ອົງການກວດສອບແຫ່ງລັດໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ໃນວັນທີ 6 ມິຖຸນາ  ນີ້, ພາຍໃຕ້ການເປັນປະທານຂອງສະຫາຍ ວຽງທະວີສອນ ເທບພະຈັນ ກຳມະການສໍາຮອງສູນກາງພັກເລຂາຄະນະບໍລິຫານງານພັກປະທານອົງການກວດສອບແຫ່ງລັດ ຊຶ່ງເຂົ້າຮ່ວມກອງປະຊຸມມີ ສະຫາຍຮອງເລຂາຄະນະບໍລິຫານງານພັກ, ຄະນະປະຈຳພັກ, ກຳມະການຄະນະບໍລິຫານງານພັກ, ບັນດາສະຫາຍເລຂາໜ່ວຍພັກ, ຄະນະໜ່ວຍພັກ, ຄະນະກົມ ແລະ ຄະນະພະແນກ ຂອງບັນດາໜ່ວຍທີ່ຂຶ້ນກັບອົງການກວດສອບແຫ່ງລັດ ເຂົ້າຮ່ວມ.
 ກອງປະຊຸມໄດ້ຮັບຟັງການເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ສະບັບເລກທີ 04/ກມສພ, ລົງວັນທີ 11 ເມສາ 2024 ທີ່ສະແດງໃຫ້ເຫັນເຖິງຄວາມຈໍາເປັນ,ແນວຄິດຊີ້ນໍາການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ສ້າງຄວາມ ເຂັ້ມແຂງໃຫ້ແກ່ການຜະລິດ, ການບໍລິການ, ລະບົບການເງິນ-ເງິນຕາ ແລະ ການຄຸ້ມຄອງບໍລິຫານລັດ ເພື່ອເປັນພື້ນຖານໃຫ້ແກ່ການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ຢ່າງມີບາດກ້າວເດີນທີ່ໜັກແໜ້ນ ເພື່ອເຮັດໃຫ້ຄະນະພັກແຕ່ລະຂັ້ນ ລວມເຖິງສະມາຊິກພັກ-ພະນັກງານ ໃຫ້ຮັບຮູ້ ແລະ ເຂົ້າໃຈ, ເຊື່ອຊຶມ ແລະ ກຳແໜ້ນ ຢ່າງເລິກເຊິ່ງ, ພາຍຫຼັງສຳເລັດການເຜີຍແຜ່ເຊື່ອມຊຶມເອກະສານດັ່ງກ່າວ, ກອງປະຊຸມຍັງໄດ້ຮັບຟັງການ ປະກາດຍິ່ງຕົວແຕ່ງຕັ້ງ ສະຫາຍ ນາງ ຕຸລາວັນ ພິມມະສອນ ເລຂາໜວ່ຍພັກຫົວໜ້າຫ້ອງການ ເປັນກຳມະການຄະນະບໍລິຫານງານພັກ ເພື່ອປ່ຽນແທນສະຫາຍກຳມະການຄະນະພັກ ທີ່ຖືກຍົກຍ້າຍໄປຮັບໜ້າທີ່ໃໝ່ຢູ່ອົງການກວດສອບປະຈຳພາກເໜືອ 2 ແລະ ອີກຢ່າງ ກໍເພື່ອເປັນການຮັບປະກັນໃຫ້ແກ່ການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ຂອງຄະນະພັກແຕ່ລະຂັ້ນ ໃຫ້ບັນລຸຕາມຈຸດປະສົງ, ລະດັບຄາດໝາຍ ແລະ ທັນຕາມກຳນົດເວລາທີ່ກຳນົດໄວ້.
