ພິທີມອບ-ຮັບໜ້າທີ່ລະຫວ່າງທ່ານ ພັນເອກ ຄຳພອນ ເທບພະວົງ ຫົວໜ້າຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບລາວ-ໄທແຫ່ງທີ 1 ນະຄອນຫຼວງວຽງຈັນ(ນວ) ຜູ້ເກົ່າ ແລະຜູ້ໃໝ່ຈັດຂຶ້ນຫວ່າງບໍ່ດົນມານີ້ທີ່ຫ້ອງການຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບລາວ-ໄທແຫ່ງທີ 1 ນວ ໂດຍມີທ່ານ ບຸນເພັງ ສີນະວົງພອນ ເຈົ້າເມືອງຫາດຊາຍຟອງ, ທ່ານ ພັນເອກ ວິຊຽນ ຫານວິໄລ ຮອງຫົວໜ້າກົມຈັດຕັ້ງພະນັກງານກົມໃຫຍ່ການເມືອງກະຊວງປ້ອງກັນຄວາມສະຫງົບເຂົ້າຮ່ວມ.
    ໃນພິທີທ່ານຮອງຫົວໜ້າຄະນະຈັດຕັ້ງນວ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ອະນຸມັດໃຫ້ທ່ານ ພັນເອກ ຄຳພອນ ເທບພະວົງ ຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ນວ ຫົວໜ້າຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບລາວ-ໄທແຫ່ງທີ 1 ນວ ຜູ້ເກົ່າ ພັກການຮັບອຸດໜູນບຳນານ ເລີ່ມແຕ່ເດືອນກໍລະກົດ 2024 ເປັນຕົ້ນໄປ ແລະ ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງນາຍຕຳຫຼວດທ່ານ ພັນໂທ ບຸນສົງ ລາດາແສນ ຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ນວ ເປັນຫົວໜ້າຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບລາວ-ໄທແຫ່ງທີ 1 ນວ ຜູ້ໃໝ່.
ຂ່າວ: ວຽງຈັນທຸລະກິດ-ສັງຄົມ