ໃນໂອກາດທີ່ ສະຫາຍ ເລ ກວັກ ມິງ ກຳມະການສູນກາງພັກ ຫົວໜ້າບັນນາທິການໃຫຍ່ ໜັງສືພິມ ເຍິນເຢີນ ສຽງຂອງສູນກາງພັກ-ລັດ ແລະ ປະຊາຊົນ ຫວຽດນາມ ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ກອມມູນິດຫວຽດນາມ ປະທານສະມາຄົມນັກຂ່າວ ຫວຽດນາມ ພ້ອມຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 6-10 ມິຖຸນາ ນີ້. ສະຫາຍ ພ້ອມຄະນະ ໄດ້ເຂົ້າພົບປະກັບ ສະຫາຍ ຄໍາຂັນ ຈັນທະວີສຸກ ກຳມະການສູນກາງພັກ ເລຂາບໍລິຫານງານພັກແຂວງ ເຈົ້າແຂວງຫຼວງພະບາງ ໃນວັນທີ 10 ມິຖຸນາ ນີ້ ທີ່ຫ້ອງວ່າການປົກຄອງແຂວງດັ່ງກ່າວ.
    ໃນການພົບປະ, ສະຫາຍ ຄໍາຂັນ ຈັນທະວີສຸກ ໄດ້ສະແດງຄວາມຍິນດີຕ້ອນຮັບ ສະຫາຍ ເລ ກວັກ ມິງ ພ້ອມຄະນະ ລວມເຖິງ ສະຫາຍ ວັນໄຊ ຕະວິນຍານ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ ພ້ອມຄະນະຝ່າຍລາວ ທີ່ໄດ້ນໍາພາຄະນະຜູ້ແທນຫວຽດນາມ ມາຢ້ຽມຢາມ ແຂວງຫຼວງພະບາງ. ພ້ອມນີ້, ກໍໄດ້ຕີລາຄາສູງຕໍ່ການມາຢ້ຽມຢາມໃນຄັ້ງນີ້ ຊຶ່ງເປັນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງປະເທດ  ລາວ-ຫວຽດນາມ ຕາມການຊີ້ນໍາຂອງສອງກົມການເມືອງຂອງສອງພັກເຮົາ ນັບມື້ເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນຍິ່ງໆຂຶ້ນ. ນອກນີ້ ກໍຕີລາຄາສູງ ການເຄື່ອນໄຫວ ສະຫາຍ ເລ ກວັກ ມິງ ພ້ອມຄະນະ ຢູ່ນະຄອນຫຼວງວຽງຈັນ ໂດຍສະເພາະເນື້ອໃນຜົນຂອງການພົບປະຂອງ ໜັງສືພິມ ເຍິນເຢີນ ແລະ ໜັງສືພິມປະຊາຊົນ ຊຶ່ງຈະເປັນການຊ່ວຍເສີມຂະຫາຍສາຍພົວພັນຮ່ວມມື ທັງໃນດ້ານສື່ມວນຊົນຂອງ ລາວ ແລະ ຫວຽດນາມ ໃຫ້ຮັດແໜ້ນຂຶ້ນກວ່າເກົ່າ. ສະເພາະແຂວງຫຼວງພະບາງ, ກໍນັບມື້ມີການຮ່ວມມືກັບບັນດາແຂວງຕ່າງໆຂອງຫວຽດນາມ ທີ່ເຂົ້າສູ່ລວງເລິກ, ແໜ້ນແຟ້ນກວ່າເກົ່າ.