ໃນຕອນທ້າຍກອງປະຊຸມ ກໍຍັງໄດ້ຮັບຟັງການໂອ້ລົມຂອງສະຫາຍປະທານກອງປະຊຸມ ຊຶ່ງສະຫາຍໄດ້ຊີ້ນໍາໃຫ້ບັນດາສະຫາຍຄະນະບໍລິຫານງານພັກ, ຄະນະໜ່ວຍພັກ, ຄະນະນໍາກົມ ແລະ ຄະນະພະແນກ ເອົາໃຈໃສ່ຢ່າງຕັ້ງໜ້າໃນຫຼາຍບັນຫາ ເປັນຕົ້ນ:1. ໃຫ້ບັນດາສະຫາຍ ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ ໃຫ້ຖືບັນຫານີ້ເປັນບັນຫາກົກ ແລະ ເປັນຄວາມຮັບຜິດຊອບ ຂອງຄະນະພັກແຕ່ລະຂັ້ນ. ສະມາຊິກພັກ, ພະນັກງານ ຕ້ອງໄດ້ຍົກລະດັບຄວາມຮູ້ທາງດ້ານທິດສະດີການເມືອງ ດ້ວຍການເອົາໃຈໃສ່ຄົ້ນຄວ້າ, ເຊື່ອມຊຶມ ແນວທາງນະໂຍບາຍຂອງພັກ ໃຫ້ເລິກເຊິ່ງ ແລະ ໜັກແໜ້ນ. ຄະນະໜ່ວຍພັກຕ້ອງເອົາໃຈໃສ່ຍົກລະດັບທິດສະດີການເມືອງ ໃຫ້ສະມາຊິກພັກ-ພະນັກງານ ດ້ວຍຫຼາຍຮູບການ ແລະ ຫຼາຍວິທີການຕື່ມອີກເປັນຕົ້ນຄັດເລືອກສະມາຊິກພັກ, ພະນັກງານ ໄປຍົກລະດັບທິດສະດີການເມືອງ ແນໃສ່ສ້າງພະນັກງານສືບທອດປ່ຽນແທນ, ຈັດຕັ້ງເຊື່ອມຊຶມມະຕິ, ຄໍາສັ່ງຕ່າງໆ ໃຫ້ສະມາຊິກພັກ, ພະນັກງານ ເພື່ອໃຫ້ກຳແໜ້ນຕໍ່ແນວທາງຂອງພັກ- ນະໂຍບາຍຂອງລັດ ໃນແຕ່ລະໄລຍະ.
2. ເພີ່ມທະວີການນໍາພາຂອງຄະນະພັກເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງໃນວຽກງານພະນັກງານຕາມມະຕິ 04 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI. ຜົນສໍາເລັດຂອງວຽກງານດັ່ງກ່າວຈະເປັນສິ່ງຕັດສິນຜົນສໍາເລັດຂອງວຽກງານແຕ່ລະດ້ານ ຂອງການນໍາພາ-ຊີ້ນໍາຂອງພວກເຮົາ, ສະນັ້ນ ໃຫ້ຖືເອົາການຍົກລະດັບດ້ານທິດສະດີການເມືອງໃຫ້ມີຄວາມໜັກແໜ້ນ, ບຳລຸງສ້າງດ້ານວຽກງານວິຊາສະເພາະກວດສອບ ໃຫ້ເຂັ້ມແຂງ ແລະ ເປັນມືອາຊີບເທື່ອລະກ້າວ.
3. ບັນດາໜ່ວຍພັກ ຕ້ອງໄດ້ເພີ່ມທະວີໃນການຊຸກຍູ້, ຕິດຕາມ, ກວດກາ ການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງສະມາຊິກພັກ ໃຫ້ເຂັ້ມແຂງໜັກແໜ້ນຂຶ້ນກວ່າເກົ່າ ເພື່ອສ້າງການຫັນປ່ຽນຢ່າງເລິກເຊິ່ງຂອງ ສະມາຊິກພັກ-ພະນັກງານ, ຍົກສູງຄວາມຮັບຜິດຊອບໃນການແກ້ໄຂບັນຫາປະກົດການຫຍໍ້ທໍ້ຂອງສະມາຊິກ ພັກ-ພະນັກງານ ທີ່ເກີດຂຶ້ນຢູ່ໃນຄວາມຮັບຜິດຊອບຂອງຕົນໃຫ້ທັນກຳນົດເວລາ, ບັນຫາເກີດຢູ່ບ່ອນໃດ ຫຼື ໜ່ວຍພັກໃດ ແມ່ນໜ່ວຍພັກນັ້ນຕ້ອງເປັນເຈົ້າການໃນການແກ້ໄຂ ຖ້າແກ້ໄຂບໍ່ໄດ້ ຕ້ອງໄດ້ລາຍງານຄະນະພັກ ຂັ້ນເທິງ ເພື່ອພິຈາລະນາແກ້ໄຂໃຫ້ທັນການ.
ຂ່າວ-ພາບ:ອົງການກວດສອບແຫ່ງລັດ