ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳອຳລາຂອງ ທ່ານ ຊານດໍ້ ຊີໂພສເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ຮົງກາລີ ປະຈໍາ ສປປ ລາວເມື່ອວັນທີ 10 ມິຖຸນານີ້ ທີ່ສະພາແຫ່ງຊາດໃນໂອກາດສຳເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ຊຶ່ງມີສຳນັກງານຕັ້ງຢູ່ບາງກອກປະເທດໄທ.
ໂອກາດນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ ທ່ານ ຊານດໍ້ ຊີໂພສ ທີ່ປະສົບຜົນສໍາເລັດໃນການປະຕິບັດໜ້າທີ່ເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ຮົງກາລີ ປະຈຳ ສປປ ລາວ ຊຶ່ງໄລຍະການປະຕິບັດໜ້າທີ່ການທູດ ທ່ານໄດ້ປະກອບສ່ວນໃນການສົ່ງເສີມ, ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ຮົງກາລີ ໂດຍສະເພາະການຊຸກຍູ້ບັນດາໂຄງການຮ່ວມມືຕ່າງໆ ເປັນຕົ້ນ ດ້ານການເງິນ, ກະສິກຳ, ການຄ້າ, ການສຶກສາ ແລະ ອື່ນໆ. ພ້ອມນີ້, ທ່ານ ນາງ ປານີ ຢາທໍ່ຕູ້ຍັງໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ລັດຖະບານ ຮົງກາລີ ທີ່ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ຕະຫຼອດມາ ຊຶ່ງໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ເປັນແຕ່ລະໄລຍະ.
ທ່ານ ຊານດໍ້ ຊີໂພສ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ນາງ ປານີ ຢາທໍ່ຕູ້ ທີ່ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ ແລະ ສະແດງຄວາມຂອບໃຈ ຕໍ່ລັດຖະບານລາວທີ່ໃຫ້ການຮ່ວມມື ແລະ ອຳນວຍຄວາມສະດວກເປັນຢ່າງດີ ຕະຫຼອດໄລຍະຜ່ານມາຊຶ່ງເຮັດໃຫ້ການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ໄດ້ຮັບຜົນສຳເລັດຢ່າງຈົບງາມ.ທ່ານທູດຍັງຢືນຢັນວ່າຈະສືບຕໍ່ຊຸກຍູ້ສົ່ງເສີມການພົວພັນ ແລະ ການຮ່ວມມືສອງຝ່າຍ ຮົງກາລີ-ລາວ ໃຫ້ມີບາດກ້າວຂະຫຍາຍຕົວຍິ່ງຂຶ້ນ ໂດຍສະເພາະຊຸກຍູ້ການຮ່ວມມືໃນຂົງເຂດເສດຖະກິດ ແລະ ຂະແໜງການອື່ນໆທີ່ມີທ່າແຮງຮ່ວມກັນເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ຮົງກາລີ-ລາວ ໃນຕໍ່ໜ້າ.
ຂ່າວ-ພາບ: ນາງແສງຈັນ