະ ເຂົ້າໄຮ່ 180.600 ໂຕນ) ໂດຍສຸມໃສ່ 10 ແຂວງເປົ້າໝາຍ ໂດຍສະເພາະ ແມ່ນແຂວງຄຳມ່ວນ, ສະຫວັນນະເຂດ, ສາລະວັນ ແລະ ຈຳປາສັກ ແມ່ນເລັ່ງໃສ່ຜະລິດເພື່ອຄ້ຳປະກັນ ໃຫ້ແກ່ບັນດາແຂວງພາກກາງ ແລະ ພາກໃຕ້ ແລະ ເປັນສິນຄ້າສົ່ງອອກ, ສຳລັບ ແຂວງໄຊຍະບູລີ, ຫຼວງນ້ຳທາ ແລະ ແຂວງບໍ່ແກ້ວ ແມ່ນເລັ່ງໃສ່ຜະລິດເຂົ້າເພື່ອສະໜອງໃຫ້ແກ່ບັນດາແຂວງພາກເໜືອ, ສຳລັບ ນະຄອນຫຼວງວຽງຈັນ,ແຂວງວຽງຈັນ ແລະ ແຂວງບໍລິຄໍາໄຊ ແມ່ນເລັ່ງໃສ່ຜະລິດ ເພື່ອສະໜອງ ໃຫ້ແກ່ ນະຄອນຫຼວວຽງຈັນ ແລະ ບັນດາແຂວງພາກເໜືອ ຈຳນວນໜຶ່ງ.
ສ່ວນການຜະລິດພືດສະບຽງອາຫານໄດ້ເອົາໃຈໃສ່ຊຸກຍູ້ ຂະບວນການຜະລິດພືດສະບຽງອາຫານທີ່ມີທ່າແຮງ ເພື່ອຫຼຸດຜ່ອນການນຳເຂົ້າຈາກຕ່າງປະເທດໂດຍສູ້ຊົນໃຫ້ໄດ້ ເນື້ອທີ່ປູກ 279.680 ເຮັກຕາ, ຜົນຜະລິດປະມານ 2.466.750ໂຕນ ໂດຍສະເພາະແມ່ນ ສາລີຫວານ, ພືດຜັກ, ໝາກໄມ້ ແລະ ເຜືອກມັນຕ່າງໆ ແລະການຜະລິດພືດເປັນສິນຄ້າແມ່ນໄດ້ສຸມໃສ່ຜະລິດບັນດາພືດ ທີ່ໄດ້ຮັບການເຈລະຈາເຕັກນິກເປີດຕະຫຼາດແລ້ວ ສູ້ຊົນໃຫ້ໄດ້ ໃນເນື້ອທີ່ 692.260ເຮັກຕາ, ຄາດຄະເນຜົນຜະລິດ ປະມານ 9.751.590ໂຕນ ໂດຍສະເພາະແມ່ນ ມັນຕົ້ນ, ກາເຟ, ຊາ, ສາລີແຂງ, ໝາກເດືອຍ, ອ້ອຍ ແລະ ອື່ນໆ.