ລັດຖະບານ ກໍຄືທະນາຄານແຫ່ງ ສປປ ລາວ (ທຫລ) ຈະສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ຖານະເງິນຕາຕ່າງປະເທດ, ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການ ທຫລ ໄດ້ລາຍງານການຈັດຕັ້ງປະຕິບັດແຜນເງິນຕາ 6 ເດືອນຕົ້ນປີ 2024 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2024 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 10 ມິຖຸນາ ຜ່ານມາ, ໂດຍການເປັນປະທານ ຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດໃຫ້ຮູ້ວ່າ: ທຫລ ຈະສືບຕໍ່ດໍາເນີນນະໂຍບາຍເງິນຕາໃນທິດທາງຮັດກຸມ ແລະ ລະມັດລະວັງ, ສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ຖານະເງິນຕາ, ເພີ່ມປະສິດທິພາບໃນການຄຸ້ມຄອງເງິນຕາຕ່າງປະເທດໃຫ້ຮັດກຸມກວ່າເກົ່າ, ຄຸ້ມຄອງປະລິມານເງິນ M2 ໃຫ້ຢູ່ໃນລະດັບທີ່ເໝາະສົມ, ສິນເຊື່ອຂະຫຍາຍຕົວຢູ່ໃນລະດັບປານກາງ, ຄຸ້ມຄອງສິນເຊື່ອໄປຕາມທິດທາງການພັດທະນາຂອງລັດຖະບານ ຈຳກັດສິນເຊື່ອດ້ອຍຄຸນນະພາບ, ຮັບປະກັນສະຖຽນລະພາບຂອງສະຖາບັນການເງິນໃຫ້ໝັ້ນທ່ຽງ, ພັດທະນາລະບົບການຊໍາລະໃຫ້ມີປະສິດທິພາບ. 
ໂດຍສະເພາະມາດຕະການຄຸ້ມຄອງອັດຕາເງິນເຟີ້ ຈະສືບຕໍ່ຄຸ້ມຄອງອັດຕາແລກປ່ຽນໃຫ້ມີສະຖຽນລະພາບດີຂຶ້ນ ແລະ ແກ້ໄຂບັນຫາຄວາມບໍ່ເຊື່ອໝັ້ນຕໍ່ກັບຄ່າເງິນກີບ (Expectation) ທີ່ຈໍາເປັນທີ່ສຸດທີ່ໄລຍະຕໍ່ໜ້າ ສໍາລັບການປະຕິບັດນະໂຍບາຍເສດຖະກິດມະຫາພາກ ໂດຍສະເພາະນະໂຍບາຍເງິນຕາ ຕ້ອງຢຶດຖືເອົາການຮັກສາສະຖຽນລະພາບຄ່າເງິນກີບເປັນອັນຕົ້ນຕໍ ເພື່ອດຶງຄວາມເຊື່ອໝັ້ນຂອງສັງຄົມໃຫ້ກັບມາຖືຄອງເງິນກີບ. ຄຸ້ມຄອງປະລິມານເງິນໃຫ້ຂະຫຍາຍຕົວໃນຈັງຫວະທີ່ເໝາະສົມ, ຫຼຸດຜ່ອນການຂະຫຍາຍຕົວຂອງຖານເງິນ ທຫລ ທີ່ບໍ່ໄດ້ມາຈາກການປະຕິບັດນະໂຍບາຍເງິນຕາເຊັ່ນ: ການລ່ວງໜ້າຈາກ ທຫລ ໃຫ້ລັດຖະບານ ຕ້ອງຢູ່ໃນກອບກົດໝາຍທີ່ກຳນົດໄວ້. ສືບຕໍ່ພັດທະນາເຄື່ອງມືນະໂຍບາຍເງິນຕາ, ຕິດຕາມສະພາບຄ່ອງຂອງທະນາຄານທຸລະກິດຢູ່ ສປປ ລາວ ເພື່ອເປັນບ່ອນອີງໃນການດໍາເນີນເຄື່ອງມືນະໂຍບາຍເງິນຕາເປັນຕົ້ນສືບຕໍ່ຄົ້ນຄວ້າປັບປຸງໂຄງປະກອບ, ກົນໄກການຄິດໄລ່, ຕິດຕາມ ແລະ ຮັກສາຖານເງິນແຮຝາກບັງຄັບຂອງທະນາຄານທຸລະກິດ ໃຫ້ສອດຄ່ອງແຕ່ລະໄລຍະ ແນໃສ່ສ້າງຄວາມໝັ້ນຄົງຂອງລະບົບທະນາຄານ ແລະ ການຂະຫຍາຍຕົວຂອງປະລິມານເງິນ; ສືບຕໍ່ຄົ້ນຄວ້າກໍານົດ ນະໂຍບາຍອັດຕາດອກເບ້ຍ ສໍາລັບເງິນກີບໃຫ້ເໝາະສົມ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ຄ່າເງິນກີບ; ຊຸກຍູ້ການເຄື່ອນໄຫວຕະຫຼາດເປີດໃຫ້ແຂງແຮງ ໂດຍການສ້າງຜະລິດຕະພັນໃໝ່ເປັນຕົ້ນພັນທະບັດ ທຫລ ໄລຍະ 3 ເດືອນ ແລະ 6 ເດືອນ ເພື່ອໃຫ້ທະນາຄານທຸລະກິດສາມາດບໍລິຫານສະພາບຄ່ອງໃຫ້ມີຄວາມຄ່ອງຕົວ. ປະສານສົມທົບກັບກະຊວງກ່ຽວຂ້ອງ ເພື່ອຮີບຮ້ອນຄົ້ນຄວ້າກຳນົດ-ປັບປຸງໂຄງສ້າງລາຄາສິນຄ້າທີ່ກະທົບໄວ ຕໍ່ດັດຊະນີລາຄາການຊົມໃຊ້ (CPI). ໃນນັ້ນ, ມາດຕະການຄຸ້ມຄອງອັດຕາແລກປ່ຽນ ເນື່ອງຈາກຖານະຄັງສຳຮອງເງິນຕາຕ່າງປະເທດຍັງບໍ່ເຂັ້ມແຂງ ແລະ ສະພາບການເງິນ-ເງິນຕາ ໂດຍລວມຍັງມີຄວາມສ່ຽງ. ສະນັ້ນ, ທິດທາງລວມໃນການຟື້ນຟູສະຖຽນລະພາບອັດຕາແລກປ່ຽນຄື: ສືບຕໍ່ປະຕິບັດນະໂຍບາຍອັດຕາແລກປ່ຽນຕາມກົນໄກຕະຫຼາດທີ່ມີການຄຸ້ມຄອງຂອງລັດ ດ້ວຍການກໍານົດອັດຕາແລກປ່ຽນໃຫ້ມີຄວາມຍືດຍຸ່ນ ແລະ ສ່ອງແສງສະພາບຕົວຈິງຂອງຕະຫຼາດຫຼາຍຂຶ້ນ; ສືບຕໍ່ປັບປຸງຖານະການເງິນຂອງ ທຫລ ໃຫ້ມີຄວາມເຂັ້ມແຂງ; ສ້າງຄວາມເຂັ້ມແຂງໃຫ້ຄັງສຳຮອງເງິນຕາຕ່າງປະເທດໃຫ້ຢູ່ໃນລະດັບຮັບປະກັນໄດ້ຂັ້ນພື້ນຖານ ດ້ວຍການເກັບຊື້ເງິນຕາຕ່າງປະເທດຕາມລະດູການ ແລະ ເກັບກູ້ຄືນໜີ້ສິນ. ພ້ອມນັ້ນ, ມາດຕະການຄຸ້ມຄອງເງິນຕາຕ່າງປະເທດ ເພື່ອໃຫ້ເຂົ້າສູ່ລະບົບທະນາຄານໃຫ້ຫຼາຍຂຶ້ນ ຈະສືບຕໍ່ອອກໃບຢັ້ງຢືນເພື່ອໃຫ້ຜູ້ນໍາເຂົ້າ-ສົ່ງອອກ; ຊຸກຍູ້ ແລະ ຕິດຕາມການຈັດ ຕັ້ງປະຕິບັດຂໍ້ຕົກລົງ ເລກທີ 333/ທຫລ ແລະ ປະເມີນຜົນໃນໄລຍະ 3-6 ເດືອນ ສືບຕໍ່ພັດທະນາລະບົບການບໍລິຫານກະແສເງິນຕາຕ່າງປະເທດ (CMS) ເຂົ້າໃນການຕິດຕາມລາຍຮັບຈາກການສົ່ງອອກ ໃຫ້ສາມາດເຊື່ອມກັບລະບົບ 7 ທະນາຄານ ທີ່ມີລູກຄ້າເປັນຜູ້ສົ່ງອອກກ່ອນເປີດນໍາໃຊ້ກັບທຸກທະນາຄານໃນໄຕມາດ 3/2024. 
      (ຂ່າວ: ວັນເພັງ, ພາບ: ຕຸໄລເພັດ)