ເມື່ອບໍ່ດົນມານີ້, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມວຽກງານສ້າງຂີດຄວາມສາມາດ ດ້ານເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ (ICT) ຢູ່ 3 ວິທະຍາໄລຄູເປົ້າໝາຍຄື: ວິທະຍາໄລຄູຫຼວງນ້ຳທາ, ວິທະຍາໄລຄູຄັງໄຂ ແລະ ວິທະຍາໄລຄູສະຫວັນນະເຂດ ແນໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານວິຊາການຂອງວິທະຍາໄລຄູທີ່ຮັບຜິດຊອບດ້ານ ICT ເພື່ອໃຫ້ການຊ່ວຍເຫຼືອແກ່ຜູ້ເຮັດວຽກສຶກສານິເທດພາຍໃນຈຳນວນ1.044 ຄົນ ທີ່ຈະໃຫ້ການຊ່ວຍເຫຼືອຄູຢູ່ໃນ 30 ເມືອງເປົ້າໝາຍຂອງ 7 ແຂວງ (ຫຼວງນ້ຳທາ, ບໍ່ແກ້ວ, ຜົ້ງສາລີ, ຊຽງຂວາງ, ຫົວພັນ, ສະຫວັນນະເຂດ ແລະ ຄຳມ່ວນ) ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົສຕຣາລີ ໂດຍຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດການເຂົ້າເຖິງການສຶກສາຂັ້ນພື້ນຖານໃນສປປ ລາວ (ແຜນງານບີຄວາ).
    ທ່ານ ເກດ ພັນລັກ ຫົວໜ້າກົມສ້າງຄູ ກ່າວວ່າ: ພວກເຮົາຍັງມີສິ່ງທ້າທາຍຫຼາຍຢ່າງກ່ຽວກັບການເຂົ້າເຖິງ ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານຢູ່ສປປ ລາວ ໂດຍສະເພາະການເຂົ້າເຖິງຄອມພິວເຕີ, ອິນເຕີເນັດ ແລະ ຄວາມຮູ້ດ້ານ ICT ຍັງຢູ່ໃນລະດັບຕ່ຳ, ການສະໜັບສະໜູນຈາກລັດຖະບານອົສຕຣາລີ ຖືເປັນແນວທາງທີ່ດີ ໂດຍແຜນງານບີຄວາ ຊຶ່ງຈະສະໜັບສະໜູນທີມງານດ້ານວິຊາການຂອງວິທະຍາໄລຄູ ແລະ ທີມງານຜູ້ເຮັດວຽກສຶກສານິເທດພາຍໃນຂອງພວກເຮົາດ້ວຍການສະໜອງແທັບເລັດ ແລະ ການຝຶກອົບຮົມສໍາລັບພະນັກງານເພື່ອພັດທະນາທັກສະດ້ານວິຊາການໃນການນໍາໃຊ້ສື່ການຮຽນ-ການສອນແບບດີຈີຕອນ.ແຜນງານບີຄວາໄດ້ຮ່ວມມືກັບຫ້ອງການສຶກສາທິການ ແລະ ກິລາເມືອງ (ສກມ) ເພື່ອສ້າງເຄືອຂ່າຍຊ່ວຍເຫຼືອຜູ້ເຮັດວຽກສຶກສານິເທດພາຍໃນຢູ່ໃນເມືອງເປົ້າໝາຍ ແລະ ສະໜອງຄວາມຮູ້ຄວາມສາມາດໃຫ້ແກ່ຄູສອນ.ໃນ 98% ຂອງຜູ້ເຮັດວຽກສຶກສານິເທດພາຍໃນປັດຈຸບັນສາມາດເຂົ້າເຖິງອິນເຕີເນັດ ໂດຍຜ່ານການນຳໃຊ້ແທັບເລັດ ແລະ ເຂົາເຈົ້າກຳລັງໃຊ້ສື່ການຮຽນການສອນຜ່ານແທັບແລັດເພື່ອຊ່ວຍເຫຼືອຄູປະຖົມຈຳນວນ 8.000 ຄົນໃນເມືອງທີ່ຢູ່ຫ່າງໄກສອກຫຼີກ.
    ທ່ານນາງ ວາເນັດຊ້າ ເຮັກກາທີ້ ເລຂາເອກສະຖານທູດອົສຕຣາລີປະຈຳ ລາວ ກ່າວວ່າ: ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ (CPD) ແມ່ນກຸນແຈສຳຄັນໃນການສ້າງຄວາມເຂັ້ມແຂງດ້ານຄຸນນະພາບການສອນ ແລະ ປັບປຸງຜົນການຮຽນຂອງນັກຮຽນ. ການເຊື່ອມໂຍງຄວາມຮູ້ດ້ານ ICT ເຂົ້າໃນການພັດທະນາວິຊາຊີບຄູແບບຕໍ່ເນື່ອງຈະຊ່ວຍໃຫ້ພາກສ່ວນກ່ຽວຂ້ອງໃນຫ້ອງການຕ່າງໆ ແລະ ແຕ່ລະພາກຂອງແຂວງໃນປະເທດ ສາມາດເຮັດວຽກຮ່ວມກັນໄດ້ເຖິງວ່າຄູຈະຢູ່ເຂດຫ່າງໄກ ແລະ ຕ້ອງໄດ້ອອກເຮັດວຽກນອກພື້ນທີ່ກໍຕາມ ກໍຈະສາມາດມີໂອກາດເຂົ້າເຖິງການພັດທະນາວິຊາຊີບຄູແບບຕໍ່ເນື່ອງໄດ້ຢ່າງເທົ່າທຽມກັນ.
    ແຜນງານບີຄວາ ເປັນແຜນງານທີ່ນຳພາໂດຍລັດຖະບານລາວ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົສຕຣາລີ ແລະ ອົງການພັດທະນາສາກົນຂອງປະເທດສະຫະລັດອາເມຣິກາ (USAID). ແຜນງານໄດ້ສຸມໃສ່ເສີມຂະຫຍາຍຜົນການຮຽນຂອງຊາວໜຸ່ມຂອງປະເທດ ໂດຍສະເພາະແມ່ນຜູ້ທີ່ຕ້ອງການການຊ່ວຍເຫຼືອຜູ້ດ້ອຍໂອກາດ ແລະ ເນັ້ນໜັກໃສ່ການຮັບປະກັນຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ສົ່ງເສີມການສຶກສາຮຽນຮ່ວມໃນທຸກໆກິດຈະກໍາ.
ຂ່າວ-ພາບ: ກະຊວງສຶກສາ