ບໍລິສັດລາວ-ຍີ່ປຸ່ນບໍລິການອາຄານສະໜາມບິນ ຈໍາກັດ ໄດ້ຈັດງານລ້ຽງສະເຫຼີມສະຫຼອງ ຄົບຮອບ 25ປີ(7 ມິຖຸນາ 1999 - 7 ມິຖຸນາ 2024)ຂຶ້ນໃນວັນທີ 7 ມິຖຸນາຜ່ານມາ ທີ່ ພັດຕະຄານເຊັນພີລາ ນະຄອນຫຼວງວຽງຈັນ ໂດຍມີທ່ານຈັນຢາ ນາກາໂນ  ( Janya NAKANO ) ຕາງໜ້າ ສະຖານທູດຍີ່ປຸ່ນປະຈໍາ ສປປ ລາວ, ທ່ານ ສະເຫຼີມສັກ ໄຊຍະມຸງຄຸນ ຫົວໜ້າຫ້ອງການກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານໄພທູນ ທ່ຽງລາໄມ ວ່າການຫົວໜ້າກົມປະຕິຮູບລັດວິສາຫະກິດ ແລະ ປະກັນໄພ ກະຊວງການເງິນ ແຂກຖືກເຊີນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ, ທ່ານອາລຸນຈັນໃສ ບຸນໄຊທິບຜູ້ອຳນວຍການບໍລິສັດລາວ-ຍີ່ປຸ່ນບໍລິການອາຄານສະໜາມບິນ ຈຳກັດກ່າວວ່າ: ບໍລິສັດ ແອວແຈັດ(L-JATS) ແມ່ນການດໍາເນີນທຸລະກິດຮ່ວມກັນ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ຕາງໜ້າໂດຍກອງຄຸ້ມຄອງສະໜາມບິນ ກະຊວງໂຍທາທິການ ແລະ ຂົນສົ່ງແລະ ສອງບໍລິສັດ ຈາກຍີ່ປຸ່ນ ໄດ້ດໍາເນີນການໃຫ້ບໍລິການ ນັບແຕ່ ວັນທີ 7 ມິຖຸນາ1999 ເປັນຕົ້ນມາ. ໃນເບື້ອງຕົ້ນ ກອງຄຸ້ມຄອງສະໜາມບິນ ຖືຮຸ້ນ 51% ແລະ ສອງບໍລິສັດຍີ່ປຸ່ນ (ບໍລິສັດ JAL ແລະ ບໍລິສັດ TOMEN) ຖືຮຸ້ນ49%. ພໍມາ ຮອດປີ2004ສອງບໍລິສັດຍີ່ປຸ່ນກໍໄດ້ປ່ຽນຂາຮຸ້ນມາເປັນ ບໍລິສັດ ຈາລູກອິນ ແລະ ບໍລິສັດໂຕໂຢ ຕ້າຊູໂຊະ (Jalux Inc & Toyota Tsusho). ປີ2009 ກອງຄຸ້ມຄອງສະໜາມບິນ ຕາງໜ້າລັດຖະບານລາວ ຖືຮຸ້ນ 60% ແລະ ສອງບໍລິສັດຍີ່ປຸ່ນ ຖືຮຸ້ນ 40%, ພໍມາຮອດປີ 2014 ກອງຄຸ້ມຄອງສະໜາມບິນ ໄດ້ປ່ຽນຊື່ມາເປັນກອງສະໜາມບິນລາວ ແລະ ໄດ້ຖືຮຸ້ນ 70% ແລະ ສອງບໍລິສັດຍີ່ປຸ່ນຖືຮຸ້ນ 30% ຈົນເຖິງປັດຈຸບັນ.ບໍລິສັດ L-JATS ເປັນບໍລິສັດໃຫ້ການບໍລິການສະເພາະຖ້ຽວບິນຕ່າງປະເທດ ຢູ່ສະໜາມບິນສາກົນວັດໄຕ ຊຶ່ງລວມມີການບໍລິການພາກພື້ນດິນ, ການລໍາລຽງກະເປົາຜູ້ໂດຍສານ, ແຈ້ງເອກະສານ ແລະ ກວດກາເອກະສານເດີນທາງ ຂອງຜູ້ໂດຍສານ, ການກວດກາກະເປົາ ແລະ ຜູ້ໂດຍສານ ເພື່ອຄວາມປອດໄພໃຫ້ແກ່ຖ້ຽວບິນ, ບໍລິການສາງຂົນສົ່ງສິນຄ້າລະຫວ່າງປະເທດ ແລະ ຄຸ້ມຄອງບັນດາຫ້າງຮ້ານ ທີ່ມາເຊົ່າສະຖານທີ່ ດໍາເນີນທຸລະກິດພາຍໃນອາຄານຜູ້ໂດຍສານສາກົນ.
