(ສພຊ), ກອງປະຊຸມຝຶກອົບຮົມວຽກງານບໍລິຫານ ແລະ ພິທີການໃຫ້ແກ່ພະນັກງານທີ່ຈະຮັບໃຊ້ໃນການເປັນເຈົ້າພາບຈັດກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຫຼື ໄອປາ (AIPA) ຄັ້ງທີ 45 ໄດ້ຈັດຂຶ້ນທີ່ທ່າລາດ ເມືອງແກ້ວອຸດົມ ແຂວງວຽງຈັນ ໃນວັນທີ 6-9ມິຖຸນາ 2024ພາຍໃຕ້ການເປັນປະທານຂອງທ່ານນາງ ອໍາໄພວອນ ລ້ອມບຸນແພງ ເລຂາທິການສະພາແຫ່ງຊາດ ໂດຍການໃຫ້ກຽດເຂົ້້າຮ່ວມຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ,ຜູ້ຊີ້ນໍາວຽກງານການຕ່າງປະເທດ;ມີທ່ານ ນາງ ວັນດີ ບຸດທະສະວົງ ຮອງປະທານກໍາມາທິການການຕ່າງປະເທດ, ບັນດາທ່ານວິທະຍາກອນ, ຄະນະກົມ, ຄະນະພະແນກ ແລະ ພະນັກງານວິຊາການຈາກສະພາແຫ່ງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້້າຮ່ວມ.
ທ່ານ ນາງ ອໍາໄພວອນ ລ້ອມບຸນແພງໄດ້ມີຄໍາເຫັນກ່າວເປີດກອງປະຊຸມວ່າ:ການຝຶກອົບຮົມວຽກງານບໍລິຫານ ແລະ ພິທີການ ໃຫ້ແກ່ພະນັກງານທີ່ຮັບໃຊ້ໃນການເປັນເຈົ້າພາບຈັດກອງປະຊຸມໄອປາຄັ້ງທີ 45 ໃນຄັ້ງນີ້ ແມ່ນເພື່ອຍົກລະດັບຄວາມຮູ້,ຄວາມສາມາດ ແລະ ທັກສະຕ່າງໆກ່ຽວກັບການກະກຽມຄວາມພ້ອມໃຫ້ແກ່ພະນັກງານຮັບໃຊ້ກອງປະຊຸມ ແລະ ພະນັກງານປະສານງານ ແລະ ອາສາສະໝັກ(LOs/VOs)ໃຫ້ມີຄວາມຮູ້, ຄວາມເຂົ້າໃຈເປັນຢ່າງດີໃນດ້ານວຽກງານການປະສານງານ, ພິທີການ ແລະ ບົດຮຽນຕ່າງໆໃນການຮັບແຂກຕ່າງປະເທດທີ່ມາເຂົ້າຮ່ວມກອງປະຊຸມສາກົນທີ່ ສປປລາວ ເປັນເຈົ້າພາບ ແນໃສ່ການກະກຽມຄວາມພ້ອມຮອບດ້ານໃຫ້ແກ່ການຕ້ອນຮັບຄະນະຜູ້ແທນລັດຖະສະພາຈາກປະເທດຕ່າງໆທີ່ຈະເດີນທາງມາເຂົ້າຮ່ວມກອງປະຊຸມໄອປາໃນນັ້ນມີ 10 ລັດຖະສະພາປະເທດສະມາຊິກ ແລະ 23ລັດຖະສະພາປະເທດສັງເກດການ, ຜູ້ແທນທີ່ຖືກເຊີນຈໍານວນໜຶ່ງ ຊຶ່ງຄາດຄະເນວ່າມີຈໍານວນຜູ້ແທນຫຼາຍກວ່າ 300 ທ່ານ.ທ່ານເລຂາທິການສະພາແຫ່ງຊາດຍັງໄດ້ຮຽກຮ້ອງບັນດາທ່ານວິທະຍາກອນ ແລະ ສໍາມະນາກອນຈົ່ງໄດ້ເຊີດຊູຄວາມຮັບຜິດຊອບການເມືອງຂອງຕົນ ເອົາໃຈໃສ່ເຂົ້າຮ່ວມ ແລະ ສຸມໃສ່ຄົ້ນຄວ້າປະກອບຄວາມຄິດເຫັນຢ່າງສ້າງສັນ, ກົງໄປກົງມາ, ຍົກໃຫ້ເຫັນບົດຮຽນ ແລະ ສະພາບຄວາມເປັນຈິງ ແນໃສ່ກະກຽມຄວາມພ້ອມຮອບດ້ານໃນວຽກງານຂອງອະນຸກໍາມະການບໍລິຫານ,ພິທີການ,ສະຖານທີ່,ພາຫະນະ ແລະ ປະດັບປະດາ ເພື່ອກະກຽມ ແລະຮັບໃຊ້ການເປັນເຈົ້າພາບກອງປະຊຸມໄອປາ ຄັ້ງທີ 45 ແລະ ກອງປະຊຸມປິ່ນອ້ອມ ໃຫ້ມີຜົນສໍາເລັດຢ່າງຈົບງາມ.
ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ໃຫ້ທິິດຊີ້ນຳຕໍ່ກອງປະຊຸມໂດຍທ່ານໃຫ້ຮູ້ວ່າ: ໃນລະຫວ່າງວັນທີ 18-24 ຕຸລາ 2024ສປປລາວ ຈະເປັນເຈົ້າພາບຈັດກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຫຼື ໄອປາຄັ້ງທີ 45ຊຶ່ງເປັນກອງປະຊຸມທີ່ມີຄວາມສໍາຄັນຂອງລັດຖະສະພາບັນດາປະເທດອາຊຽນ ໂດຍໝູນວຽນກັນເປັນເຈົ້າພາບຈັດຂຶ້ນປີລະຄັ້ງ ເພື່ອທົບທວນຄືນການປະຕິບັດວຽກງານຕ່າງໆຂອງໄອປາໃນປີຜ່ານມາ ແລະ ປຶກສາຫາລືເອກະພາບກັນວຽກງານໃນຕໍ່ໜ້າຊຶ່ງຈະມີກອງປະຊຸມປິ່ນອ້ອມຫຼາຍກອງປະຊຸມທີ່ປະເທດເຈົ້າພາບຈະຕ້ອງໄດ້ກະກຽມ ເປັນຕົ້ນ: ກອງປະຊຸມກໍາມາທິການການເມືອງຄວາມໝັ້ນຄົງ, ກໍາມາທິການວຽກງານເສດຖະກິດ, ກໍາມາທິການວຽກງານວັດທະນະທໍາ,ວຽກງານຈັດຕັ້ງພາຍໃນໄອປາ,ວຽກງານສະມາຊິກລັດຖະສະພາເພດຍິງ (WAIPA),ວຽກງານສະມາຊິກລັດຖະສະພາໜຸ່ມແລະ ກອງປະຊຸມກັບບັນດາປະເທດສັງເກດການ ຈໍານວນ 23 ປະເທດ. ພາຍຫຼັງທີ່ປະເທດລາວ ໄດ້ຮັບການມອບໝາຍໃຫ້ເປັນເຈົ້າພາບຈັດກອງປະຊຸມໃຫຍ່ໄອປາຄັ້ງທີ 45ຈາກປະເທດອິນໂດເນເຊຍ ໃນປີ 2023, ກໍໄດ້ມີການແຕ່ງຕັ້ງຄະນະຊີ້ນໍາລະດັບຊາດ ໂດຍມີທ່ານປະທານສະພາແຫ່ງຊາດ ເປັນປະທານ, ແຕ່ງຕັ້ງອະນຸກໍາມະການກອງເລຂາແຫ່ງຊາດ,ບັນດາອະນຸກໍາມະການ, ຄະນະຮັບຜິດຊອບການສ້າງຄວາມເຂັ້ມແຂງໃນການກະກຽມເປັນເຈົ້າພາບຈັດກອງປະຊຸມ ແລະ ອື່ນໆ; ການແຕ່ງຕັ້ງບຸກຄະລາກອນເຂົ້າໃນຄະນະຮັບຜິດຊອບ ແລະ ຮັບໃຊ້ກອງປະຊຸມ ແມ່ນໄດ້ຄັດເລືອກເອົາຜູ້ທີ່ມີຄວາມຮູ້, ຄວາມສາມາດ, ມີປະສົບການ, ເຂົ້າໃຈຫຼັກການ ແລະ ກົດລະບຽບກອງປະຊຸມໄອປາ, ມີລະດັບພາສາອັງກິດທີ່ແນ່ນອນ.
