ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ຈາກເຂດເລືອກຕັ້ງຕ່າງໆ ໄດ້ປະກອບຄຳເຫັນໃສ່ບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາຕິດພັນກັບກັານຈັດຕັ້ງປະຕິບັດ ສອງວາລະແຫ່ງຊາດໄລະຍະ 6 ເດືອນຕົ້ນປີ 2024 ແລະ ແຜນ 6 ເດືອນທ້າຍປີ 2024 ເພື່ອໃຫ້ລັດຖະບານພິຈາລະນາ, ແກ້ໄຂໃນຕໍ່ໜ້າ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 11 ມິຖຸນານີ້ ໂດຍການເປັນປະທານ ຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
 ທ່ານ ນາງ ຫົງຄໍາ ໄຊຍະຄົມ ເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ໄດ້ສະເໜີໃຫ້ລັດຖະບານແກ້ໄຂບັນຫາເຄັ່ງຮ້ອນດ້ານເສດຖະກິດຂອງປະເທດ ໂດຍສະເພາະບັນຫາອັດຕາເງິນເຟີ້ ເຮັດໃຫ້ເງິນກີບອ່ອນຄ່າ ທີ່ປະຊາຊົນຄອງຄອຍໃຫ້ອັດຕາເງິນເຟີ້ຫຼຸດລົງ, ເນື່ອງຈາກປັດຈຸບັນສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ພະນັກງານ, ທະຫານ, ຕຳຫຼວດ ເຮັດໃຫ້ຄ່າຄອງຊີບທີ່ໄດ້ຮັບແມ່ນບໍ່ກຸ້ມກິນ. ພ້ອມນັ້ນ, ສິນຄ້າປະເພດຕ່າງໆຕາມທ້ອງຕະຫຼາດແມ່ນມີລາຄາເພີ່ມຂຶ້ນ. ສະນັ້ນ, ສະເໜີໃຫ້ລັດຖະບານແກ້ໄຂບັນຫາດັ່ງກ່າວ ໂດຍສະເພາະເງິນກີບອ່ອນຄ່າໃຫ້ກັບມາແຂງຄ່າຄືນອີກ ຊຶ່ງເຫັນວ່າຄະນະລັດຖະບານ ໄດ້ຂຶ້ນແຜນ, ມີຈຸດສຸມ, ມີການແຕ່ງຕັ້ງຄະນະສະເພາະກິດ ເພື່ອແກ້ໄຂຂໍ້ຫຍຸ້ງຍາກທາງດ້ານເສດຖະກິດທີ່ປະເທດຊາດກໍຄື ປະຊາຊົນ ທີ່ໄດ້ຮັບຜົນກະທົບຢູ່ໃນປັດຈຸບັນ ພ້ອມທັງສະເໜີໃຫ້ລັດຖະບານມີຄວາມເຂັ້ມແຂງ ແລະ ເດັດຂາດຕໍ່ບຸກຄົນ, ນິຕິບຸກຄົນ, ຮ້ານແລກປ່ຽນທີ່ມີພຶດຕິກຳເກງກຳໄລຈາກການແລກປ່ຽນເງິນທີ່ສ້າງຜົນກະທົບອັນເສຍຫາຍຕໍ່ປະເທດຊາດໃຫ້ເດັດຂາດໃນການນໍາໃຊ້ກົດໝາຍຢ່າງເຂັ້ມງວດ. ຖ້າຫາກວ່າລັດຖະບານສາມາດແກ້ໄຂບັນຫາເງິນເຟີ້ໄດ້ ຂ້າພະເຈົ້າເຊື່ອໝັ້ນວ່າປະຊາຊົນຈະມີຄວາມພູມໃຈ ແລະ ດີໃຈທີ່ສຸດ.
ໂອກາດນີ້, ທ່ານນາງ ວາລີ ເວດສະພົງ ສສຊ ເລກເລືອກຕັ້ງທີ 1 ນະຄອນຫຼວງວຽຈັນ ກໍໄດ້ຕັ້ງຄຳຖາມຫຼາຍບັນຫາ ພ້ອມສະເໜີໃຫ້ລັດຖະບານແກ້ໄຂບັນຫາອັດຕາເງິນເຟີ້ເຊັ່ນດຽວກັນ ພ້ອມວາງມາດຕະການຕໍ່ຜູ້ກະທຳຜິດຢ່າງເຂັ້ມງວດ. ໃນນັ້ນ, ຍັງສະເໜີໃຫ້ລັດຖະບານ ແກ້ໄຂບັນຫາວຽກງານການທ່ອງທ່ຽວເປັນຕົ້ນການບໍລິການໃຫ້ດີຂຶ້ນ ທັງສະເໜີໃຫ້ມີການຫຼຸດການນໍາໃຊ້ເງິນຕາຕ່າງປະເທດ, ຫຼຸດການນໍາໃຊ້ນໍ້າມັນເຊື້ອໄຟ ໂດຍຫັນມາໃຊ້ລົດໄຟຟ້າ ເພື່ອທົດແທນແມ່ນເປັນການດີ.
(ຂ່າວ: ວັນເພັງ, ພາບ: ຕຸໄລເພັດ)
ນາງ ຫົງຄໍາ ໄຊຍະຄົມນາງ ວາລີ ເວດສະພົງ