ກອງປະຊຸມສຳມະນາກ່ຽວກັບຂັ້ນຕອນການຄົ້ນຄວ້າ ແລະ ພິຈາລະນາຄຳຮ້ອງຂໍຄວາມເປັນທຳທີ່ມີຄວາມຫຍຸ້ງຍາກ ແລະ ພົວພັນກັບຫຼາຍພາກສ່ວນ ໄດ້ຈັດຂຶ້ນໃນວັນທີ 6-7 ມິຖຸນາ ນີ້ ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ; ມີບັນດາທ່ານປະທານ, ຮອງປະທານກຳມາທິການຍຸຕິທຳ, ກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ປກຊ-ປກສ), ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຮອງປະທານສານປະຊາຊົນສູງສຸດແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມແມ່ນເພື່ອແລກປ່ຽນບົດຮຽນລະຫວ່າງສະພາແຫ່ງຊາດກັບພາກສ່ວນທີ່ກ່ຽວຂ້ອງ ໃນການຄົ້ນຄວ້າພິຈາລະນາຄໍາຮ້ອງຂໍຄວາມເປັນທໍາຂອງປະຊາຊົນທີ່ມີຄວາມຫຍຸ້ງຍາກ ແລະ ພົວພັນກັບຫຼາຍພາກສ່ວນ ຊຶ່ງເປັນການແລກປ່ຽນບົດຮຽນ ທັງດ້ານຜົນສຳເລັດ ແລະສິ່ງທ້າທາຍ, ຂໍ້ຫຍຸ້ງຍາກໃນການແກ້ໄຂຄໍາຮ້ອງຂໍຄວາມເປັນທໍາ ລວມທັງຂັ້ນຕອນການພິຈາລະນາຄໍາຮ້ອງຂໍຄວາມເປັນທໍາໃຫ້ມີປະສິດທິພາບ ແລະ ມີຄຸນນະພາບດີຂຶ້ນກວ່າເກົ່າ.
ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ກ່າວວ່າ: ກອງປະຊຸມມີຄວາມສຳຄັນຫຼາຍເພາະຈະໄດ້ຮັບຟັງການປະຕິບັດໜ້າທີ່ວຽກງານໃນການດໍາເນີນຄະດີຕາມຂະບວນຍຸຕິທໍາຂອງແຕ່ລະອົງການ ແລະ ພາກສ່ວນທີ່ຮັບຜິດຊອບຕາມກົດໝາຍໄດ້ກຳນົດໄວ້; ພ້ອມກັນນັ້ນກໍຈະໄດ້ຄົ້ນຄວ້າ,ແລກປ່ຽນຄຳເຫັນແລະສ້າງໃຫ້ມີຄວາມຮັບຮູ້ເຂົ້າໃຈເລິກເຊິ່ງ, ມີຄວາມເປັນເອກະພາບຕໍ່ຮູບການ, ວິທີການ ແລະ ຂັ້ນຕອນຂອງການດໍາເນີນຄະດີຕາມຂະບວນຍຸຕິທໍາ ເຊິ່ງປະກອບມີເນື້ອໃນລາຍງານສະພາບຄຳຮ້ອງຂໍຄວາມເປັນທຳທີ່ມີຄວາມຫຍຸ້ງຍາກ, ສັບສົນແລະ ປຶກສາຫາລືຊອກຫາວິທີທາງອອກ ເພື່ອເຮັດໃຫ້ການແກ້ໄຂຄຳຮ້ອງຂໍຄວາມເປັນທຳຂອງປະຊາຊົນ ເປັນທີ່ສິ້ນສຸດ. ກອງປະຊຸມຄັ້ງນີ້ ມີຫຼາຍເນື້ອໃນທີ່ຈະນຳມາປຶກສາຫາລືເພື່ອຍົກສູງປະສິດທິພາບໃນການຈັດຕັ້ງປະຕິບັດກົດໝາຍ, ນິຕິກຳໃຕ້ກົດໝາຍ ແລະ ສ້າງໃຫ້ມີຄວາມເປັນເອກະພາບໃນການແກ້ໄຂຄຳຮ້ອງຂໍຄວາມເປັນທຳຂອງປະຊາຊົນ ເພື່ອເຮັດໃຫ້ການດໍາເນີນຄະດີໄປໃນທິດທາງດຽວກັນບົນພື້ນຖານລັດຖະທຳມະນູນ, ລະບຽບກົດໝາຍຂອງລັດ ແນໃສ່ຮັບປະກັນໃຫ້ການດໍາເນີນຄະດີມີຄວາມຖືກຕ້ອງ, ໂປ່ງໃສ, ວ່ອງໄວ ແລະ ນໍາເອົາຜົນປະໂຫຍດມາສູ່ປະຊາຊົນຢ່າງແທ້ຈິງ.
ໃນກອງປະຊູມໄດ້ຮັບຟັງສະພາບລວມກ່ຽວກັບຄຳຮ້ອງທີ່ມີຄວາມຫຍຸ້ງຍາກ, ສັບສົນ ແລະພົວພັນກັບຫຼາຍພາກສ່ວນໃນໄລຍະຜ່ານມາ; ການປະກອບຄຳເຫັນຈາກຕາງໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ອົງການກວດກາແຫ່ງລັດ,ກະຊວງປ້ອງກັນຄວາມສະຫງົບ, ອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ ແລະ ກະຊວງຍຸຕິທຳ.
ນອກນັ້ນ, ບັນດາຜູ້ເຂົ້າຮ່ວມກອງປະຊຸມທີ່ມາຈາກພາກສ່ວນຕ່າງໆໄດ້ພ້ອມກັນເອົາໃຈໃສ່ຍົກສູງຄວາມຮັບຜີິດຊອບການເມືອງຂອງຕົນ ໃນການຄົ້ນຄວ້າ ແລະ ແລກປ່ຽນຄວາມຄິດເຫັນຢ່າງກົງໄປກົງມາ, ດ້ວຍເຫດດ້ວຍຜົນ ໂດຍສະເພາະແມ່ນບັນຫາທີ່ຍັງບໍ່ທັນເປັນເອກະພາບ ແລະ ຈະແຈ້ງ ຫຼືສາເຫດທີ່ພາໃຫ້ການດຳເນີນຄະດີຕາມຂະບວນຍຸຕິທຳ ບໍ່ທັນຮັບປະກັນຄວາມຖືກຕ້ອງ, ຄົບຖ້ວນ,ຮອບດ້ານ ແລະ ພາວະວິໄສ ກໍໄດ້ຍົກຂຶ້ນມາແລກປ່ຽນນຳກັນ ພ້ອມທັງຊອກຫາວິທີການ ແລະ ມາດຕະການແກ້ໄຂ.
(ຂ່າວ-ພາບ: ກົງທະນູຄໍາ ພິພັດເສລີ)