ການພັດທະນາຕົນເອງ ຄຽງຄູ່ກັບການພັດ ທະນາເສດຖະກິດ-ສັງ ຄົມເປັນປັດໄຈຕົ້ນຕໍທີ່ເຮັດໃຫ້ຄົນຮຸ້ນໜຸ່ມໄດ້ເດີນຕາມເສັ້ນທາງແຫ່ງຄວາມຝັນ ແລະ ເປົ້າ   ໝາຍທີ່ຕົນເອງຕັ້ງໄວ້ເຊັ່ນດຽວກັນກັບທ່ານ ນາງ ສຸລິຍະດາ ໂພນສິມາ ອາຍຸ 32 ປີ ຊຶ່ງເປັນເຈົ້າຂອງຮ້ານເຈເອັນຈິວເວີລີ້ ກວ່າຈະກາຍມາເປັນນັກທຸລະກິດທີ່ປະ ສົບຜົນສໍາເລັດແຕ່ອາຍຸຍັງນ້ອຍຕ້ອງຜ່ານບົດທົດສອບຫຼາຍຢ່າງໄດ້ບອກເລົ່າເລື່ອງລາວການສ້າງອາຊີບຕໍ່ສື່ມວນຊົນຊາວໜຸ່ມເມື່ອບໍ່ດົນມານີ້ວ່າ:          ຂ້າພະເຈົ້າໄດ້ເລີ່ມສ້າງຕັ້ງຮ້ານຂາຍເຄື່ອງ ປະດັບຈິວເວີລີ້ໃນກາງປີ 2017 ປັດຈຸບັນໄດ້ປະມານ 7 ປິແລ້ວ ສໍາລັບຈຸດເລີ່ມຕົ້ນທີ່ຫັນມາສ້າງທຸລະກິດນີ້ ເນື່ອງຈາກວ່າຕົນເອງມີຄວາມມັກຮັກ ແລະ ສົນໃຈເຄື່ອງປະດັບເປັນການສ່ວນຕົວ ເພາະຈຸດພິ ເສດຂອງຂ້າພະເຈົ້າຖ້າ ວ່າມັກອັນໃດຈະຈົດຈໍ່ໃສ່ອັນນັ້ນ ແລະ ຊອກຮູ້ໃຫ້ເລິກເຊິ່ງ ເຊັ່ນດຽວກັບການສົນໃຈເຄື່ອງເພັດ ຫຼື ງານຈິວເວີລີ້ນີ້ ຂ້າພະ ເຈົ້າໄດ້ຊອກຮູ້ຜ່ານທາງຊ່ອງທາງຢູທູບ ແລະ ອອນລາຍທັງພາຍໃນ-ຕ່າງປະເທດຈົນໄດ້ຮູ້ຈັກກັບຊ່າງຜູ້ມີສີມືທາງດ້ານການອອກແບບ ແລະ ຜະລິດເຄື່ອງປະ ດັບຈຶ່ງພາກັນຜະລິດອອກມາ ເລີ່ມຕົ້ນແມ່ນພວກເຮົາໄດ້ໂພສຂາຍຜ່ານທາງອອນລາຍ ຕອນນັ້ນເຮົາຍັງບໍ່ມີໜ້າຮ້ານເທື່ອ ໃນເວລານັ້ນຖານລູກຄ້າຂອງເຮົາກໍຍັງບໍ່ມີເລີຍນັບໄດ້ວ່າ ພວກເຮົາເລີ່ມຕົ້ນຈາກສູນ ຈາກທີ່ບໍ່ມີຄົນຮູ້ຈັກແຕ່ພວກເຮົາກໍບໍ່ຢຸດທີ່ຈະພະຍາຍາມ, ມີຄວາມອົດທົນຜ່ານຜ່າທຸກໆອຸປະສັກ ສືບຕໍ່ໂພສຮູບສິນຄ້າເຄື່ອງປະ ດັບແຕ່ລະຢ່າງລົງໃນສື່ອອນລາຍເປັນປະຈໍາ ຈົນສາມາດສ້າງຄວາມສົນໃຈໃຫ້ແກ່ກຸ່ມລູກຄ້າຈາກ 1 ຄົນກາຍເປັນ 2-3 ແລະ ນັບມື້ຮັບເພີ່ມຂຶ້ນ. 
   ທ່ານກ່າວເນັ້ນໃຫ້ຮູ້ອີກວ່າ: ສິ່ງສໍາຄັນຂອງການດໍາເນີນທຸລະກິດຂາດບໍ່ໄດ້ກໍຄືແຮງບັນດານໃຈ ເພາະປັດຈຸບັນໂລກເຮົາແມ່ນມີການຫຍໍ້ສ່ວນລົງ ແລະ ໄດ້ເຫັນບຸກຄົນທີ່ປະສົບຜົນສໍາເລັດໃນເກນອາຍຸທີ່ຍັງໜຸ່ມນ້ອຍ ບໍ່ວ່າຈະທັງພາຍໃນ ຫຼື ຕ່າງປະ ເທດ ເມື່ອເຫັນຄືແນວນັ້ນຕົນເອງຈຶ່ງເກີດແຮງບັນດານໃຈຢາກປະສົບຜົນສໍາເລັດແບບດຽວກັນ ຈຶ່ງຕັດສິນໃຈສຶກສາຮໍ່າຮຽນໃນສິ່ງທີ່ຕົນເອງມັກ-ຮັກ ແລະ ກໍລົງມືເຮັດ ໂຊກດີມີຄອບຄົວພໍ່ແມ່ປູກຈິດສໍານຶກຕັ້ງແຕ່ນ້ອຍໆໃນເລື່ອງການຄ້າ ຂາຍ ເຖິງວ່າບໍ່ແມ່ນເລື່ອງການຂາຍເພັດ ງານຈິວເວີ້ລີ້ກໍຕາມ ແຕ່ຄອບຄົວກໍ່ໄດ້ສ້າງເງື່ອນໄຂ ແລະ ປູພື້ນ ຖານໃຫ້ຂ້າພະເຈົ້າໄດ້ ນໍາມາປັບໃຊ້ໃນທຸລະກິດຂອງຕົນເອງ ໂດຍສະເພາະການສົນທະນາກັບກຸ່ມລູກຄ້າ, ການເຈ ລະຈາດ້ານທຸລະກິດຈະເຮັດແນວໃດໃຫ້ຄົນສົນ ໃຈຫັນມາໃຊ້ບໍລິການຊື້ເພັດທີ່ຮ້ານຂອງເຮົາ ຈາກປະສົບການດັ່ງກ່າວນັ້ນ ສາມາດຕໍ່ຍອດທຸ ລະກິດຈົນມາເຖິງທຸກວັນນີ້. ປັດຈຸບັນຖືວ່າທຸ ລະກິດຂອງເຮົາບັນລຸເປົ້າໝາຍໃນລະດັບໜຶ່ງ ແລະ ມີທ່າກ້າວຂະ ຫຍາຍຕົວ. ໃນຕໍ່ໜ້າຂ້າ ພະເຈົ້າຈະຂະຫຍາຍເພີ່ມຂຶ້ນ ເພື່ອຮອງຮັບຖານລູກຄ້າທີ່ບໍ່ແມ່ນແຕ່ງານຈິວເວີລີ້ເທົ່ານັ້ນ ແຕ່ຈະມີຜົນງານຄໍາ 99,99% ເພາະປັດຈຸ ບັນກໍາລັງຊອກຫາໜ້າຮ້ານທີ່ມີພື້ນທີ່ກວ້າງຂວາງ ທີ່ຮອງຮັບເຄື່ອງປະດັບທັງສອງຮູບແບບ ນອກຈາກນີ້ເພື່ອເປັນການຮອງຮັບຖານລູກຄ້າໃນອະນາຄົດ ຄຽງຄູ່ກັບການດໍາເນີນທຸລະກິດນັ້ນ ທ່ານນາງ ສຸລິຍະດາ ໂພນສິມາ ໄດ້ກ່າວຕື່ມອີກວ່າ: ການເຮັດທຸລະກິດເຮົາຕ້ອງມີທັງເຕັກນິກ, ຮູບແບບ-ວິທີການທີ່ຈະຕ້ອງໝູນໃຊ້ເຂົ້າໃນການດໍາເນີນທຸລະກິດຄື: ຈິດໃຈບວກກັບຄວາມຕັ້ງໃຈ ແລະ ການເຮັດທຸລະກິດເຄື່ອງເພັດນີ້ເຮົາຈະຕ້ອງຢຶດຖືເອົາຄໍາໝັ້ນສັນຍາທີ່ສໍາຄັນ 3 ຂໍ້ຄື: 1. ເຄື່ອງປະ ດັບຂອງຮ້ານເຈເອັນຈິວເວີລີ້ ຕ້ອງຮັບປະກັນສິນ ຄ້າຕະຫຼອດການໃຊ້ງານ, 2. ສິນຄ້າຕ້ອງມີຄຸນນະພາບສູງ ແລະ 3. ຕ້ອງມີການບໍລິການທີ່ດີ ແລະ ມີຄວາມຊື່ສັດກັບລູກຄ້າ. ສະນັ້ນ; ຖ້າຫາກຊາວໜຸ່ມຍຸກໃໝ່ຢາກປະສົບຜົນສໍາເລັດເຮົາຕ້ອງຖືເອົາ 3 ໜັກຄື: 1. ຕ້ອງເປັນນັກຝັນ, 2. ຕ້ອງເປັນນັກລົງມືເຮັດ, 3. ຕ້ອງເປັນນັກແກ້ໄຂບັນຫາ ທັງໝົດນີ້ເປັນບັນທັດຖານທີ່ຂ້າພະເຈົ້າຢຶດຖືມາໂດຍຕະຫຼອດ ແລະ ປະສົບຜົນສໍາເລັດ. ນອກນີ້, ສໍາຄັນທີ່ສຸດກວ່າຈະມີບາດ ກ້າວຜົນສໍາເລັດ ຂ້າພະ ເຈົ້າມີແບບຢ່າງທີ່ດີກໍ່ຄື: ພໍ່ກັບແມ່ທີ່ສະໜັບສະໜູນເປັນກໍາລັງໃຈທຸກໆບາດກ້າວຍ່າງຂອງເສັ້ນ ທາງການເປັນນັກທຸລະກິດ ແລະ ໃຫ້ຄໍາປຶກສາທີ່ດີຕະຫຼອດມາ. ຖ້າເຮົາຢາກປະສົບຜົນສໍາເລັດ ເຮົາຢ່າຢຸດທີ່ຈະຮຽນຮູ້ ໂດຍສະເພາະຮຽນຮູ້ທຸກໆສິ່ງອ້ອມໂຕເຮົາ ບໍ່ວ່າການຮຽນຮູ້ນັ້ນຈະປະສົບຜົນສໍາເລັດ ຫຼື ລົ້ມເຫຼວ-ຄວາມຜິດພາດທີ່ຜ່ານມາກໍຕາມ ທັງໝົດລ້ວນແລ້ວແຕ່ເປັນປະສົບການທີ່ເຮັດໃຫ້ເຮົາເຕີບໃຫຍ່ ນອກຈາກນີ້ເຮົາບໍ່ຄວນຢຸດທີ່ຈະພັດທະ ນາຕົນເອງ ຖ້າເຮົາພັດ ທະນາຕົນເອງໄວເທົ່າໃດເຮົາກໍມີສິດທີ່ຈະປະສົບຜົນສໍາເລັດໄວເທົ່ານັ້ນ.
ຂ່າວ-ພາບ: ນິງນ໋ອງ ສຽງສະ ຫວັນ