ໂດຍ: ວັນເພັງ
    ແຂວງໄຊສົມບູນ ເປັນແຂວງໜຶ່ງທີ່ຕັ້ງຢູ່ທາງພາກກາງຕອນເໝືອຂອງສປປ ລາວ ສ້າງຕັ້ງຂຶ້ນໃນປີ 2013ປະກອບມີ 5 ເມືອງຄື: ເມືອງອະນຸວົງ, ເມືອງລ້ອງຊານ, ເມືອງລ້ອງແຈ້ງ, ເມືອງຮົ່ມ ແລະ ເມືອງທ່າໂທມ. ຕະຫຼອດໄລຍະ 10 ປີແຫ່ງການພັດທະນາເສດຖະກິດແຂວງໄຊສົມບູນໄດ້ມີການເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ.
ທ່ານພອຍຄຳ ຮຸ່ງບຸນຍວງ ເລຂາພັກແຂວງ ເຈົ້າແຂວງໄຊສົມບູນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນຈາກສູນກາງ ແລະ ທ້ອງຖິ່ນເມື່ອບໍ່ດົນມານີ້ວ່າ: ຕະຫຼອດໄລຍະ 10 ປີຜ່ານມາແຂວງໄຊສົມບູນໄດ້ເອົາໃຈໃສ່ ປົກປັກຮັກສາ ແລະ ສ້າງສາພັດທະນາເສດຖະກິດແຂວງໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ. ເບື້ອງຕົ້ນແຂວງໄຊສົມບູນຍັງພົບຄວາມຫຍຸ້ງຍາກຫຼາຍດ້ານ ດ້ວຍເຫດຜົນດັ່ງກ່າວກົມການເມືອງສູນກາງພັກຈຶ່ງມີມະຕິເລກທີ 055 ວ່າດ້ວຍການຮັບຮອງເອົາຍຸດທະສາດການພັດທະນາເສດຖະກິດແຂວງໄຊສົມບູນ. ຫຼັງຈາກນັ້ນ, ລັດຖະບານໄດ້ຄົ້ນຄວ້າອອກດຳລັດເລກທີ 414 ວ່າດ້ວຍການພັດທະນາເສດຖະກິດແຂວງໄຊສົມບູນ. ພ້ອມນັ້ນ, ສະພາແຫ່ງຊາດໄດ້ອອກມະຕິເລກທີ 016 ວ່າດ້ວຍການຮັບຮອງເອົາມະຕິ, ດຳລັດຂອງລັດຖະບານໃນການພັດທະນາເສດຖະກິດແຂວງໄຊສົມບູນ ຜ່ານການຈັດຕັ້ງປະຕິບັດແຕ່ປີ 2014 ເຖິງປັດຈຸບັນເຮັດໃຫ້ແຂວງໄຊສົມບູນປະຕິບັດໄດ້ວຽກງານອັນພົ້ນເດັ່ນຫຼາຍດ້ານເປັນຕົ້ນ ສາມາດແກ້ໄຂຄວາມຫຍຸ້ງຍາກໄດ້ໂດຍພື້ນຖານທີ່ມີມາແຕ່ດົນນານ; ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຕາມທິດນໍາຂອງພັກທີ່ວ່າ: ເອົາການພັດທະນາເສະຖະກິດ-ສັງຄົມຕິດພັນກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສາມາດຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ສາມາດແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໄດ້ເທື່ອລະກ້າວ. ພ້ອມນັ້ນ, ລັດຖະບານໄດ້ຕັດສິນໃຈກໍ່ສ້າງເສັ້ນທາງເພື່ອອຳນວຍຄວາມສະດວກໃນການໄປ-ມາຫາສູ່ລະຫວ່າງແຂວງຕໍ່ແຂວງ, ເມືອງຕໍ່ເມືອງ ໜຶ່ງໃນນັ້ນໄດ້ກໍ່ສ້າງເສັ້ນທາງແຕ່ເທດສະບານແຂວງໄຊສົມບູນໄປຫາບ້ານວຽງທອງ ເມືອງທ່າໂທມ. ຄຽງຄູ່ກັນນັ້ນ, ການດຳລົງຊີວິດຂອງປະຊາຊົນໃນເມື່ອກ່ອນແມ່ນອາໄສທຳມະຊາດເປັນຕົ້ນຕໍ ແຕ່ປັດຈຸບັນໄດ້ເລີ່ມມີໜໍ່ແໜງການຜະລິດເປັນສິນຄ້າ ເພື່ອແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ ສິ່ງທີ່ຢັ້ງຢືນໃຫ້ເຫັນໂດຍສະເພາະປະຊາຊົນເມືອງລ້ອງຊານ, ປະຊາຊົນເມືອງຮົ່ມໄດ້ສຸມໃສ່ປູກຢາງພາລາ, ການລ້ຽງສັດໃຫຍ່, ການປູກພືດເປັນສິນຄ້າເປັນຕົ້ນ ປູກໝາກນັດ, ກາເຟ, ໝາກກ້ຽງເປັນສິນຄ້າ, ປູກມັນເພື່ອສະໜອງໃຫ້ໂຮງງານປຸງແຕ່ງ, ປູກພືດຜັກຕ່າງໆ. ສຳລັບເມືອງທ່າໂທມໄດ້ສຸມໃສ່ການລ້ຽງສັດ, ປູກມັນຕົ້ນ, ສາລີ, ພືດຜັກ ແລະ ອື່ນໆເປັນສິນຄ້າສົ່ງຂາຍອອກທັງພາຍໃນ ແລະ ຕ່າງປະເທດ. ປັດຈຸບັນທົ່ວແຂວງມີເນື້ອທີ່ທຳການຜະລິດທັງໝົດ 10 ພັນກວ່າເຮັກຕາ ຊຶ່ງມີນັກລົງທຶນທັງພາຍໃນ ແລະ ຕ່າງປະເທດເຂົ້າມາລົງທຶນຢູ່ແຂວງເພີ່ມຂຶ້ນ. ພ້ອມນັ້ນ, ແຂວງໄຊສົມບູູນໄດ້ກຳນົດເອົາ 5 ທ່າແຮງການພັດທະນາເສດຖະກິດຂອງແຂວງຄື: ການພັດທະນາກະສິກຳ-ປ່າໄມ້, ໄຟຟ້າ-ພະລັງງານນໍ້າ, ພັດທະນາບໍ່ແຮ່, ການທ່ອງທ່ຽວ ແລະ ເປັນໃຈກາງຜ່ານ. 
ທ່ານພອຍຄຳ ຮຸ່ງບຸນຍວງ ໃຫ້ຮູ້ຕື່ມວ່າ: ຜ່ານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດແຂວງ ເຮັດໃຫ້ການຄຸ້ມຄອງຫົວໜ່ວຍການຜະລິດ ແລະ ຈັດເກັບລາຍຮັບຂອງແຂວງມີບາດກ້າວດີຂຶ້ນ ໂດຍສະເພາະ 5 ເດືອນຕົ້ນປີ 2024 ລັດຖະບານມອບໃຫ້ແຂວງໄຊສົມບູນເກັບລາຍຮັບໃຫ້ໄດ້ 704 ຕື້ກີບແຕ່ສາມາດເກັບລາຍຮັບໄດ້ຕົວຈິງ 824 ຕື້ກີບເຮັດໃຫ້ເກີນແຜນ 14%.