ອົງການກາແດງແຫ່ງຊາດລາວຮ່ວມກັບແຂວງຄຳມ່ວນຈັດພິທີສະເຫຼີມສະຫຼອງວັນຜູ້ບໍລິຈາກເລືອດໂລກ 14 ມິຖຸນາ ຂຶ້ນໃນວັນທີ 7 ມິຖຸນານີ້ ທີ່ສະໂມສອນແຂວງຄໍາມ່ວນ, ໂດຍມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ, ມີຜູ້ອຳນວຍການສະຖາບັນເລືອດແຫ່ງຊາດ,ບັນດາທ່ານຄະນະກຳມະການສົ່ງເສີມການບໍລິຈາກເລືອດແຂວງອ້ອມຂ້າງ, ຄະນະພະແນກການຂັ້ນແຂວງ, ກຳລັງ ປກຊ-ປກສ, ພະນັກງານແພດ-ໝໍ, ຄູ-ອາຈານ, ນັກຮຽນ-ນັກສຶກສາອ້ອມຂ້າງແຂວງເຂົ້າຮ່ວມ.
ທ່ານ ວັນໄຊ ພອງສະຫວັນ ໄດ້ມີຄຳເຫັນກ່າວເປີດພິທີຄັ້ງນີ້ວ່າ: ການບໍລິຈາກເລືອດ ແມ່ນເປັນວຽກງານທີ່ສຳຄັນເພື່ອຊ່ວຍເຫຼືອຊີວິດຂອງເພື່ອນມະນຸດດ້ວຍກັນ, ຫາກບໍ່ມີເລືອດ ຊີວິດຈະບໍ່ໄດ້ຮັບການຊ່ວຍເຫຼືອ, ການຈັດຫາເລືອດເປັນສິ່ງທີ່ມີຄວາມຫຍຸ້ງຍາກ, ທ້າທາຍຫຼາຍດ້ານ ປັດຈຸບັນນີ້ຄວາມຕ້ອງການເລືອດຢູ່ໂຮງໝໍແຂວງ, ໂຮງໝໍເມືອງແຫ່ງຕ່າງໆ ແມ່ນນັບມື້ເພີ່ມຂຶ້ນ ແຕ່ຜູ້ບໍລິຈາກເລືອດ ແມ່ນເຫັນວ່າຍັງມີຄວາມຈຳກັດ. ສຳລັບຄຳຂວັນຂອງວັນຜູ້ບໍລິຈາກເລືອດໂລກປີນີ້ໄດ້ກຳນົດວ່າ: “20 ປີ ແຫ່ງການສະເຫຼີມສະຫຼອງການໃຫ້, ໃຫ້ເລືອດ, ໃຫ້ຊີວິດ, ຂອບໃຈຜູ້ບໍລິຈາກເລືອດທຸກທ່ານ” ແລະ ອົງການອະນາໄມໂລກກໍໄດ້ກຳນົດວ່າ ເລືອດຈະມີພຽງພໍ ຕ້ອງມີ 1% ຂອງປະຊາກອນ ມາບໍລິຈາກເລືອດ. ການຈັດພິທີສະເຫຼີມສະຫຼອງໃນມື້ນີ້ ຈຸດປະສົງຕົ້ນຕໍ ແມ່ນເພື່ອສະເຫຼີມສະຫຼອງວັນຜູ້ບໍລິຈາກເລືອດໂລກ 14 ມິຖຸນາ ຮ່ວມກັບປະຊາຄົມໂລກໃຫ້ເປັນຂະບວນການທີ່ຟົດຟຶ້ນ, ເປັນການສະແດງເຖິງຄວາມຮູ້ບຸນຄຸນ, ຂອບອົກຂອບໃຈແກ່ຜູ້ບໍລິຈາກເລືອດທີ່ໄດ້ຊ່ວຍຊີວິດຂອງຄົນເຈັບ, ເພື່ອປູກຈິດສໍານຶກ, ໂຄສະນາປຸກລະດົມໃນທົ່ວສັງຄົມ ທຸກຊັ້ນຄົນ ໄດ້ປະກອບສ່ວນໃນການບໍລິຈາກເລືອດແບບສະໝັກໃຈ ແລະ ສາມາດມີເລືອດສໍາຮອງໄວ້ ເພື່ອຕອບສະໜອງຄົນເຈັບໃຫ້ພຽງພໍ, ປອດໄພ, ທັນເວລາ.
ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ ໄດ້ກ່າວຄຳປາໄສຕໍ່ວັນຜູ້ບໍລິຈາກເລືອດໂລກໃຫ້ຮູ້ວ່າ: ໃນວັນທີ 14 ມິຖຸນາຂອງທຸກໆປີ ແມ່ນວັນແຫ່ງການສະເຫຼີມສະຫຼອງວັນຜູ້ບໍລິຈາກເລືອດໂລກ ໃນປະເທດຕ່າງໆຢູ່ທົ່ວໂລກ, ເພື່ອເປັນການຂອບໃຈຕໍ່ຜູ້ບໍລິຈາກເລືອດຢູ່ທົ່ວໂລກທີ່ເຂົາເຈົ້າໄດ້ມອບຂອງຂວັນທີ່ມີຄ່າຕໍ່ຊີວິດຄືການບໍລິຈາກເລືອດ ດ້ວຍຄວາມສະໝັກໃຈບໍ່ຮຽກຮ້ອງສິ່ງຕອບແທນ ເພື່ອຊ່ວຍຄົນເຈັບ ແລະ ສ້າງຈິດສໍານຶກໃນເລື່ອງຄວາມຈໍາເປັນຂອງການບໍລິຈາກເລືອດເປັນປະຈໍາທີ່ສະໝໍ່າສະເໝີ, ເລືອດ ແລະ ຜະລິດຕະພັນເລືອດທີ່ໄດ້ຮັບບໍລິຈາກໃນແຕ່ລະປີຢູ່ທົ່ວໂລກສາມາດຊ່ວຍຊີວິດຄົນເຈັບໄດ້ນັບລ້ານ. ໃນເດືອນພຶດສະພາ ປີ 2005 ໄດ້ຈັດກອງປະຊຸມອົງການອະນາໄມໂລກຄັ້ງທີ 58 ໄດ້ມີການລົງນາມຂໍ້ຕົກລົງໃນການສະໜັບສະໜູນການບໍລິຈາກເລືອດດ້ວຍຄວາມສະໝັກໃຈ ແລະ ໄດ້ກໍານົດເອົາກິດຈະກໍາວັນຜູ້ບໍລິຈາກເລືອດໂລກເປັນປະຈໍາທຸກປີ, ໂດຍໄດ້ກໍານົດເອົາວັນທີ 14 ມິຖຸນາ ຊຶ່ງເປັນວັນຄ້າຍວັນເກີດຂອງທ່ານ ຄານ ແລນສະແທນເນີ ນັກຊີວະວິທະຍາຊາວໂອຕຣິດ ທີ່ໄດ້ເປັນຜູ້ຄົ້ນພົບໝວດເລືອດ ABO ຜູ້ທໍາອິດ ເປັນວັນຜູ້ບໍລິຈາກເລືອດໂລກ.
ຈາກນັ້ນ,ໃນພິທີໄດ້ມີກິດຈະກຳການບໍລິຈາກເລືອດແບບສະໝັກໃຈ, ມີຜູ້ເຂົ້າຮ່ວມບໍລິຈາກເລືອດຢ່າງເປັນຂະບວນຟົດຟຶ້ນ, ສາມາດບໍລິຈາກໄດ້ເລືອດທັງໝົດຈຳນວນ 200 ກວ່າຖົງ ແລະ ໄດ້ມີການມອບໃບຍ້ອງຍໍໃຫ້ແກ່ກົມກອງ ແລະ ຜູ້ບໍລິຈາກເລືອດດີເດັ່ນ-ຕໍ່ເນື່ອງ ທີ່ມາຈາກພະແນກການຕ່າງໆ ແລະ ມາຈາກ 10 ເມືອງໃນທົ່ວແຂວງ.
(ຂ່າວ-ພາບ: ກອງຄຳ)