ໂດຍ: ພູວັນ
    ຄົນລາວທົ່ວທັງຊາດມີຄວາມພາກພູມໃຈ ພາຍຫຼັງທີ່ອົງການເພື່ອການສຶກສາວິທະຍາສາດ ແລະ ວັດທະນະທຳແຫ່ງສະຫະປະຊາຊາດ (United Nations Educational, Scientific and Cultural Organization) ຫຼືອຸຍແນັສໂກ (UNESCO) ໄດ້ປະກາດການຮັບຮອງ “ລາຍນາກ” ໃນຜ້າພື້ນເມືອງຂອງສປປ ລາວ ເປັນມໍລະດົກທາງວັດທະນະທຳ ທີ່ບໍ່ສາມາດຈັບຕ້ອງໄດ້ໃນທ້າຍປີ 2023ຊຶ່ງໄດ້ນໍາເອົາຄວາມຍິນດີໃຫ້ແກ່ປວງຊົນລາວທັງຊາດໜຶ່ງໃນ 5 ມູນມໍລະດົກອັນລໍ້າຄ່າຂອງລາວ ທີ່ໄດ້ຖືກຮັບຮອງເຂົ້າໃນບັນຊີມໍລະດົກຂອງໂລກ.
    ການຮັບຮອງເອົາລາຍນາກມໍລະດົກລາວ ເປັນມໍລະດົກໂລກໄດ້ມີຂຶ້ນໃນກອງປະຊຸມໃຫຍ່ຂອງຄະນະກໍາມະການ ລະຫວ່າງລັດຖະບານ ວ່າດ້ວຍການປົກປ້ອງມໍລະດົກວັດທະນະທໍາທີ່ບໍ່ເປັນວັດຖຸຄັ້ງທີ 18ຈັດຂຶ້ນໃນລະຫວ່າງວັນທີ 5-8 ທັນວາ 2023 ທີ່ເມືອງຄາຊານ ສາທາລະນະລັດບົດສະວານາ. ໃນນັ້ນ, “ຫັດຖະກໍາພື້ນເມືອງພູມປັນຍາການຕໍ່າລາຍນາກຂອງຊຸມຊົນເຊື້ອຊາດລາວ” ແມ່ນຫົວຂໍ້ໜຶ່ງທີ່ທາງຄະນະກໍາມະການໄດ້ມີການຄົ້ນຄວ້າພິຈາລະນາ ແລະ ຮັບຮອງເຂົ້າໃນບັນຊີມໍລະດົກວັດທະນະທໍາທີ່ບໍ່ເປັນວັດຖຸ ທີ່ເປັນຕົວແທນຂອງມວນມະນຸດ (ມໍລະດົກໂລກ). ລາຍນາກ ເປັນລາຍທີ່ໂດດເດັ່ນອັນດັບໜຶ່ງໃນຜ້າແພລາວທີ່ຖືກປະດິດຄິດສ້າງຂຶ້ນດ້ວຍຈິດສຳນຶກ ແລະ ສິລະປະອັນປານີດຂອງຄົນລາວ ໄດ້ຕິດພັນກັບການດຳລົງຊີວິດຂອງຄົນລາວມາແຕ່ບູຮານ. ກ່ອນຈະໄດ້ລາງວັນແຫ່ງຄວາມພາກພູມໃຈນີ້ກໍບໍ່ແມ່ນເລື່ອງງ່າຍ ໂດຍສະເພາະແມ່ນການແຂ່ງຂັນຈາກປະເທດອ້ອມຂ້າງ ທີ່ມີສິລະປະວັດທະນະທຳຄ້າຍຄືກັນ. ແຕ່ສິ່ງທີ່ເປັນການຢັ້ງຢືນໃຫ້ເຫັນຢ່າງປະຈັກຕາຄືການຕໍ່າຫູກ ແມ່ນມູນເຊື້ອທີ່ຕິດພັນກັບເອື້ອຍນ້ອງແມ່ຍິງລາວມາແຕ່ດົນນານແລ້ວ ໂດຍມີການສືບທອດຈາກຮຸ່ນສູ່ຮຸ່ນ. ລາຍນາກລາວເປັນລາຍໜຶ່ງທີ່ມີຄວາມໝາຍຄວາມສໍາຄັນສໍາລັບຄົນລາວ ເພາະຕາມຄວາມເຊື່ອຖືຂອງຄົນລາວທີ່ເຊື່ອກັນວ່າ ພະຍານາກແມ່ນສິ່ງສັກສິດທີ່ຄອຍປົກປັກຮັກສາໃຫ້ຄວາມຢູ່ເຢັນເປັນສຸກ ປາສະຈາກສິ່ງທີບໍ່ດີ. ສະນັ້ນ, ຄົນລາວຈຶ່ງນໍາເອົາລວດລາຍນາກມາເປັນສັນຍະລັກໃນສະຖານທີ່ຕ່າງໆ ລວມເຖິງລາຍນາກທີ່ປັກແສ່ວ ຫຼືຕໍ່າໃນເຄື່ອງນຸ່ງຫົ່ມຂອງແມ່ຍິງລາວ.