ລາຍນາກໃນຜ້າແພລາວ ເປັນເອກະລັກຂອງຄົນລາວທີ່ມີຄວາມໝາຍທາງສັງຄົມ ແລະ ວັດທະນະທຳລາວມີການສືບທອດຈາກຮຸ່ນສູ່ຮຸ່ນຊຶ່ງການຕໍ່າກໍມີລວດລາຍທີ່ແຕກຕ່າງກັນອອກໄປ ແລ້ວແຕ່ຄວາມນິຍົມຊົມຊອບ ແລະ ການເຊື່ອຖື ເພາະການປັກລວດລາຍໄວ້ໃນຜືນຜ້າ ໝາຍຄວາມວ່າ ການສະແດງເອກະລັກເພື່ອສື່ຄວາມໝາຍຜ່ານລວດລາຍຕ່າງໆເຊັ່ນ: ລາຍນາກລາວ ກໍເປັນລາຍໜຶ່ງທີ່ມີຄວາມໝາຍຄວາມສໍາຄັນສໍາລັບຄົນລາວ ເພາະຕາມຄວາມເຊື່ອຖືຂອງຄົນລາວທີ່ເຊື່ອກັນວ່າ ພະຍານາກແມ່ນສິ່ງສັກສິດທີ່ຄອຍປົກປັກຮັກສາໃຫ້ຄວາມຢູ່ເຢັນເປັນສຸກ ປາສະຈາກສິ່ງທີ່ບໍ່ດີ. ສະນັ້ນ, ຄົນລາວຈຶ່ງນໍາເອົາລວດລາຍພະຍານາກ ມາເປັນສັນຍາລັກໃນສະຖານທີ່ຕ່າງໆ ລວມເຖິງລາຍນາກທີ່ປັກແສ່ວ ຫຼືຕໍ່າໃນເຄື່ອງນຸ່ງຫົ່ມຂອງແມ່ຍິງລາວ.
ທ່ານນາງ ນາລີ ມາຖາວອນ ເຈົ້າຂອງຮ້ານນາລີຜ້າໄໝມ້ອນຊໍາເໜືອ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 5 ມິຖຸນາຜ່ານມາວ່າ: ຫັດຖະກຳພື້ນເມືອງພູມປັນຍາການຕໍ່າລາຍນາກຂອງຊຸມຊົນເຊື້ອຊາດລາວ ທີ່ຖືກຮັບຮອງເຂົ້າບັນຊີມໍລະດົກໂລກວັດທະນະທໍາທີ່ບໍ່ເປັນວັດຖຸ ແມ່ນມໍລະດົກວັດທະນະທຳອັນມີຄວາມໝາຍຂອງລາວ ທີ່ໄດ້ຮັບການຖ່າຍທອດ, ສືບທອດ, ຍົກສູງຄວາມຮັບຮູ້ຂອງເອກະລັກ ແລະ ຄວາມເປັນຊາດລາວຈາກບັນພະບູລຸດ ແລະ ໄດ້ຮັບການສືບທອດຈາກຄົນຮຸ່ນໜຶ່ງໄປສູ່ຄົນຮຸ່ນໜຶ່ງຢ່າງຕໍ່ເນື່ອງພ້ອມທັງໄດ້ຮັບການປະດິດສ້າງ ແລະ ປັບປຸງໃຫ້ແທດເໝາະກັບສະພາບແວດລ້ອມສັງຄົມໃໝ່ຕິດພັນກັບທຳມະຊາດອ້ອມຂ້າງ ບົນພື້ນຖານປະຫວັດສາດຂອງຊາດ ຊຶ່ງການຕໍ່າລາຍນາກກໍບໍ່ແມ່ນເລື່ອງງ່າຍ ຕ້ອງໄດ້ໃຊ້ຄວາມປານີດ ແລະ ຄວາມອົດທົນພະຍາມຍາມ ເພາະການຕໍ່າມີຫຼາຍຂັ້ນຕອນ.
ທ່ານນາງ ນາລີ ມາຖາວອນ ໃຫ້ຮູ້ອີກວ່າ: ຮ້ານນາລີຜ້າໄໝມ້ອນຊໍາເໜືອ ຕັ້ງຢູ່ເມືອງຊໍາເໜືອ ແຂວງຫົວພັັນ, ສ້າງຕັ້ງຂຶ້ນໃນປີ 2009 ໂດຍເລີ່ມຈາກການຮັກມັກໃນການຕໍ່າຫູກຂອງຮຸ່ນແມ່ ແລະ ເຫັນການປູກມອນລ້ຽງມ້ອນມາແຕ່ນ້ອຍໆ ເວົ້າໄດ້ວ່າເປັນຮຸ່ນສືບທອດຈາກແມ່ ແລະ ຢຶດຖືມາເປັນອາຊີບເພື່ອສ້າງລາຍຮັບເຂົ້າຄອບຄົວພ້ອມນີ້ຍັງໄດ້ສົ່ງເສີມການຜະລິດໃຫ້ປະຊາຊົນໃນຊຸມຊົນ ແລະ ການສົ່ງອອກໄປຕ່າງປະເທດ ເພື່ອສ້າງວຽກເຮັດງານທໍາໃຫ້ແມ່ຍິງ, ຜູ້ດ້ອຍໂອກາດທັງເປັນບ່ອນສຶກສາຖ່າຍທອດຄວາມຮູ້ການຕ່ຳຫູກທໍໄໝໃຫ້ແກ່ຄົນຮຸ່ນຕໍ່ໄປ. ສໍາລັບຜະລິດຕະພັນຂອງຮ້ານມີສິ້ນໄໝ, ສິ້ນໄໝມ້ອນຊໍາເໜືອ, ແພເສື້ອ, ຜ້າພັນຄໍ ແລະ ຜ້າບ່ຽງທີ່ມີລວດລາຍຫຼາຍຊະນິດ ລວມທັງລາຍນາກ, ນຳໃຊ້ລວດລາຍພື້ນເມືອງ ແລະ ລວດລາຍທັນສະໄໝຂອງລາວ ຊຶ່ງຜະລິດຕະພັນທັງໝົດແມ່ນຖືກຕ່ຳໂດຍຊ່າງຫັດຖະກຳ ທີ່ມີສີມື ແລະ ປະສົບການຍາວນານ.
ຂ່າວ-ພາບ: ສົມຫວັງ