ໃນວັນທີ 7 ມິຖຸນາ ຜ່ານມາ ທີ່ ກະຊວງການຕ່າງປະເທດ ໄດ້ມີກອງປະຊຸມຄະນະກໍາມາທິການຮ່ວມ ລາວ-ອີຢູ ຄັ້ງທີ 11ໃນຮູບແບບເຊິ່ງໜ້າ ແລະ ອອນລາຍ ໂດຍການເປັນປະທານຮ່ວມຂອງ ທ່ານ ບຸນເຫຼືອ ພັນດານຸວົງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ນາງ ພາວລາ ເພມພາໂລນີ(Paola Pampaloni) ຮອງຫົວໜ້າກົມໃຫຍ່ ຫົວໜ້າກົມຮັບຜິດຊອບຂົງເຂດອາຊີ ແລະ ປາຊີຟິກ ປະຈໍາ ສໍານັກງານການຕ່າງປະເທດ ອີຢູ; ມີຜູ້ເຂົ້າຮ່ວມຈາກພາກສ່ວນຕ່າງໆເຊັ່ນ:ກະຊວງການຕ່າງປະເທດ ແລະ ກະຊວງ, ຂະແໜງການທີ່ກ່ຽວຂ້ອງຂອງຝ່າຍລາວ ລວມທັງ ບັນດາສະຖານທູດຈາກບາງປະເທດສະມາຊິກຂອງ ອີຢູ ປະຈຳ ສປປ ລາວ ທີ່ມີສຳນັກງານຕັ້ງຢູ່ ນະຄອນຫຼວງວຽງຈັນ ເຂົ້າຮ່ວມແບບເຊິ່ງໜ້າ ແລະ ຍັງມີຜູ້ຕາງໜ້າຈາກໜ່ວຍງານທີ່ກ່ຽວຂ້ອງຂອງ ສຳນັກງານໃຫຍ່ອົງການ ອີຢູ ທີ່ບຣຸກແຊນ ແລະ ບາງກອກ ເຂົ້າຮ່ວມທາງອອນລາຍ,
ກອງປະຊຸມຄັ້ງນີ້ສອງຝ່າຍໄດ້ແຈ້ງໃຫ້ກັນຊາບໂດຍຫຍໍ້ ກ່ຽວກັບ ສະພາບການພັດທະນາເສດຖະກິດ-ສັງຄົມ ຢູ່ ສປປ ລາວ ແລະ ອີຢູ ແລະ ໄດ້ຮ່ວມກັນສະຫຼຸບຕີລາຄາ ກ່ຽວກັບ ຜົນການຈັດຕັ້ງປະຕິບັດໂຄງການຮ່ວມມືໃນແຕ່ລະຂົງເຂດວຽກງານ ທີ່ ອີຢູ ໄດ້ໃຫ້ການສະໜັບສະໜູນແກ່ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະໃນວຽກງານການຮ່ວມມືທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ. ພ້ອມກັນນັ້ນ, ສອງຝ່າຍໄດ້ຮັບຟັງການລາຍງານໂດຍຫຍໍ້ຜົນກອງປະຊຸມຜ່ານມາຂອງ 3 ໜ່ວຍງານຮ່ວມມືລາວ-ອີຢູ ທີ່ຢູພາຍໃຕ້ກົນໄກຂອງກອງປະຊຸມຄະນະກໍາມາທິການຮ່ວມ ລາວ-ອີຢູ ເຊັ່ນ: ໜ່ວຍງານວຽກການຮ່ວມມື,ໜ່ວຍງານວຽກງານການຄ້າ ແລະ ການລົງທຶນ ພ້ອມທັງ ໜ່ວຍງານວຽກງານສິດທິມະນຸດ. ນອກຈາກນີ້, ສອງຝ່າຍ ຍັງໄດ້ປືກສາຫາລື ແລະແລກປ່ຽນຄໍາຄິດເຫັນ ກ່ຽວກັບ ບັນຫາການປ່ຽນແປງຂອງດິນຟ້າອາກາດ, ການຮ່ວມມືໃນຂະແໜງປ່າໄມ້, ການເປັນປະທານອາຊຽນຂອງ ສປປ ລາວ ປີ 2024, ການຮ່ວມມືໃນຂອບອາຊຽນ-ອີຢູ ລວມທັງ ບັນຫາພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ ແລະ ບັນຫາອື່ນໆ ເຊັ່ນ: ການທູດດ້ານນໍ້າໃນພາກພື້ນທາງນໍ້າ ແລະ ບັນຫາຕ້ານການຟອກເງິນ.ສອງຝ່າຍ ຍັງໄດ້ກໍານົດທິດທາງການພັດທະນາ ແລະ ເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ລາວ-ອີຢູ ໃຫ້ກວ້າງຂວາງ ແລະ ເລິກເຊິ່ງຍິ່ງຂຶ້ນໃນຕໍ່ໜ້າ.
