ໂຮງຮຽນວັດທະນະທຳຊົນເຜົ່າກອງທັບໄດ້ຈັດພິທີປິດສົກຮຽນ 2023-2024ຂຶ້ນໃນວັນທີ 5 ມິຖຸນາ ຜ່ານມາ ທີ່ໂຮງຮຽນດັ່ງກ່າວ ໂດຍການເຂົ້າຮ່ວມຂອງສະຫາຍ ພົນຕີ ສອນທອງ ພົມລາວົງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະອຳນວຍການໂຮງຮຽນ,ຄູ-ອາຈານ, ນັກຮຽນເຂົ້າຮ່ວມ.
     ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ຫົວໜ້າຫ້ອງສຶກສາ ໂຮງຮຽນວັດທະນະທຳກອງທັບ ໄດ້ຜ່ານບົດສະຫຼຸບວຽກງານການສຶກສາປະຈຳສົກຮຽນ 2023-2024ຊຶ່ງຍົກໃຫ້ເຫັນຜົນງານພົ້ນເດັ່ນຫຼາຍດ້ານໃນການຮຽນ-ການສອນ,ຄະນະພັກ-ຄະນະອຳນວຍການໂຮງຮຽນໄດ້ຖືສຳຄັນໃນການສຶກສາອົບຮົມການເມືອງນຳພາແນວຄິດໃຫ້ພະນັກງານຄູ-ອາຈານ, ນັກຮຽນຢ່າງເປັນປົກກະຕິດ້ວຍຫຼາຍຮູບການ ແລະ ເນື້ອໃນແຕກຕ່າງກັນໂດຍສະເພາະຄູ-ອາຈານໄດ້ເອົາໃຈໃສ່ປະຕິບັດຫຼັກສູດການຮຽນ-ການສອນ, ການຄົ້ນຄວ້າທວນຄືນສອບເສັງເລື່ອນຂັ້ນໃຫ້ນັກຮຽນໄດ້ຄົບຖ້ວນທັນກຳນົດເວລາທີ່ກະຊວງສຶກສາທິການ ແລະ ກິລາວາງອອກ ຕາມ 3 ລັກສະນະ, 5 ຫຼັກມູນການສຶກສາໄດ້ເປັນຢ່າງດີ ສາມາດຕີລາຄາຜົນໄດ້ຮັບໃນການຄົ້ນຄວ້າຮໍ່າຮຽນຂອງນັກຮຽນບັນລຸຕາມຄາດໝາຍ 100% ຊຶ່ງຜົນການສອບເສັງເລື່ອນຊັ້ນ ມ.1 ຂຶ້ນ ມ.2 ຈຳນວນ 134 ຄົນ, ເສັງໄດ້100%, ຊັ້ນ ມ.5 ຂຶ້ນ ມ.6 ຈຳນວນ 130 ຄົນເສັງໄດ້ 100%,ຊັ້ນ ມ.6 ຂຶ້ນ ມ.7 ຈຳນວນ 132 ຄົນ, ເສັງໄດ້ 100%.ໃນພິທີໄດ້ມອບໃບຍ້ອງຍໍນັກຮຽນດີຮຽນເກັ່ງຢ່າງສົມກຽດ.
    ໂອກາດນີ້, ສະຫາຍ ພົນຕີ ສອນທອງ ພົມລາວົງ ໄດ້ໃຫ້ກຽດໂອ້ລົມເນັ້ນໜັກໃຫ້ຄະນະອຳນວຍການໂຮງຮຽນຈົ່ງສືບຕໍ່ສຶກສາອົບຮົມການເມືອງນໍາພາແນວຄິດໃຫ້ພະນັກງານ-ນັກຮົບໃນທົ່ວໂຮງຮຽນເພື່ອກະກຽມປະຕິບັດໜ້າທີ່ໃນສົກຮຽນໃໝ່ໃຫ້ໄດ້ຮັບໝາກຜົນສູງ. ສໍາລັບນັກຮຽນຕ້ອງຕັ້ງໜ້າຄົ້ນຄວ້າຮໍ່າຮຽນ, ກຳແໜ້ນບົດຮຽນທີ່ຄູ-ອາຈານຖ່າຍທອດໃຫ້, ເວລາພັກຮຽນຕ້ອງຕັ້ງໃຈຄົ້ນຄວ້າທວນຄືນບົດຮຽນ, ເອົາໃຈໃສ່ອອກແຮງຝຶກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານຕາມມາດຖານເງື່ອນໄຂທີ່ທາງກະຊວງກໍຄືໂຮງຮຽນວາງອອກເປັນຕົ້ນປະຕິບັດລະບຽບແບບແຜນ, ບັນດາຂໍ້ກຳນົດແລະລະບຽບຂອງໂຮງຮຽນຢ່າງເຂັ້ມງວດຕາມ 7 ລະບອບ 18 ວຽກຂອງກອງທັບ ໃຫ້ສົມເປັນນັກຮຽນຮູ້ ເປັນຜູ້ສືບທອດທີ່ດີຂອງຊາດ ຂອງກອງທັບ.
ຂ່າວ-ພາບ: ຄຳອ້າຍ ທອງວັນ