    ສະຫາຍ ເລ ກວັກ ມິງ ໄດ້ກ່າວຄວາມຂອບໃຈທີ່ສະຫາຍເຈົ້າແຂວງຫຼວງພະບາງ ໃຫ້ການຕ້ອນຮັບໃນຄັ້ງນີ້; ພ້ອມທັງໄດ້ແຈ້ງໃຫ້ຊາບວ່າ: ນີ້ເປັນຄັ້ງທໍາອິດທີ່ຕົນເອງມາຫຼວງພະບາງ ແລະ ໄດ້ມີຄວາມປະທັບໃຈ ທີ່ເຫັນວ່າແຂວງຫຼວງພະບາງ ມີຄວາມສີວິໄລທາງດ້ານວັດທະນະທໍາ ແລະ ມີຫຼາຍສິ່ງທີ່ປະທັບໃຈ. ໂອກາດດຽວກັນ, ກໍໄດ້ໃຫ້ຮູ້ເຖິງລາຍລະອຽດກ່ຽວກັບການພົວພັນຮ່ວມມືກັບໜັງສືພິມປະຊາຊົນ ໂດຍສະເພາະໃນໄລຍະຜ່ານມາ ແລະ ການຮ່ວມມືໃນຕໍ່ໜ້າ ໃນການສືບຕໍ່ກໍ່ສ້າງບຸກຄະລາກອນ ພະນັກງານ-ນັກຂ່າວ ໃນການຫັນເປັນທັນສະໄໝ, ຫັນເປັນດີຈີຕອນ ຂອງໜັງສືພິມປະຊາຊົນ ແລະ ໃນໂອກາດເຂົ້າຢ້ຽມຂໍ່ານັບ ສະຫາຍຜູ້ປະຈໍາການ ຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ຮອງປະທານປະເທດ ໃນວາລະເຄື່ອນໄຫວຢູ່ນະຄອນຫຼວງວຽງຈັນ ກໍໄດ້ຢືນຢັນວ່າ ສິ່ງໃດທີ່ດີທີ່ສຸດ ພວກຂ້າພະເຈົ້າພ້ອມທີ່ຈະແລກປ່ຽນ ແລະ ແບ່ງປັນໃຫ້ແກ່ສະຫາຍລາວ. ສະເພາະເວັບໄຊຂອງໜັງສືພິມ ເຍິນເຢີນ, ຜ່ານມາກໍໄດ້ມີຫຼາຍບົດ - ຫຼາຍຂ່າວ ກ່ຽວກັບການພັດທະນາຂອງປະເທດລາວ ແລະ ໃນນີ້ກໍມີຫຼາຍຂໍ້ມູນຂ່າວສານກ່ຽວກັບຫຼວງພະບາງ ພົ້ນເດັ່ນແມ່ນກ່ຽວກັບສະຖານທີ່ທ່ອງທ່ຽວທີ່ສຳຄັນ ແລະ ວິຖີຊີວິດຂອງຊາວແຂວງຫຼວງພະບາງ ຊຶ່ງປະຊາຊົນຫວຽດນາມ ກໍໄດ້ເຂົ້າອ່ານ-ເຂົ້າຊົມ ຊຶ່ງນີ້ໄດ້ຊ່ວຍດຶງດູດໃຫ້ຊາວຫວຽດນາມມາທ່ອງທ່ຽວຫຼວງພະບາງ.
    ສະຫາຍ ຄໍາຂັນ ຈັນທະວີສຸກ ກໍໄດ້ກ່າວສະແດງຄວາມຂອບໃຈ ແລະ ສະເໜີໃຫ້ໜັງສືພິມ ເຍິນເຢີນ ຊ່ວຍສືບຕໍ່ໂຄສະນາໃຫ້ແຂວງຫຼວງພະບາງ ເພື່ອຊ່ວຍດຶງດູດນັກທ່ອງທ່ຽວມາທ່ຽວໃຫ້ນັບມື້ຫຼາຍຂຶ້ນ; ພ້ອມທັງ, ອວຍພອນໃຫ້ ສະຫາຍ ເລ ກວັກ ມິງ ພ້ອມຄະນະ ປະສົບຜົນສຳເລັດໃນການມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ,ອວຍພອນໃຫ້ຄະນະທັງຝ່າຍຫວຽດນາມ ແລະ ລາວ ທີ່ມາຢ້ຽມຢາມແຂວງຫຼວງພະບາງ ເດີນທາງກັບດ້ວຍຄວາມສະຫວັດດີພາບ.
(ຂ່າວ-ພາບ: ສຸກສະຫວັນ)