ເມື່ອບໍ່ດົນມານີ້, ທ່ານ ໄຊຊະນະ ສຸລິຍະວົງ ຮອງຫົວໜ້າກົມຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ອົງການໄອຍະການປະຊາຊົນສູງສຸດພ້ອມຄະນະໄດ້ເຄື່ອນໄຫວຊຸກຍູ້ວຽກງານຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງຊົ່ວຄາວຢູ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໂດຍການຕ້ອນຮັບຈາກທ່ານ ພັທ ເກດສະໜາ ພິຈິດ ຫົວໜ້າພະແນກຕໍາຫຼວດຄ້າຍຄຸມຂັງ-ດັດສ້າງຊົ່ວຄາວ ເມືອງຫາດຊາຍຟອງພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
    ທ່ານ ພັທ ສີໂມ ພິທັກພົນ ຮອງຫົວໜ້າພະແນກຜູ້ຊີ້ນໍາຄ້າຍຄຸມຂັງ-ດັດສ້າງຊົ່ວຄາວເມືອງ ໄດ້ລາຍງານສະພາບລວມພາຍໃນຄ້າຍຄຸມຂັງໃຫ້ຊາບເປັນຕົ້ນການແບ່ງຄວາມຮັບຜິດຊອບເວນຍາມ, ຂອດການປະສານງານລະຫວ່າງເຈົ້າໜ້າທີ່ກັບພາກສ່ວນຕ່າງໆ, ການປະສານສົມທົບຂຶ້ນບັນຊີລາຍຊື່ນັກໂທດ, ການສຶກສຶກອົບຮົມແນວຄິດນັກໂທດໃຫ້ກາຍເປັນຄົນດີ, ການອອກແຮງງານເພີ່ມພູນຜະລິດຜົນເພື່ອສ້າງຜົນງານໃຫ້ກາຍເປັນນັກໂທດຜູ້ຫ້າວຫັນ ແລະ ມີຜົນງານ.ສໍາລັບວຽກງານສໍານວນເກັບກໍາປະຫວັດການເຄື່ອນໄຫວຂອງຜູ້ຕ້ອງຫາ, ນັກໂທດ ແລະ ຜູ້ຖືກດັດສ້າງມີທັງໜົດ 305 ຄົນຍິງ 15 ຄົນ, ຍົກຍ້າຍນັກໂທດໄປປະຕິບັດໂທດຢູ່ຄ້າຍຄຸມຂັງ ປກສ ນະຄອນຫຼວງ 11 ຄົນຍິງ 0 ຄົນ, ຍົກຍ້າຍຜູ້ຕ້ອງຫາໄປຝາກຂັງຢູ່ຄ້າຍຄຸມຂັງ ປກສ ນະຄອນຫຼວງ 8 ຄົນຍິງ 2 ຄົນ, ເອົາຜູ້ຖືກຫາຂຶ້ນສານຕັດສິນທັງໜົດ 50 ຄົນຍິງ 10 ຄົນ, ສຶກສາອົບຮົມປ່ອຍຕົວນັກໂທດທີ່ພົ້ນໂທດ 17 ຄົນຍິງ 4 ຄົນ, ໄດ້ຄັດເລືອກປະເພດ 1,2,3,4 ທັງໜົດ 83 ຄົນຍິງ 7 ຄົນ, ຜູ້ຕ້ອງຫາ, ນັກໂທດ ແລະ ຜູ້ປົກຄອງມາຝາກລວມທັງໜົດ 382 ຄົນຍິງ 25 ຄົນ. ໃນນັ້ນຜູ້ຕ້ອງຫາ 288 ຄົນຍິງ 18 ຄົນ, ນັກໂທດ 70 ຄົນຍິງ 6 ຄົນ ແລະ ຜູ້ປົກຄອງມາຝາກ 24 ຄົນຍິງ 1 ຄົນ.
    ໂອກາດນີ້, ທ່ານ ໄຊຊະນະ ສຸລິຍະວົງ ໄດ້ຕາງໜ້າໃຫ້ຄະນະແຈ້ງຈຸດປະສົງການມາເຄື່ອນໄຫວເຮັດວຽກໃນຄັ້ງນີ້ ພ້ອມທັງແລກປ່ຽນຖອດຖອນບົດຮຽນດ້ານວິຊາການໃນການຕິດຕາມກວດກາ ການປະຕິບັດກົດໜາຍໃນສະຖານທີ່ກັກຕົວ, ສະຖານທີ່ກັກຂັງ, ສູນດັດສ້າງ, ຄ້າຍດັດສ້າງ ແລະ ຂອດການປະສານງານຕ່າງໆລະຫວ່າງ ອົງການໄອຍະການປະຊາຊົນ ແລະ ເຈົ້າໜ້າທີ່ຕໍາຫຼວດໃຫ້ມີຄວາມກົມກຽວກັນ.ຈາກນັ້ນ, ທ່ານພ້ອມຄະນະໄດ້ລົງຕິດຕາມເບິ່ງບ່ອນກັກຂັງນັກໂທດ ແລະ ຜູ້ຕ້ອງຫາຕື່ມອີກ.
ຂ່າວ-ພາບ: ກົມຄ້າຍຄຸມຂັງ