ເພື່ອສະແດງຄວາມພາກພູມໃຈຕໍ່ລາງວັນອັນຊົງກຽດທີ່ລາວໄດ້ຮັບໃນຄັ້ງນີ້ ການນຳພັກ-ລັດໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງຜົນສຳເລັດດັ່ງກ່າວຢ່າງຟົດຟື້ນ ແລະ ສົມກຽດ ທີ່ຫໍວັດທະນະທຳແຫ່ງຊາດໃນວັນທີ 7 ມິຖຸນາ 2024 ໂດຍປວງຊົນລາວທັງຊາດສາມາດເຂົ້າຮ່ວມງານວາງສະແດງພູມປັນຍາລາວທີ່ສືບທອດກັນມາແຕ່ເຫິງນານ ໂດຍມີຫຼາຍກິດຈະກຳເຊັ່ນ: ເວທີສຳມະນາວິທະຍາສາດໃນຫົວຂໍ້ຕ່າງໆກ່ຽວກັບລາຍນາກ, ການຍ່າງແບບຊຸດຜ້າໄໝລາຍນາກ, ການສະແດງຟ້ອນຕຳຜ້າລາຍຂິດ, ລຳລ່ອງກອນລຳຕຳນານລາຍຜ້າ, ຮ້ອງເພງສອງມືນາງສ້າງເມືອງ, ຟ້ອມລາຍນາກ, ການວາງສະແດງ ແລະ ຈຳໜ່າຍອາຫານພື້ນເມືອງລາວ. ສຳລັບງານວາງສະແດງຜົນງານ ຫັດຖະກຳລາຍນາກ ແລະ ອາຫານແມ່ນຈັດຂຶ້ນໃນລະຫວ່າງວັນທີ 5-9 ມິຖຸນານີ້.
    ການຮັບຮອງລາຍນາກເປັນມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸ ທີ່ເປັນຕົວແທນຂອງມວນມະນຸດໂລກມີຄວາມໝາຍຄວາມສຳຄັນຕໍ່ການອະນຸລັກ, ປົກປັກຮັກສາມໍລະດົກອັນລໍ້າຄ່າຂອງຊາດໃຫ້ມີຄວາມຍືນຍົງ ທັງເປັນການປະກອບສ່ວນ ເຂົ້າໃນການສົ່ງເສີມວຽກງານເສດຖະກິດຂອງຊາດ, ເປັນການຕໍ່ຍອດໃຫ້ແກ່ຜະລິດຕະພັນຫັດຖະກຳຂອງລາວໃຫ້ມີບາດກ້າວຂະຫຍາຍຕົວອັນໃໝ່ ແລະ ເປັນທີ່ຮັບຮູ້ຈາກສາກົນຫຼາຍຂຶ້ນ. ປັດຈຸບັນລາຍນາກໃນຜ້າພື້ນເມືອງລາວ ໄດ້ເປັນສິ່ງປະຈັກສູ່ສາຍຕາຊາວໂລກ ແລະ ສ້າງຄວາມພາກພູມໃຈໃຫ້ປະຊາຊົນລາວ. ແນວໃດກໍດີ ເພື່ອເຮັດໃຫ້ວັດທະນະທໍາທີ່ສວຍງາມເປັນເອກະລັກຂອງຊາດຢູ່ຄຽງຄູ່ປະຊາຊົນຄົນລາວທັງຊາດຢ່າງຍືນຍົງນັ້ນ, ໄວໜຸ່ມຜູ້ເກີດໃໝ່ໃຫຍ່ລຸນຕ້ອງພ້ອມກັນປົກປັກຮັກສາ ແລະ ສືບທອດວັດທະນະທໍາອັນລໍ້າຄ່າບໍ່ໃຫ້ຈາງຫາຍໄປກັບການເວລາ ແລະ ຢູ່ຄູ່ກັບຄົນລາວເຊື້ອຊາດລາວຕະຫຼອດໄປ.