ສົກຮຽນ 2023-2024 ທົ່ວປະເທດມີນັກຮຽນຜູ້ມີສິດສອບເສັງຈົບຊັ້ນມັດທະຍົມຕອນຕົ້ນ (ມ.4) ແລະ ຊັ້ນມັດທະຍົມຕອນປາຍ (ມ.7) ທັງໝົດ 115.594 ຄົນຊຶ່ງຈະສອບເສັງໃນກາງເດືອນມິຖຸນາ 2024 ນີ້ ໂດຍມີ 8 ແຂວງຈະນໍາໃຊ້ເຄື່ອງຈັກກວດບົດສອບເສັງຈົບໃນຂັ້ນ ມ.7 ເປັນຄັ້ງທຳອິດ.
    ກົມສາມັນສຶກສາກະຊວງສຶກສາທິການ ແລະ ກິລາໄດ້ເປີດບັ້ນສອບເສັງຈົບຊັ້ນມັດທະຍົມສຶກສາ ມ.4 ແລະ ມ.7 ປະຈຳສົກຮຽນ 2023-2024 ຢ່າງເປັນທາງການໃນຮູບແບບເຊິ່ງໜ້າ ແລະ ອອນລາຍຂຶ້ນໃນວັນທີ 3 ມິຖຸນານີ້ ທີ່ກະຊວງສຶກສາທິການ ແລະ ກິລາ ໂດຍການເປັນປະທານຂອງທ່ານ ສຳລານ ພັນຄະວົງ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີຕາງໜ້າຈາກກົມສາມັນສຶກສາພະແນກສຶກສາທິການ ແລະ ກິລາແຂວງ/ນະຄອນຫຼວງ, ຫ້ອງການສຶກສາທິການ ແລະ ກິລາເມືອງ/ນະຄອນທີ່ກ່ຽວຂ້ອງເຂົ້າຮ່ວມ.
    ທ່ານນາງ ຄຳປະເສີດ ກິຕິຍະວົງ ຫົວໜ້າກົມສາມັນສຶກສາ ກ່າວວ່າ: ໃນສົກຮຽນ 2023-2024 ທົ່ວປະເທດມີໂຮງຮຽນມັດທະຍົມທັງໝົດ 1.852 ແຫ່ງ, ເອກະຊົນ 140 ແຫ່ງ. ໃນນີ້ໂຮງຮຽນມັດທະຍົມຕອນຕົ້ນ 978 ແຫ່ງ, ໂຮງຮຽນມັດທະຍົມຕອນປາຍ 32 ແຫ່ງ ແລະ ໂຮງຮຽນມັດທະຍົມສົມບູນ 842 ແຫ່ງ. ປັດຈຸບັນ, ທຸກແຂວງໄດ້ສໍາເລັດການຈັດການຮຽນ-ການສອນຕາມຫຼັກສູດ, ສໍາເລັດການເກັບກໍາສະຖິຕິຈໍານວນສູນສອບເສັງ, ຫ້ອງສອບເສັງ, ນັກສອບເສັງ, ກະກຽມສະຖານທີ່, ອາຄານ, ຫ້ອງຮຽນ, ວັດຖຸ-ອຸປະກອນ ລວມເຖິງງົບປະມານຮັບໃຊ້ການສອບເສັງເປັນຢ່າງດີ. ນອກຈາກນີ້, ພະແນກສຶກສາທິການ ແລະ ກິລາແຂວງໄດ້ສຳເລັດການແຕ່ງຕັ້ງຄະນະກໍາມະການຊີ້ນຳ ແລະ ຕັດສິນຜົນການສອບເສັງຈົບຊັ້ນ ມ.4 ແລະ ກະຊວງສຶກສາທິການ ແລະ ກິລາໄດ້ສຳເລັດການແຕ່ງຕັ້ງຄະນະກຳມະການຊີ້ນຳ ແລະ ຕັດສິນຜົນການສອບເສັງຈົບຊັ້ນ ມ.7. ສໍາລັບ ມ.4 ມີນັກສອບເສັງ 68.850 ຄົນ ຍິງ 32.217 ຄົນ, ໃນນີ້, ມີນັກສອບເສັງບີແລັງ 250 ຄົນ ຍິງ 150 ຄົນ, ນັກສອບເສັງພະສົງ 997 ອົງທຽບໃສ່ສົກຮຽນ 2022-2023 ຫຼຸດລົງ 7.472 ຄົນ.