ໃນວັນທີ 7 ມິຖຸນາຜ່ານມາທີ່ສູນກາງແນວລາວສ້າງຊາດ (ສນຊ), ທ່ານ ຄໍາໄຫຼ ສີປະເສີດ ຮອງປະທານຜູ້ປະຈໍາການ ສນຊ ໄດ້ເຜີຍແຜ່ມະຕິຂອງກົມການເມືອງສູນກາງພັກ ເລກທີ 04/ກມສພ ວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ແລະ ຄໍາແນະນໍາຂອງຄະນະໂຄສະນາສູນກາງພັກ ເລກທີ 700/ຄອສພ ວ່າດ້ວຍການຈັດຕັ້ງເຊື່ອມຊຶມມະຕິດັ່ງກ່າວ.
    ທ່ານໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນ ຂອງການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງແມ່ນການຍົກສູງສະຕິຊາດ ເສີມຂະຫຍາຍສະຕິປັນຍາກຳລັງແຮງ ແລະ ຄວາມສາມາດແຂ່ງຂັນຂອງຄົນໃນຊາດ ເພື່ອຂຸດຄົ້ນທ່າແຮງບົ່ມຊ້ອນດ້ານຊັບພະຍາກອນມະນຸດຊັບພະຍາກອນທຳມະຊາດ ທີ່ຕັ້ງພູມສັນຖານ ວັດທະນະທຳ-ສັງຄົມຢ່າງມີການວາງແຜນ ມີຍຸດທະສາດ ແລະ ຄຳນຶງເຖິງປະສິດທິພາບ ປະສິດທິຜົນ ແລະ ຄວາມຄຸ້ມຄ່າຂອງການນຳໃຊ້ຄວາມສາມາດບົ່ມຊ້ອນຂອງຊັບພະຍາກອນທີ່ມີ ເພື່ອຕອບສະໜອງໃຫ້ແກ່ການປົກປັກຮັກສາປະເທດ ຊາດ ແລະ ການພັດທະນາທີ່ຍືນຍົງ ແມ່ນການສ້າງຄວາມເປັນເຈົ້າດ້ານຄວາມຮັບຮູ້ ເພື່ອຂຸດຄົ້ນນຳໃຊ້ໃນສິ່ງທີ່ມີຢູ່ຂອງປະເທດຊາດ ແລະ ສັງຄົມລາວ ໃນສິ່ງທີ່ເຮົາສາມາດເຮັດໄດ້ ຮູ້ອີງໃສ່ທ່າແຮງບົ່ມຊ້ອນຂອງປະເທດ ຮູ້ວາງແຜນໃນການຂຸດຄົ້ນ ຄຸ້ມຄອງ ນຳໃຊ້ຊັບພະຍາກອນຂອງຊາດ ໃຫ້ອອກມາເປັນທຶນຮອນຢ່າງມີປະສິດທິຜົນ
ພ້ອມນີ້ ຕ້ອງສ້າງໃຫ້ຄົນລາວເປັນເຈົ້າການຫຼາຍຂຶ້ນ ໃນການຮູ້ຫາເງິນຢ່າງເປັນລະບົບ ຮູ້ສະສົມ ແລະ ນຳໃຊ້ທຶນຢ່າງປະຢັດ ຮູ້ຕໍ່ຍອດ ແລະ ສ້າງມູນຄ່າເພີ່ມຂຶ້ນໃໝ່ຢ່າງບໍ່ຢຸດຢັ້ງ ເປັນເຈົ້າການຄິດໄລ່ ໄຕ່ຕອງ ການນຳເຂົ້າຜະລິດຕະພັນຈາກພາຍນອກ ມາຊົມໃຊ້ຢ່າງມີຈຸດສຸມ ແລະ ມີການເລືອກເຟັ້ນ ເປັນເຈົ້າການໃນການພັດທະນາພື້ນຖານການຜະລິດ ການບໍລິການ ສ້າງໃຫ້ມີຜະລິດຕະພັນທີ່ຫຼາກຫຼາຍ ພັດທະນາລະບົບການເງິນ-ເງິນຕາໃຫ້ເຂັ້ມແຂງ ແລະ ເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນ ແລະ ອື່ນໆ.
ຂ່າວ-ພາບ: ສນຊ