ທ່ານຮອງປະທານສະພາແຫ່ງຊາດຍັງໄດ້ມີຄໍາເຫັນແລກປ່ຽນບາງບັນຫາໂດຍເນັ້ນໜັກໃຫ້ມີການເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ,ຕໍ່ວຽກງານທີ່ໄດ້ຮັບມອບໝາຍ ແລະ ສຸມສະຕິປັນຍາຫົວຄິດປະດິດສ້າງເຂົ້າໃນວຽກງານຕົວຈິງ, ຝຶກທັກສະ ແລະ ບົດຮຽນການເປັນເຈົ້າພາບທີ່ດີ ແລະ ປະຕິບັດທຸກໜ້າທີ່ວຽກງານໃຫ້ປະສົບຜົນສໍາເລັດ; ຍົກລະດັບຄວາມຮູ້, ຄວາມສາມາດ ແລະ ທັກສະກ່ຽວກັບການກະກຽມຄວາມພ້ອມຮັບໃຊ້ກອງປະຊຸມຂອງພະນັກງານຜູ້ປະສານງານໃຫ້ມີຄວາມຮູ້ທາງດ້ານບໍລິຫານ-ພິທີການ, ເຕັກນິກການປະສານງານ, ການສື່ສານດ້ານພາສາອັງກິດ ແລະ ພາສາປະເທດທີ່ເຂົ້າຮ່ວມກອງປະຊຸມພ້ອມທັງເປັນໂອກາດເຜີຍແຜ່ວັດທະນະທໍາ, ມູນເຊື້ອປະຫວັດສາດ, ສິລະປະ, ສະຖານທີ່ທ່ອງທ່ຽວ ແລະ ດ້ານອື່ນໆຂອງປະເທດເຮົາຕໍ່ແຂກຕ່າງປະເທດໃຫ້ຮັບຮູ້ຄວາມເປັນຈິງຂອງປະເທດເຮົາ; ສ້າງພື້ນຖານຄວາມຮູ້ ແລະ ຄວາມເຂົ້າໃຈຕໍ່ວຽກງານດ້ານພິທີການທູດ, ຫຼັກການທາງດ້ານການທູດ ແລະ ລະບຽບການກ່ຽວກັບການຮັບແຂກຕ່າງປະເທດ ເພື່ອໃຫ້ພະນັກງານຮັບໃຊ້ກໍາໄດ້ຂັ້ນຕອນການກະກຽມຈັດກອງປະຊຸມລະດັບສາກົນໃນຄັ້ງນີ້.
ບັນດາຜູ້ເຂົ້້າຮ່ວມໄດ້ຮັບຟັງການນຳສະເໜີຂໍ້ມູນທົ່ວໄປຂອງກອງປະຊຸມ, ລະບຽບຫຼັກການໃນການຈັດກອງປະຊຸມໄອປາ ແລະ ກອງປະຊຸມປິ່ນອ້ອມຕ່າງໆ;ວຽກງານພິທີການໃນການກະກຽມສະ ຖານທີ່ຈັດກອງປະຊຸມ, ໂຮງແຮມ(ທີ່ພັກຄະນະຜູ້ແທນ), ຂະບວນລົດ-ພາຫະນະ, ການອອກຮັບ-ສົ່ງຄະນະຜູ້ແທນ, ງານລ້ຽງຕ້ອນຮັບ, ພິທີການເປີດ-ປິດກອງປະຊຸມ; ໜ້າທີ່ຮັບຜິດຊອບຂອງພະນັກງານ LOs/VOs ໃນການຮັບໃຊ້ກອງປະຊຸມສາກົນຕ່າງໆ; ຂັ້ນຕອນໃນການປະສານງານ,ການສ້າງແຜນການ ແລະ ຕາຕະລາງເຄື່ອນໄຫວໃນຂອບຫຼາຍຝ່າຍ ແລະ ຂອບສອງຝ່າຍ;ວຽກງານສຸຂະພາບ ແລະ ການໃຫ້ບໍລິການຂອງແພດໃນກອງປະຊຸມສາກົນ; ການນໍາໃຊ້ພາຫະນະຮັບໃຊ້ກອງປະຊຸມສາກົນ ແລະ ການຈັດຂະບວນລົດໃນການຕ້ອນຮັບແຂກຕ່າງປະເທດລະດັບຕ່າງໆ; ການກະກຽມ ແລະ ດຳເນີນກອງປະຊຸມສຸດຍອດອາຊຽນ; ວຽກງານພິທີການທູດ ແລະ ມາລະຍາດທາງສັງຄົມ ແລະ ອື່ນໆ.