ມີສູນສອບເສັງທັງໝົດ 579 ສູນ ຊຶ່ງຈະສອບເສັງໃນລະຫວ່າງວັນທີ 11-13 ມິຖຸນາ 2024 ແລະ ຈະມີການເສັງຄືນສໍາລັບນັກຮຽນທີ່ຂາດສອບເສັງມີເຫດຜົນໃນວັນທີ 18-20 ມິຖຸນາ 2024. ສ່ວນ ມ.7 ມີນັກສອບເສັງທັງໝົດ 46.744 ຄົນ ຍິງ 22.338 ຄົນ ໃນນີ້ມີນັກສອບເສັງບີແລັງ 159 ຄົນຍິງ 103 ຄົນ, ນັກສອບເສັງພະສົງ 590 ອົງທຽບໃສ່ສົກຮຽນ 2022-2023 ຫຼຸດລົງ 3.532 ຄົນ, ມີສູນສອບເສັງທັງໝົດ 292 ສູນ ໂດຍຈະສອບເສັງໃນລະຫວ່າງວັນທີ 19-21 ມິຖຸນາ 2024 ແລະ ສອບເສັງຄືນສໍາລັບນັກຮຽນທີ່ຂາດສອບເສັງມີເຫດຜົນໃນວັນທີ 25-27 ມິຖຸນາ 2024. ສົກຮຽນນີ້ເປັນສົກຮຽນທຳອິດທີ່ອະນຸມັດໃຫ້ 8 ແຂວງຄື: ແຂວງວຽງຈັນ, ຫຼວງພະບາງ, ຫົວພັນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ຈຳປາສັກ ແລະ ນະຄອນຫຼວງວຽງຈັນນໍາໃຊ້ເຄື່ອງຈັກກວດບົດສອບເສັງຈົບຊັ້ນ ມ.7. ສຳລັບວິຊາພາສາລາວ-ວັນນະຄະດີພາກອັດຕະໄນຍັງນໍາໃຊ້ກຳມະການກວດບົດສອບເສັງໂດຍຈະປະກາດຜົນສອບເສັງລົງເວັບໄຊຂອງກະຊວງສຶກສາທິການ ແລະ ກິລາໃນອາທິດທີ 3 ຂອງເດືອນກໍລະກົດ 2024.
    ໂອກາດນີ້, ທ່ານ ສຳລານ ພັນຄະວົງ ໄດ້ຮຽກຮ້ອງໃຫ້ຄະນະນໍາຂັ້ນທ້ອງຖິ່ນ, ຜູ້ບໍລິຫານການສຶກສາທຸກຂັ້ນ, ທະຫານ, ຕໍາຫຼວດ, ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ຄະນະພັດທະນາການສຶກສາຂັ້ນບ້ານ, ສະມາຄົມຜູ້ປົກຄອງນັກຮຽນ, ຊຸມຊົນ, ຄູສອນ ແລະ ນັກຮຽນທຸກຂັ້ນ, ທຸກພາກສ່ວນຈົ່ງຊ່ວຍກັນເປັນຫູເປັນຕາ ຮັກສາຄວາມສະຫງົບ, ຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍ ຕະຫຼອດໄລຍະການສອບເສັງເພື່ອຫຼີກລ່ຽງປະກົດການຫຍໍ້ທໍ້ທີ່ຈະເກີດຂຶ້ນ.
ຂ່າວ-ພາບ: ບົວລະພາ