ໃນປີ 2023 ຜ່ານມາ ສປປ ລາວສົ່ງອອກພືດແລະຜະລິດຕະພັນພືດຜ່ານດ່ານກັກກັນພືດສາກົນຈໍານວນ 5,13 ລ້ານໂຕນ,ຄິດເປັນມູນຄ່າທັງໝົດ 1.024 ລ້ານໂດລາທຽບໃສ່ແຜນການປະຕິບັດໄດ້ 93% (ແຜນການປີ2023 ແມ່ນ1.100ລ້ານໂດລາ) ສາເຫດທີ່ບໍ່ໄດ້ຕາມແຜນເນື່ອງຈາກໄດ້ມີການປັບປ່ຽນໂຄງສ້າງຂອງຂໍ້ມູນໂດຍໄດ້ຕັດບາງລາຍການພືດທີ່ຕິດພັນກັບພາລະບົດບາດຂອງກົມປູກຝັງອອກ,ສະເພາະພືດທີ່ສົ່ງອອກພົ້ນເດັ່ນກວ່າໝູ່ແມ່ນ ມັນຕົ້ນ ມູນຄ່າ 385.734.794 ໂດລາ, ກ້ວຍ ມູນຄ່າ 245.515.423 ໂດລາ,  ສາລີແຂງ ມູນຄ່າ 47,841,548 ໂດລາ, ອ້ອຍ ມູນຄ່າ 11.232.907 ໂດລາ, ໝາກໂມ ມູນຄ່າ 49.963.978 ໂດລາ. 
ສ່ວນຕະຫຼາດສົ່ງອອກ ສ່ວນໃຫຍ່ແມ່ນ  ສປ ຈີນ, ສສຫວຽດນາມ ແລະ ໄທ. ສ່ວນການນຳເຂົ້າພືດ ແລະ ຜະລິດຕະພັນພືດ ຜ່ານດ່ານກັກກັນພືດມີມູນຄ່າທັງໝົດ 109.931.532ໂດລາ.ການນຳເຂົ້າພືດໃນປີ2023 ໄດ້ແກ່ ໄມ້ກະຖິນນາລົງ ຈໍານວນ327.076 ໂຕນ ມູນຄ່າ20.794.411 ໂດລາ(ນຳເຂົ້າຈາກ ໄທ, ສະຫະລັດອາຣັບອາມິເຣດ,ອິນເດຍ,ຈີນ);ກາກຖົ່ວເຫຼືອງຈຳນວນ51.173 ໂຕນ ມູນຄ່າ 26.933.180 ໂດລາ(ນຳເຂົ້າຈາກ ໄທ ແລະ ສະຫະລັດອາເມຣິກາ);ແປ້ງມັນຕົ້ນ ຈໍານວນ 28.799ໂຕນ ມູນຄ່າ 11.732.180 ໂດລາ(ນໍາເຂົ້າຈາກຫວຽດນາມ,ໄທ), ເຂົ້າເມັດຫັກ ຈໍານວນ19.437 ໂຕນ    ມູນຄ່າ2.327.830 ໂດລາ(ນຳເຂົ້າຈາກ ໄທ, ຫວຽດນາມ),ເຂົ້າວີດ(ເຂົ້າຝ້າງ)  ຈຳນວນ 17.174 ໂຕນ ມູນຄ່າ11.879.321 ໂດລາ(ນຳເຂົ້າຈາກ ໄທ, ຫວຽດນາມ).
ຂ່າວ: ຕະວິນຍານ