ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດພິທີສະເຫຼີມສະຫຼອງ ຫັດຖະກໍາພື້ນເມືອງ ພູມປັນຍາການຕໍ່າລາຍນາກຂອງຊຸມຊົນເຊື້ອຊາດລາວ ເປັນມໍຣະດົກວັດ ທະນະທຳທີ່ບໍ່ເປັນວັດຖຸຂອງມວນມະນຸດ ໂດຍອົງການອຸຍແນັສໂກ ຂຶ້ນໃນວັນທີ 7 ມິຖຸນານີ້ ທີ່ຫໍວັດທະນະທໍາແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງ ຖວທ, ມີບັນດາອະດີການນຳ, ບັນດາທູ ຕານຸທູດ, ແຂກຖືກເຊີນພ້ອມດ້ວຍມວນຊົນຊາວນະຄອນຫຼວງວຽງຈັນເຂົ້າຮ່ວມ.
ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ກ່າວວ່າ: ແມ່ຍິງລາວ ມີວັດທະນະທໍາການນຸ່ງຖື ທີ່ເປັນເອກະລັກສະເພາະ ຂອງຊາດລາວມາແຕ່ສະໄໝບູຮານນະການ ກໍຄືການນຸ່ງສິ້ນ, ບ່ຽງແພ ທີ່ມີຫຼາກຫຼາຍສີສັນ ແລະ ລວດລາຍ ຊຶ່ງຕິດພັນກັນຢ່າງສະໜິດແໜ້ນກັບວິຖີການດໍາລົງຊີວິດຂອງ ຄົນລາວໃນທຸກພາກ, ທຸກເຂດແຂວງໃນທົ່ວປະເທດ ລວມທັງຊາວລາວທີ່ຢູ່ຕ່າງປະເທດເຊັ່ນດຽວກັນ. ແມ່ຍິງລາວເຂົ້ານັ່ງແປ້ນກີ່ຮຽນຕໍ່າຫູກ ຕັ້ງແຕ່ອາຍຸກ່ອນ 10 ປີ ໂດຍມີແມ່, ແມ່ເຖົ້າ ແລະ ແມ່ຍ່າ ເປັນຄູສອນ ຊຶ່ງສິດສອນກັນແບບປາກເປົ່າ ພ້ອມທັງການລົງມືຕໍ່າຜ້າຕົວຈິງໂດຍທີ່ ບໍ່ມີປຶ້ມຕໍາ ລາບັນທຶກໄວ້ມີພຽງແຕ່ນິທານ,ກາບກອນ ແລະ ພາສິດສອນໃຈໃດໆ ທີ່ຜູກພັນຢູ່ໃນລີງລາຍ ເຕັກນິກ
ການຕໍ່າ ຕະຫຼອດຮອດການນໍາໃຊ້ຜ້າປະເພດຕ່າງໆ ອັນໄດ້ກາຍເປັນບົດຮຽນອັນລໍ້າຄ່າ ຖືກສະສົມ ແລະ ສືບທອດຈາກຄົນຮຸ່ນຕໍ່ຮຸ່ນກາຍເປັນວັດທະນະທໍາທີ່ສວຍງາມແລະມີເອກະ ລັກສະເພາະຄຽງຄູ່ກັບປະຊາຊົນລາວ,ເປັນມູນມັງມໍຣະດົກຂອງຄອບຄົວ ແລະ ຂອງສັງຄົມເຊື້ອຊາດ ລາວເຮົາຍືນຍາວມາຈົນເຖິງທຸກວັນນີ້. ຍ້ອນແນວນັ້ນ, “ລາຍນາກ” ຫຼື “ເງືອກ” ເປັນລາຍທີ່ໂດດເດັ່ນອັນດັບໜຶ່ງໃນຜ້າລາວ ຊຶ່ງຕົນຕົວຖືກປະດິດຄິດສ້າງຂຶ້ນ ດ້ວຍຈິດສໍານຶກຢໍາແຢງ ແຝງບູຊາ ດ້ວຍສິລະປະອັນປານີດ ແລະ ຜູກພັນກັບຊີວິດການເປັນຢູ່ຂອງຊາດລາວຢ່າງແຍກບໍ່ອອກຈົນຊ່າງຕໍ່າຫູກເອີ່ຍເຖິງວຽກງານຕໍ່າຫູກຂອງຕົນເມື່ອໃດ ຈະມີຄໍາເວົ້າຕິດສົບສືບຕໍ່ກັນວ່າ: ຕໍ່າຫູກ ຕໍ່ານາກ. ສືບຕໍ່ຈາກ “ສຽງແຄນເຊື້ອຊາດລາວ” ຂອງພວກເຮົາໄດ້ຖືກຮັບຮອງເຂົ້າໃນບັນຊີມໍຣະດົກວັດທະນະ ທໍາທີ່ບໍ່ເປັນວັດຖຸທີ່ເປັນຕົວແທນຂອງມວນມະນຸດອັນທໍາອິດ ໃນປີ 2017 ແລ້ວ, ພັກ ແລະ ລັດຖະບານ ໄດ້ນໍາພາຊີ້ນໍາຢ່າງໃກ້ຊິດ ມອບໝາຍໃຫ້ກະຊວງ ຖວທ ເປັນເຈົ້າການສືບ ຕໍ່ຄົ້ນຄວ້າລົງເລິກວຽກງານ ວັດທະນະທໍາຂອງຊາດເຮົາ ທີ່ມີລັກສະນະຊາດ, ມະຫາຊົນ ແລະ ກ້າວໜ້າ ນໍາສະເໜີຕໍ່ອົງການອຸຍແນັສ ໂກ ແນໃສ່ເພື່ອປົກປັກຮັກສາ ວັດທະນະທໍາອັນດີງາມຂອງຊາດລາວເຮົາໃຫ້ນັບມື້ນັບມີຄວາມຫຼາກຫຼາຍ ແລະ ພົ້ນເດັ່ນຍິ່ງຂື້ນໃນເວທີໂລກ ຊຶ່ງໃນນັ້ນມີຫັດຖະກໍາລາຍນາກລາວ. ຜ່ານການຄົ້ນຄວ້າສ້າງເອກະ ສານນໍາສະເໜີດ້ວຍຄວາມພາກພຽນ ພ້ອມທັງຕິດຕາມອະທິບາຍປ້ອງກັນ ແລະ ຊີ້ແຈງດ້ານວິຊາການ ໃຫ້ຄະນະກໍາມະການທີ່ກ່ຽວຂ້ອງເຂົ້າໃຈເປັນແຕ່ລະໄລຍະໃນກອງປະຊຸມຕ່າງໆ ເປັນເວລາຫຼາຍເດືອນປີ, ຈົນທີ່ສຸດ ມາເຖິງວັນທີ 6 ທັນວາ 2023 ກອງປະຊຸມຄະນະກໍາມະການລະຫວ່າງລັດຖະບານວ່າ ດ້ວຍການປົກປ້ອງມໍຣະດົກວັດທະນະທໍາທີ່ບໍ່ເປັນວັດຖຸຂອງອົງການອຸຍແນັສໂກ ຄັ້ງທີ 18 ໄດ້ປະກາດຕົກລົງຮັບຮອງເອົາ “ຫັດຖະກໍາພື້ນເມືອງ ພູມປັນຍາການຕໍ່າລາຍນາກ ຂອງຊຸມຊົນ ເຊື້ອຊາດລາວ” ເຂົ້າໃນບັນຊີມໍຣະດົກວັດທະນະທໍາທີ່ບໍ່ເປັນວັດຖຸ ທີ່ເປັນຕົວແທນຂອງມວນມະ ນຸດຢ່າງເປັນທາງການ ທີ່ເມືອງກາຊານ ສາທາລະນະລັດ ບອັສວານາ. ຫຼັງຈາກນັ້ນ, ຂ້າພະເຈົ້າ ໄດ້ນໍາພາຄະນະຜູ້ແທນລາວໂດຍກົງ ໄປຮັບເອົາໃບຢັ້ງຢືນດັ່ງກ່າວຢູ່ອົງແນັສໂກ ທີ່ນະຄອນຫຼວງປາຣີ ປະເທດຝຣັ່ງ ໃນວັັນທີ 28 ກຸມພາ 2024. ນີ້ເປັນເຫດການປະຫວັດສາດ ອີກອັນໜຶ່ງ ທີ່ປິຕິຍິນດີ ແລະ ເປັນກຽດອັນສູງສົ່ງ ອັນເຕັມໄປດ້ວຍ ຄວາມເອກອ້າງທະນົງໃຈ ຂອງປວງຊົນລາວທັງຊາດ ຕະຫຼອດຮອດຄົນເຊື້ອຊາດລາວເຮົາ ບໍ່ພຽງແຕ່ຢູ່ພາຍໃນປະເທດ ແຕ່ຢູ່ທົ່ວທຸກມຸມໂລກ ສາມາດຢັ້ງຢືນໄດ້ຢ່າງ ພາກພູມໃຈວ່າ: ຫັດຖະກໍາລາຍນາກ ໄດ້ຖືກຮັບຮອງເຂົ້າເປັນມໍຣະດົກໂລກຢ່າງແທ້ຈິງ ແລະ ຈະຍືນ ຍົງຢູ່ຄຽງຄູ່ກັບມວນມະນຸດທົ່ວໂລກຢ່າງຖາວອນຕະຫຼອດໄປ.ສໍາຄັນໄປກວ່ານັ້ນ, ເຫດການດັ່ງກ່າວນີ້ ຍັງເປັນໝາກຜົນແຫ່ງການຈັດຕັ້ງປະຕິບັດແນວທາງນະໂຍບາຍອັນຖືກຕ້ອງສອດຄ່ອງຂອງພັກ-ລັດເຮົາ ວ່າດ້ວຍການຊຸກຍູ້ສົ່ງເສີມ, ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທໍາອັນດີງາມຂອງຊາດໃຫ້ນັບມື້ນັບກວ້າງຂວາງ ຕິດພັນກັບການພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃຫ້ນັບມື້ນັບເຂັ້ມແຂງ ພ້ອມທັງອະນຸລັກຮັກສາວັດທະນະທໍາອັນເປັນເອກະລັກຂອງຊາດໃຫ້ມີຄວາມຍືນຍົງຕະຫຼອດໄປ.
ພາຍໃນງານໃນຄັ້ງນີ້, ປະກອບດ້ວຍຂະບວນແຫ່ ແລະ ລາຍການສະແດງ. ພ້ອມນັ້ນ, ຍັງມີກິດ ຈະກໍາປິ່ນອ້ອມຈໍານວນໜຶ່ງເຊັ່ນ: ກອງປະຊຸມສໍາມະນາວັນນະກໍາກ່ຽວກັບລາຍນາກ ແລະ ວິຖີຊີວິດຊຸມຊົນ ເຊື້ອຊາດລາວທີ່ຈັດຂຶ້ນໃນວັນທີ 6 ມິຖຸນາຜ່ານມາ, ມີງານວາງສະແດງຜົນງານສິລະປະຫັດຖະກໍາລາຍນາກ ແລະ ອາຫານພື້ນບ້ານຕ່າງໆ ເພື່ອໃຫ້ປະຊາຊົນໄດ້ທ່ຽວຊົມ, ຊິມລົດຊາດອາຫານ ນັບແຕ່ວັນທີ 5 ຫາ ວັນທີ 9 ທີ່ ຫໍວັດທະນະທຳແຫ່ງຊາດ ໃຫ້ມີຂະບວນຟົດຟື້ນ.
ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ໃຫ້ກຽດຂຶ້ນລັ່ນຄ້ອງ 9 ບາດເພື່ອເປັນສິຣິມຸງ ຄຸນໃນພິທີສະເຫຼີມສະຫຼອງໃນງານຄັ້ງນີ້. 
(ຂ່າວ-ພາບ: ວັນເພັງ )