ໂດຍ: ພູວັນ
    ໂຮງຮຽນລ້ຽງເດັກ-ອະນຸບານ ແລະ ປະຖົມສຶກສາສົມບູນພູນສະຫວັດ ຕັ້ງຢູ່ບ້ານນາທົ່ມ ເມືອງໄຊທານີ ນະຄອນຫຼວງວຽງຈັນ ສ້າງຕັ້ງຂຶ້ນໃນປີ 2012 ເປັນໂຮງໂຮງຮຽນລ້ຽງເດັກ-ອະນຸບານ ແລະ ປະຖົມ ໂດຍໃຫ້ຄວາມສຳຄັນໃນການຝຶກທັກສະເດັກ ເອົາເດັກເປັນໃຈກາງໃນການຮຽນຮູ້ ເພື່ອໃຫ້ເດັກມີພັດທະນາການທີ່ດີ ເປັນຄົນທີ່ມີຄວາມຮູ້-ຄວາມສາມາດ ມີຫົວຄິດປະດິດສ້າງ ກາຍເປັນຜູ້ສືບທອດທີ່ດີໃນອະນາຄົດ.
    ທ່ານນາງ ພູນສະຫວັດ ພົງສະຫວັດ ຜູ້ອຳນວຍການໂຮງຮຽນລ້ຽງເດັກ-ອະນຸບານ ແລະ ປະຖົມສຶກສາສົມບູນພູນສະຫວັດ ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມປະຊາຊົນເມື່ອບໍ່ດົນມານີ້ວ່າ: ໂຮງຮຽນໄດ້ສ້າງຕັ້ງຂຶ້ນໃນປີ 2012 ເປັນ ໂຮງຮຽນລ້ຽງເດັກ-ອະນຸບານ ແລະ ປະຖົມດຳເນີນການຮຽນ-ການສອນນັບແຕ່ຊັ້ນລ້ຽງເດັກຈົນຮອດຊັ້ນ ປ5, ເນັ້ນການອ່ານອອກຂຽນໄດ້ຄິດໄລ່ເປັນ ໂດຍມີການຈູງໃຈຜ່ານກິດຈະກຳຕ່າງໆບໍ່ວ່າຈະເປັນການສະແດງລະຄອນສັ້ນ, ການເຕັ້ນ, ການຟ້ອນ, ປະດິດຄິດແຕ່ງຕ່າງໆ ໂດຍສະເພາະທາງດ້ານດົນຕີຂຸ່ຍ, ໂອແກນ ແລະ ໄວໂອລິນ. ອີກອັນໜຶ່ງທີ່ສຳຄັນແມ່ນຄັງປັນຍາລາວ ຊຶ່ງເປັນອີກຊ່ອງທາງໜຶ່ງຊ່ວຍໃຫ້ຄູໃນຊັ້ນປະຖົມສິດສອນງ່າຍຂຶ້ນ ເພາະວ່າຄູຊັ້ນປະຖົມຄູ 1 ຄົນສອນ 10 ກວ່າວິຊາ. ສະນັ້ນ, ຈຶ່ງເປັນສິ່ງທ້າທາຍຫຼາຍ ທາງໂຮງຮຽນຈຶ່ງໄດ້ຈູງໃຈພັກດັນໂດຍການນໍາໃຊ້ຄັງປັນຍາຂອງກະຊວງສຶກສາທິການ ແລະ ກິລາເຂົ້າຊ່ວຍ.
    ທ່ານນາງ ພູນສະຫວັດ ພົງສະຫວັດ ກ່າວໃຫ້ຮູ້ອີກວ່າ: ປັດຈຸບັນມີນັກຮຽນລ້ຽງເດັກຫາຊັ້ນປ.5 ຈຳນວນ 1.628 ຄົນ, ຄູ 86 ຄົນ, ນັກຮຽນແບ່ງອອກເປັນ 2 ປະເພດຊຶ່ງຊັ້ນທີ 1 ຫ້ອງລ້ຽງເດັກຫາຊັ້ນອະນຸບານ 3 ຊຶ່ງໃນຫ້ອງລ້ຽງເດັກປະກອບມີເຄື່ອງຫຼິ້ນຕາມພັດທະນາການຮຽນຮູ້ພາຍໃນຫ້ອງເລີຍ, ສ່ວນຊັ້ນອະນຸບານຈະຝຶກທາງດ້ານກ້າມເນື້ອໃຫ້ສາມາດກຽມພ້ອມຄວາມຮູ້ພື້ນຖານເພື່ອກ້າວສູ່ການຮຽນໃນຊັ້ນສາມັນ, ສ່ວນຊັ້ນປະຖົມ ເປັນຊັ້ນທີ່ທ້າທາຍ ຄູອາຈານໄດ້ເຂັ້ມແຂງດ້ານກິດຈະກຳພາຍໃນ ແລະ ພາຍນອກເຊັ່ນ: ການແຂ່ງຂັນປະເພດຕ່າງໆຫຼາກຫຼາຍເພື່ອໃຫ້ເຂົ້າກັບສະພາບທ້ອງຖິ່ນ.ສຳລັບແຜນຕໍ່ໜ້າທາງໂຮງຮຽນຈະຂະຫຍາຍດ້ານພື້ນຖານໂຄງລ່າງ ຊຶ່ງໂຮງຮຽນມີຄວາມສະດວກຕັ້ງຢູ່ໃຈກາງ 8 ບ້ານ ເປັນໂຮງຮຽນຊຸມຊົນຢ່າງແທ້ຈິງ. ສະນັ້ນໃນປີໜ້າຊັ້ນອະນຸບານຈະເພີ່ມຂຶ້ນອີກ 2 ຫ້ອງຮຽນ, ຊັ້ນປະຖົມເພີ່ມຂຶ້ນອີກ 2 ຫ້ອງຮຽນ, ພິເສດທາງໂຮງຮຽນໄດ້ຂະຫຍາຍສາຂາ 2 ໄປຕັ້ງຢູ່ເມືອງນາຊາຍທອງຊຶ່ງມີແຜນຈະເປີດໃນສົກຮຽນທີ່ຈະມາເຖິງນີ້.
    ທ່ານນາງ ພູນສະຫວັດ ພົງສະຫວັດ ກ່າວໃຫ້ຮູ້ຕື່ມວ່າ:ໂດຍໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກຂັ້ນເທິງ ໂຮງຮຽນພູນສະຫວັດໄດ້ເປັນສູນສອບເສັງຂອງກຸ່ມດົງໂດກມາໄດ້ 6 ປີແລ້ວ ຊຶ່ງໃນປີນີ້ມີ 9 ໂຮງຮຽນເຂົ້າຮ່ວມສອບເສັງ ມີຈຳນວນນັກຮຽນ 670 ຄົນ, ໃນແຕ່ລະປີເຫັນວ່າຈຳນວນນັກຮຽນເພີ່ມຂຶ້ນ ຫ້ອງສອບເສັງເພີ່ມຂຶ້ນຈາກ 21 ຫ້ອງເປັນ 23 ຫ້ອງຮຽນ, ຜ່ານການສອບເສັງເຫັນວ່ານັກຮຽນໄດ້ເອົາໃຈໃສ່ປະຕິບັດກົດລະບຽບມີຄວາມສະຫງົບ ແລະ ໄດ້ຮັບຜົນສຳເລັດໂດຍພື້ນຖານ.