ໃນໄລຍະ 6 ເດືອນຕົ້ນປີນີ້ ລັດຖະບານ ໄດ້ສຸມໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ເຮັດໃຫ້ເສດຖະກິດ ຂະຫຍາຍຕົວໃນລະດັບ 4,7%, ຄາດວ່າ ໝົດປີນີ້ ຈະສາມາດບັນລຸໄດ້ຕາມມະຕິສະພາກຳນົດ. (ມະຕິສະພາ: ໝົດປີໃຫ້ບັນລຸ 4,5%). 
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ລາຍງານກ່ຽວກັບສະພາບການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໄລຍະ 6 ເດືອນຕົ້ນປີ 2024 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2024 ຕໍ່ກອງປະຊຸມສະໄໝສາມັນເທື່ອ 7 ຂອງສະພາແຫ່ງຊາດ ຊຸດທີ IX ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໃຫ້ຮູ້ວ່າ: ລັດຖະບານ ໄດ້ສຸມໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈຳປີ 2024 ຕິດພັນກັບການສືບຕໍ່ປະຕິບັດສອງວາລະແຫ່ງຊາດຊຶ່ງພາຍຫຼັງທີ່ສະພາແຫ່ງຊາດ ໄດ້ອອກມະຕິຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ ປີ 2024 ແລ້ວ (ມະຕິ 118/ສພຊ, ມະຕິ 119/ສພຊ, ລົງວັນທີ 21 ພະຈິກ 2023), ລັດຖະບານ ກໍໄດ້ຜັນຂະຫຍາຍດ້ວຍການອອກດໍາລັດ381/ນຍ, ລົງວັນທີ 21 ທັນວາ 2023 ເພື່ອກໍານົດໜ້າວຽກ ແລະ ແບ່ງຄວາມຮັບຜິດຊອບລະອຽດໃຫ້ບັນດາຂະແໜງການກ່ຽວຂ້ອງ ແລະ ທ້ອງຖິ່ນຈັດຕັ້ງປະຕິບັດ. ພ້ອມກັນນັ້ນ ກໍໄດ້ສືບຕໍ່ສຸມໃສ່ແກ້ໄຂບັນຫາເຄັ່ງຮ້ອນທາງດ້ານ ເສດຖະກິດ-ການເງິນໂດຍສຸມໃສ່ແກ້ໄຂບັນຫາເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ ແລະ ໜີ້ສິນ ຕ່າງປະເທດ ຕາມມະຕິ19/ກມສພ, ໂດຍໄດ້ແຕ່ງຄະນະສະເພາະກິດ ຮັບຜິດຊອບແກ້ໄຂແຕ່ລະວຽກຢ່າງລະອຽດ ແລະ ມີການລົງຕິດຕາມ, ຊີ້ນໍາບັນຊາຢູ່ບັນດາກະຊວງ-ຂະແໜງການ ແລະ ທ້ອງຖິ່ນ, ມີກົນໄກ ສ່ອງແສງປະຈໍາເດືອນ ເປັນປົກກະຕິ ຈຶ່ງເຮັດໃຫ້ພວກເຮົາສາມາດສືບຕໍ່ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດຂະຫຍາຍຕົວຕໍ່ເນື່ອງຊຶ່ງໃນໄລຍະ 5 ເດືອນ ຕົ້ນປີ 2024 ສາມາດແກ້ໄຂມ້າງລາຍຄະດີຢາເສບຕິດ ໄດ້ທັງໝົດ 1.680 ເລື່ອງ, ຈັບຜູ້ຖືກຫາໄດ້ທັງໝົດ2.616 ຄົນຍິງ 555 ຄົນ; ໃນນີ້ເປັນຄົນຕ່າງປະເທດ 96 ຄົນຍິງ 8 ຄົນ; ຢຶດຂອງກາງຢາເສບຕິດປະເພດຢາບ້າ, ຢາໄອສ, ເຮໂຣອິນ, ຄັນຊາ, ຢາຝິ່ນ, ຢາອີ, ເຄຕາມິນ, ໂຄເຄນ, ຄາເຟອິນ ເປັນຈໍານວນຫຼາຍພໍສົມຄວນ. ນອກນັ້ນສາມາດຢຶດລົດໃຫຍ່, ລົດຈັກ, ອາວຸດ, ລູກກະສູນ, ລະເບີດ ແລະ ທາດແຕກເປັນຈໍານວນຫຼາຍເຊັ່ນກັນ.