ຕະຫຼອດໄລຍະ 25ປີ ບໍລິສັດໄດ້ມີການພັດທະນາຫຼາຍດ້ານ ເປັນຕົ້ນ: ດ້ານບຸກຄະລາກອນ ແລະຈຸບິນ  ມີພະນັກງານທັງໝົດ 410ຄົນ ແລະ ຍັງມີແຜນຈະຮັບຕື່ມອີກ 50ຄົນ, ດ້ານບໍລິຫານແມ່ນໄດ້ປັບປຸງການບໍລິການໃຫ້ມີປະສິດທິພາບ ແລະ ປະສິດທິຜົນທຽບເທົ່າກັບສາກົນ ແລະ ຍັງໄດ້ບໍລິການຖ້ຽວບິນການນຳແຕ່ລະປະເທດທີ່ເດີນທາງເຂົ້າຮ່ວມກອງປະຊຸມສຳຄັນທີ່ ສປປ ລາວ ເປັນເຈົ້າພາບຈັດຂຶ້ນ. ພ້ອມດຽວກັນນັ້ນທາງບໍລິສັດຍັງໄດ້ປະກອບສ່ວນພັນທະອາກອນແກ່ລັດຖະບານຢ່າງເປັນປົກກະຕິເຊັ່ນ: ປີ2021 ມອບພັນທະ 28ຕື້ກວ່າກີບ, ປີ2022 ມອບພັນທະ 10ຕື້ກວ່າກີບ, ປີ2023 ມອບພັນທະ 225ຕື້ກວ່າກີບ.  ບໍລິສັດແອວແຈັດເປັນປ້ອມດ່ານໜ້າທີ່ຈະໄດ້ໃຫ້ບໍລິການ ຕໍ່ນັກເດີນທາງ ທາງອາກາດ ທີ່ເປັນປະຕູສູ່ນະຄອນຫຼວງ ກໍຄືປະເທດລາວ. ຜ່ານມາໄດ້ໃຫ້ບໍລິການທີ່ປະທັບໃຈແກ່ບັນດາແຂກ ທີ່ເຂົ້າໄປຊົມໃຊ້ສະໜາມບິນສາກົນວັດໄຕ ດ້ວຍດີຕະຫຼອດມາ,ມີຫຼາຍອັນທີ່ພົ້ນເດັ່ນ ເປັນຕົ້ນ: ໃຫ້ບໍລິການຮັບຮັບໃຊ້ໃຫ້ແກ່ມວນຊົນທີ່ເດີນທາງເຂົ້າ-ອອກປະເທດ ໃຫ້ມີຄວາມສະດວກ, ວ່ອງໄວ, ບໍລິການດ້ວຍນໍ້າໃຈໄມຕີຈິດອັນດີ ໃຫ້ແກ່ນັກເດີນທາງ ແລະ ຍັງໄດ້ປະກອບສ່ວນ ສ້າງລາຍຮັບ ເຂົ້າປະເທດໄດ້ຫຼາຍພໍສົມຄວນ.
ທ່ານອາລຸນຈັນໃສ ບຸນໄຊທິບ ກ່າວຕື່ມວ່າ: ຫວັງຢ່າງຍິ່ງວ່າ ຈະໄດ້ຮັບການສືບຕໍ່ສະໜັບສະໜູນ ຈາກການນໍາພັກ,ລັດ, ຈາກຄູ່ຮ່ວມທຸລະກິດ, ບັນດາລູກຄ້າ, ນັກເດີນທາງ ທັງສາຍການບິນ- ຕົວແທນສາຍການບິນ, ບັນດາພໍ່ຄ້າ-ຊາວຂາຍ, ບັນດາຜູ້ຮັບເໝົາ, ຕະຫຼອດຮອດ ອ້າຍ-ເອື້ອຍ, ນ້ອງ, ພະນັກງານ ພາຍໃນບໍລິສັດຕື່ມອີກ.  
(ຂ່າວ-ພາບ: ແສງຈັນ)