ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດກອງປະຊຸມວິທະຍາ ສາດກ່ຽວກັບການເສີມຂະຫຍາຍທ່າແຮງບົ່ມຊ້ອນຂອງຂະແໜງ ການທ່ອງທ່ຽວໃຫ້ກາຍເປັນເສດຖະກິດປາຍແຫຼມຂຶ້ນໃນລະ ຫວ່າງວັນທີ 6-7 ມິຖຸນານີ້ ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖວທ, ມີຫົວໜ້າກົມ-ຮອງກົມ, ຫົວໜ້າ-ຮອງຫົວໜ້າພະແນກ ຖວທ ແຂວງ, ນະຄອນຫຼວງວຽງຈັນ, ຜູ້ຕາງໜ້າທັງພາກລັດ ແລະ ພາກທຸລະກິດຂັ້ນສູນກາງ, ແຂວງເຂົ້າຮ່ວມ.
    ກອງປະຊຸມຄັ້ງນີ້ ຈັດຂຶ້ນເພື່ອແລກປ່ຽນບົດຮຽນລະຫວ່າງບັນດາຂະແໜງທີ່ກ່ຽວ ຂ້ອງຂອງລັດ ທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ກ່ຽວກັບສະພາບການ ທ່ອງທ່ຽວລາວໃນປັດຈຸບັນ, ເປັນເວທີປຶກສາຫາລືລະຫວ່າງພາກລັດ ແລະ ພາກທຸລະກິດ ເພື່ອຊຸກຍູ້ການພັດທະ ນາ ແລະ ສົ່ງເສີມການ ທ່ອງທ່ຽວຂອງລາວປະ ກອບສ່ວນຊ່ວຍແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ ຊຶ່ງກອງປະຊຸມຄັ້ງນີ້, ມີຫຼາຍຫົວຂໍ້ທີ່ນໍາມາສະ   ເໜີເປັນຕົ້ນ ຍູ້ແຮງການພັດທະນາສົ່ງເສີມ ແລະ ຄຸ້ມຄອງການ ທ່ອງທ່ຽວໃຫ້ແຂງແຮງ ເພື່ອຊ່ວຍແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດຂອງລາວ (ບັນຫາສິ່ງທ້າທາຍ ແລະ ການແກ້ໄຂບັນຫາ) ການພັດທະ ນາສະຖານທີ່ທ່ອງທ່ຽວຜະລິດຕະພັນການທ່ອງທ່ຽວ ແລະ ສິ່ງອໍານວຍຄວາມສະດວກໃຫ້ມີຄຸນນະພາບ, ມີຄວາມຍືນຍົງ ແລະ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ,  ການຈັດຕັ້ງປະຕິບັດບັນດາກິດຈະກໍາໃນຂະແໜງການທ່ອງທ່ຽວ ເພື່ອຄຸ້ມຄອງ ແລະ ອໍານວຍຄວາມສະດວກໃຫ້ນັກທ່ອງທ່ຽວ, ການໂຄສະນາ-ສົ່ງເສີມການທ່ອງທ່ຽວລາວໃຫ້ເຂົ້າເຖິງກຸ່ມຕະຫຼາດເປົ້າໝາຍ ແລະ ການຍົກລະດັບຂີດຄວາມສາມາດຂອງບຸກຄະລາກອນໃນຂະ   ແໜງການທ່ອງທ່ຽວ ໃຫ້ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາ ກົນ, ການບໍລິການນັກທ່ອງທ່ຽວຂ້າມປະເທດ, ການອຳນວຍຄວາມສະ ດວກຂອງຕຳຫຼວດທ່ອງທ່ຽວ, ການຄຸ້ມຄອງການບໍລິການລົດໂດຍສານ ແລະ ລົດຕູ້ບໍລິການທ່ອງທ່ຽວ, ການອຳນວຍຄວາມສະດວກນັກທ່ອງທ່ຽວທີ່ນໍາໃຊ້ລົດຈັກບິກໄບ້, ການປັບປຸງເສັ້ນທາງເຊື່ອມຕໍ່ເຂົ້າເຖິງສະຖານທີ່ທ່ອງທ່ຽວ, ການອະນຸຍາດປຸກສ້າງເຄ ຫາສະຖານ ທີ່ຕິດພັນກັບຂະແໜງການທ່ອງທ່ຽວ (ສະຖານທີ່ພັກແຮມ, ຮ້ານອາຫານຢູ່ພາຍໃນແຫຼ່ງທ່ອງທ່ຽວບໍລິເວນແຄມນໍ້າ ແລະ ໜ້ານໍ້າ), ການສ້າງຈຸດແວ່ພັກເຊົາຢູ່ຕາມເສັ້ນທາງຫຼວງ ແລະ ເສັ້ນທາງສາຍຫຼັກ, ການຄຸ້ມຄອງລາຄາສິນຄ້າ ແລະ ຄຸນນະພາບຢູ່ສະຖານທີ່ທ່ອງທ່ຽວ, ການສົ່ງ ເສີມຜະລິດຕະພັນທ້ອງຖິ່ນ, ການຕິດ ຕາມກວດກາການຈັດ ຕັ້ງປະຕິບັດບັນດາໂຄງການລົງທຶນພັດທະ ນາແຫຼ່ງທ່ອງທ່ຽວ (ໂຄງການສຳປະທານຂອງພາກທຸລະກິດ ທີ່ໄດ້ຮັບການອະນຸຍາດແລ້ວ ແຕ່ບໍ່ມີການພັດທະນາໄປຕາມສັນຍາ), ການຄຸ້ມຄອງຫົວໜ່ວຍທຸລະກິດການທ່ອງທ່ຽວ (ການເຂົ້າເປັນສະມາຊິກສະມາຄົມທ່ອງທ່ຽວ, ບໍລິສັດທ່ອງທ່ຽວ, ຮ້ານບັນເທີງ, ການເປີດເພງໃນແຫຼ່ງທ່ອງທ່ຽວຄວາມປອດໄພຂອງກິດຈະກຳທ່ອງທ່ຽວ), ການເກັບເງິນກອງທຶນຜ່ານລະບົບທັນສະໄໝ ຢູ່ດ່ານສາກົນ, ການເກັບລາຍຮັບຜ່ານລະບົບທັນສະໄໝຢູ່ບັນດາສະຖານທີ່ທ່ອງທ່ຽວ, ການໂຄສະນາສົ່ງເສີມການທ່ອງ ທ່ຽວລາວໃຫ້ເຂົ້າເຖິງກຸ່ມຕະຫຼາດເປົ້າໝາຍ, ການມີສ່ວນຮ່ວມຂອງພາກທຸລະກິດຕໍ່ກັບວຽກງານສົ່ງເສີມໂຄສະ ນາການທ່ອງທ່ຽວ,ຈັດຕັ້ງຜັນຂະຫຍາຍຫຼັກ ສູດການຮຽນ-ການສອນວິຊາຊີບທ່ອງທ່ຽວອາຊຽນ, ຈັດຕັ້ງຫຼັກສູດຝຶກອົບຮົມພະ ນັກງານນໍາທ່ຽວລະດັບຊາດ, ລະດັບແຂວງ, ລະດັບພື້ນທີ່ສະເພາະ ແລະ ຫຼັກສູດຍົກລະດັບຄຸນນະພາບການບໍລິ ການໃຫ້ແກ່ທຸລະກິດ ໃນຂະແໜງທ່ອງທ່ຽວບໍລິການອື່ນໆ ຄວາມຕ້ອງການດ້ານການພັດທະນາ ແລະ ຍົກ ລະດັບທັກສະບຸກຄະລາກອນໃນປັດຈຸບັນ ໂດຍສະເພາະຍຸກການປ່ຽນ ແປງຄວາມຄາດຫວັງຂອງນັກທ່ອງທ່ຽວໃນຍຸກດີຈີຕອນ ແລະ ອື່ນໆ.
ຂ່າວ-ພາບ: ສົມຫວັງ