ໃນໂອກາດດັ່ງກ່າວ, ທ່ານ ບຸນເຫຼືອ ພັນດານຸວົງ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມເຮັດວຽກ ແລະ ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ພ້ອມທັງໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງ ອີຢູ ກໍຄື ປະຊາຊົນອີຢູ ທີ່ສືບຕໍ່ໃຫ້ການສະໜັບສະໜູນແກ່ ສປປ ລາວ ຕະຫຼອດໄລຍະຜ່ານມາ ຊຶ່ງໃນນັ້ນ, ອັນພົ້ນເດັ່ນ ແມ່ນການສະໜັບສະໜູນໃນຫຼາຍໂຄງການໂດຍຜ່ານແຜນງານການສະໜັບສະໜູນຂອງ Team Europe ເປັນຕົ້ນແມ່ນການສຶກສາ, ໂພຊະນາການ, ການປົກຄອງທີ່ດີ ແລະ ອື່ນໆ.ການສະໜັບສະໜູນດັ່ງກ່າວ ແມ່ນໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ແລະ ຊ່ວຍເຮັດໃຫ້ ສປປ ລາວ ສາມາດບັນລຸເປົ້າໝາຍການພັດທະນາໄດ້ຫຼາຍດ້ານ ເພື່ອແນໃສ່ເຮັດໃຫ້ຊິວິດການເປັນຢູ ຂອງ ປະຊາຊົນລາວດີຂຶ້ນເປັນກ້າວໆ ແລະ ສາມາດຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026. 
ຝ່າຍອີຢູ ໄດ້ສະແດງຄວາມຊົມເຊີຍການເປັນປະທານອາຊຽນຂອງ ສປປ ລາວ ແລະ ໄດ້ສະແດງຄວາມໝາຍໝັ້ນທີ່ຈະສືບຕໍ່ໃຫ້ການສະໜັບສະໜູນສປປ ລາວ ໃນຕໍ່ໜ້າ ເພື່ອໃຫ້ບັນລຸເປົ້າໝາຍການພັດທະນາແບບຍືນຍົງ ແລະ ຊ່ວຍໃຫ້ສາມາດຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໃນປີ 2026 ພ້ອມທັງ ຈະສືບຕໍ່ຊ່ວຍເຫຼືອ ສປປ ລາວ ຫຼັງຈາກການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ.
ກອງປະຊຸມຄະນະກຳມາທິການຮ່ວມ ລາວ-ອີຢູ ຄັ້ງທີ 11 ໄດ້ດໍາເນີນໄປພາຍໃຕ້ບັນຍາກາດທີ່ສ້າງສັນ, ກົງໄປກົງມາ ແລະ ມີຄວາມເຂົ້າອົກເຂົ້າໃຈກັນພ້ອມທັງ ໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍ ຊຶ່ງເປັນນິມິດໝາຍອັນດີໃຫ້ແກ່ການສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍໃຫ້ກວ້າງຂວາງ ແລະ ເລິກເຊິ່ງຍິ່ງໆຂຶ້ນໃນຕໍ່ໜ້າ.
ຂ່າວ: ກະຊວງການຕ່າງປະເທດ