ງານມະຫະກຳກິລານັກຮຽນອາຊຽນ ຄັ້ງທີ 13 ໄດ້ຖືກຈັດຂຶ້ນຢ່າງເປັນທາງການ ໃນຕອນຄໍ່າວັນທີ 1 ມິຖຸນາ ຜ່ານມາ ທີ່ນະຄອນດານັງ ສສ ຫວຽດນາມ ໂດຍມີບັນດາການນຳຂັ້ນສູງພັກ-ລັດ ຂອງປະເທດເຈົ້າພາບ ແລະ ປະເທດອາຊຽນ ເຂົ້າຮ່ວມ ຊຶ່ງ ສປປ ລາວ ເຮົາ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ສຸພັນ ຫາດາວເຮືອງ ຫົວໜ້າກົງສູນລາວ ປະຈຳນະຄອນດານັງ ແລະ ທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ.
     ໃນການກ່າວເປີດພິທີ, ທ່ານເຈີ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີ ສສ ຫວຽດນາມ ໄດ້ກ່າວວ່າ: ຄະນະກິລານັກຮຽນໄດ້ນຳເອົາຄວາມງາມທີ່ເຕັມໄປດ້ວຍ ສຸຂະພາບເຂັ້ມແຂງ ດ້ວຍຮອຍຍິ້ມທີ່ສົດໃສ ສະແດງໃຫ້ເຫັນຄວາມສາມັກຄີ, ມິດຕະພາບ ແລະ ເຊີດຊູຈິດໃຈກິລາ ແລະ ໄຟແຫ່ງຄວາມກະຕືລືລົ້ນຂອງໄວໜຸ່ມເຍົາວະຊົນ ອາຊີຕາເວັນອອກສ່ຽງໃຕ້, ພ້ອມທັງເສີມຂະຫຍາຍນ້ຳໃຈສາມັກຄີມິດຕະພາບຂອງບັນດາປະເທດໃນພາກພື້ນ.
       ທ່ານ ຫງວຽນກິມເຊີນ ລັດຖະມົນຕີກະຊວງສຶກສາ ແລະ ກໍ່ສ້າງ ສສ ຫວຽດນາມທັງເປັນປະທານ ຄະນະກຳມະການຈັດງານ ໄດ້ກ່າວວ່າ: ງານມະຫາະກຳກິລານັກຮຽນອາຊີຕາເວັນອອກສ່ຽງໃຕ້ ແມ່ນງານມະຫະກຳກິລາໃຫຍ່ທີ່ສຸດ ຂອງບັນດານັກຮຽນມັດທະຍົມໃນບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ຊຸກຍູ້ຄວາມສາມັກຄີ, ມິດຕະພາບສາກົນ, ເຄົາລົບນັບຖື ແລະ ຄວາມເຂົ້າອົກເຂົ້າໃຈລະຫວ່າງບັນດາປະເທດ ເພື່ອການພັດທະນາທາງດ້ານຮ່າງກາຍ ແລະ ຈິດໃຈຂອງນັກສຶກສາ, ເພື່ອໃຫ້ຊາວໜຸ່ມອາຊີຕາເວັນອອກສ່ຽງໃຕ້ເຊື່ອມໂຍງ ແລະ ພັດທະນາ. ບໍ່ພຽງແຕ່ແມ່ນສະຖານທີ່ເພື່ອແຂ່ງຂັນກິລາເທົ່ານັ້ນ, ງານມະຫະກຳກິລານັກຮຽນອາຊີຕາເວັນອອກສ່ຽງໃຕ້ຄັ້ງທີ 13 ຍັງແມ່ນໂອກາດເພື່ອແລກປ່ຽນ, ຮຽນຮູ້ ແລະ ເຊື່ອມໂຍງເຂົ້າກັບບັນດານັກສຶກສາທີ່ມາຈາກ 10 ປະເທດອາຊຽນ, ດ້ວຍຈິດໃຈ ເຊື່ອມໂຍງເຂົ້າກັນ.
        ພິທີເປີດ ເລີ່ມຕົ້ນດ້ວຍການສະແດງສິລະປະວັນນະຄະດີ ຫຼາຍລາຍການ ທີ່ສ່ອງແສງໃຫ້ເຫັນເຖິງມູນເຊື້ອວັດທະນະທຳອັນດີງາມຂອງປະເທດຫວຽດນາມ ເວົ້າລວມ ແລະ ເວົ້າສະເພາະຂອງນະຄອນດານັງ ທີ່ປະສົມກົມກືນລະຫວ່າງຍຸກເກົ່າ ກັບຄົນຍຸກສະໄໝໃໝ່ ກ່ອນຈະຕິດຕາມມາດ້ວຍຂະບວນສວນສະໜາມຂອງຂະບວນນັກກິລານັກຮຽນທັງ 10 ຊາດອາຊຽນ ຊຶ່ງທີມນັກກິລາທີມຊາດນັກຮຽນ ສປປ ລາວພວກເຮົາ ຖືທຸງຊາດນຳຂະບວນແມ່ນ ທ້າວ ຊະນະ ສີລິລັກ ນັກກິລາດອກປີກໄກ່ ຜົນງານຫຼຽນເງິນ ປະເພດທີມຄູ່ປະສົມ ຮຸ່ນ ຢູ-17 ຊີງແຊັມອາຊີ ຕາເວັນອອກສ່ຽງໃຕ້. 
         ສຳລັບທັບນັກກິລາລາວທີ່ເດີນທາງມາຄັ້ງນີ້ ລວມທັງຄະນະນຳ, ຜູ້ຮັບຜິດຊອບທີມ ແລະ ຄູຝຶກ ທັງໝົດ 80 ກວ່າຄົນ ສົ່ງເຂົ້າຮ່ວມຄົບທັງ 6 ປະເພດ ໄດ້ແກ່: ແລ່ນ-ລານ, ລອຍນໍ້າ, ດອກປີກໄກ່, ບານບ້ວງ, ປັນຈັກສີລັດ ແລະ ໂວວີນາມ.
ຂ່າວ-ພາບ: ຄົນຂ້າງສະໜາມ