ຫວ່າງບໍ່ດົນມານີ້ຢູ່ ສໍານັກງານປະທານາທິບໍດີ (President's House) ນະຄອນຫຼວງໂກລົມໂບສາທາລະນະລັດ ປະຊາທິປະໄຕ ສັງຄົມນິຍົມ ສີລັງກາ, ທ່ານ ບຸນມີ ວັນມະນີໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ພະນະທ່ານ ຣານຽວ ວິກາມະສິງເຫປະທານາທິບໍດີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ສັງຄົມນິຍົມ ສີລັງກາ ເພື່ອດໍາລົງຕຳແໜ່ງ ເປັນເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈໍາ ສີລັງກາຊຶ່ງມີສໍານັກງານຕັ້ງ ຢູ່ ນະຄອນຫຼວງນິວແດນລີປະເທດອິນເດຍ.
ໃນໂອກາດດັ່ງກ່າວ, ພະນະທ່ານ ຣານຽວ ວິກາມະສິງເຫ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານ ບຸນມີ ວັນມະນີ ທີ່ໄດ້ຮັບການແຕ່ງຕັ້ງເປັນເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດ ເຕັມ ແຫ່ງ ສປປ ລາວ ຄົນໃໝ່ ປະຈໍາສາທາລະນະລັດ ປະຊາທິປະໄຕ ສັງຄົມນິຍົມ ສີລັງກາ ແລະ ເຊື່ອໝັ້ນວ່າ ທ່ານທູດຈະເປັນຂົວຕໍ່ທີ່ດີເຮັດໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີ ມາແຕ່ດົນນານ ໄດ້ຮັບການສືບຕໍ່ເສີມຂະຫຍາຍ ແລະ ຈະເລີນງອກງາມຍິ່ງໆຂຶ້ນ ໃນອະນາຄົດ, ພ້ອມ ດຽວກັນນັ້ນ, ພະນະທ່ານ ກໍໄດ້ຝາກຄວາມຢື້ຢາມຖາມຂ່າວ, ຄວາມຮັກແພງ, ຄໍາອວຍພອນໄຊອັນ ປະເສີດ ແລະ ມິດຕະພາບການພົວພັນທີ່ດີ ມາຍັງ ພະນະທ່ານ ທອງລຸນ ສີສຸລິດປະທານປະເທດ ແຫ່ງ ສປປ ລາວ, ລັດຖະບານ ແລະ ປະຊາຊາຊົນລາວ ທຸກທົ່ວໜ້າ.
ທ່ານເອກອັກຄະລັດຖະທູດ ໄດ້ສະແດງຄວາມຂອບໃຈ ແລະ ຖືໂອກາດດັ່ງກ່າວ ນໍາເອົາຄວາມຢື້ ຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດ ຈາກ ພະນະທ່ານ ທອງລຸນ ສີສຸລິດປະທານ ປະເທດ ແຫ່ງ ສປປ ລາວ ເຖິງ ພະນະທ່ານ ປະທານາທິບໍດີ ຮານຽວ ວິກາມະສິງເຫ ແລະ ຜ່ານພະນະ ທ່ານໄປຍັງລັດຖະບານ ແລະ ປະຊາຊົນ ສາທາລະນະລັດ ປະຊາທິປະໄຕ ສັງຄົມນິຍົມ ສີລັງກາ; ພ້ອມ ທັງໄດ້ຕີລາຄາສູງ ຕໍ່ການພົວພັນທີ່ມີມູນເຊື້ອອັນດີງາມມາແຕ່ດົນນານ ລະຫວ່າງ ສປປ ລາວ ແລະ ສາທາລະນະລັດ ປະຊາທິປະໄຕ ສັງຄົມນິຍົມ ສີລັງກາ ນັບແຕ່ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນປີ 1965 ເປັນຕົ້ນມາ. ພ້ອມກັນນັ້ນ, ທ່ານທູດກໍໄດ້ຕາງໜ້າລັດຖະບານລາວ ສະແດງຄວາມຂອບໃຈຢ່າງ ຈິງໃຈຕໍ່ລັດຖະບານ ແລະ ປະຊາຊົນ ສີລັງກາ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ການຊ່ວຍເຫຼືອ ສປປ ລາວ ໄລຍະຜ່ານມາ ໂດຍສະເພາະດ້ານການສຶກສາ ແລະ ການສະໜັບສະໜູນຊຶ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ. ນອກນັ້ນ, ທ່ານເອກອັກຄະລັດຖະທູດ ຍັງໄດ້ອວຍພອນໄຊໃຫ້ ພະນະ
ທ່ານ ຣານຽວ ວິກາມະສິງເຫ ພ້ອມດ້ວຍຄອບຄົວ ມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານອັນສູງສົ່ງ ຂອງ ພະນະທ່ານ. ພິທີຍື່ນສານ ໄດ້ດໍາເນີນໄປ ດ້ວຍບັນຍາກາດທີ່ດີ ແລະ ສົມກຽດ.
ພາຍຫຼັງສໍາເລັດການຍື່ນສານຕາຕັ້ງ, ທ່ານເອກອັກຄະລັດຖະທູດ ຍັງໄດ້ເຂົ້າພົບ ທ່ານຫົວໜ້າກົມອາຊີຕາເວັນອອກສ່ຽງໃຕ້ ແລະ ກາງ, ກະຊວງການຕ່າງປະເທດ ສີລັງກາ; ຢ້ຽມຂ່ຳນັບ ທ່ານ Mohamed Uvais Mohamed Ali Sabry ລັດຖະມົນຕີກະຊວງການຕ່າງປະເທດ ສີລັງກາ ເພື່ອ ແນະນໍາຕົວ ແລະ ແລກປ່ຽນຄໍາຄິດເຫັນເຖິງການສົ່ງເສີມການພົວພັນ ແລະ ທ່າແຮງໃນການຮ່ວມມືສອງ ຝ່າຍ ລາວ-ສີລັງກາ ໃນອະນາຄົດ.
ຂ່າວ:ກະຊວງການຕ່າງປະເທດ