ໃນໄລຍະ 6 ເດືອນຕົ້ນປີ 2024, ໂດຍລວມເຫັນວ່າ ເສດຖະກິດຂອງປະເທດເຮົາ ມີທ່າອ່ຽງ ຂະຫຍາຍຕົວດີຂຶ້ນສາມາດບັນລຸໄດ້ ໃນລະດັບ 4,7%, ຄາດຄະເນໝົດປີຈະສາມາດບັນລຸໄດ້ຕາມມະຕິ ສະພາກຳນົດ. (ມະຕິສະພາ: ໝົດປີໃຫ້ບັນລຸ 4,5%). GDP ຄາດຄະເນ 6 ເດືອນຕົ້ນປີ2024 ຈະບັນລຸ 148.043 ຕື້ກີບ ຫຼື ເທົ່າກັບ 50,4% ຂອງແຜນການ (ມະຕິສະພາ: 293.786 ຕື້ກີບ).
ໃນຂະນະທີ່ ການຮັກສາສະຖຽນລະພາບດ້ານເງິນຕາ ໄດ້ສືບຕໍ່ກຳນົດ ແລະ ບັງຄັບໃຊ້ມາດຕະການຕ່າງໆ ເພື່ອຮັກສາສະຖຽນລະພາບທາງດ້ານເງິນຕາ, ເຖິງວ່າຢູ່ໃນໃນສະພາບທີ່ມີຄວາມຫຍຸ້ງຍາກ ແລະ ອ່ອນໄຫວໄດ້ງ່າຍ ແຕ່ກໍຍັງສາມາດປະຄັບປະຄອງໄວ້ໄດ້.
ໄດ້ເພີ່ມທະວີການຄວບຄຸມເງິນເຟີ້ ໂດຍຈັດຕັ້ງປະຕິບັດນະໂຍບາຍເງິນຕາທີ່ຮັດກຸມ, ຄຸ້ມຄອງອັດຕາແລກປ່ຽນບໍ່ໃຫ້ຜັນຜວນແຮງ, ລະດົມເງິນຕາຕ່າງປະເທດເຂົ້າສູ່ລະບົບທະນາຄານ ແລະ ປັບປຸງນິຕິກຳກ່ຽວຂ້ອງ ພ້ອມທັງ ຊຸກຍູ້ການພັດທະນາເສດຖະກິດ ດ້ວຍການກະຈາຍສິນເຊື່ອໃຫ້ແກ່ພາກສ່ວນເສດຖະກິດ. ຜ່ານການຈັດຕັ້ງປະຕິບັດຕົວຈິງ ເຫັນວ່າ: ໃນ 5 ເດືອນ ຕົ້ນປີ 2024 ສະເລ່ຍຢູ່ໃນລະດັບ 25,1%. ສະເພາະເດືອນພຶດສະພາ 2024 ຢູ່ໃນລະດັບ 25,8% ແລະ ຄາດຄະເນ 6 ເດືອນຕົ້ນປີ ຈະຢູ່ໃນລະດັບ 25% (ມະຕິສະພາ: ໃຫ້ຢູ່ໃນລະດັບບໍ່ເກີນ 9% ຫຼື 1ໂຕເລກ ໃນທ້າຍປີ 2024).
ຂ່າວ: ຄ. ຄຳປະສິດ